ອີຣັກ - ບ່ອນເຄັ່ງຮ້ອນໃໝ່ຢູ່ຕາເວັນອອກກາງ


(vovworld) - ອີ​ຣັກ​ໄດ້​ກາຍ​ເປັນ​ບ່ອນ​ເຄັ່ງຮ້ອນ​ໃໝ່​ໃນ​ການ​ປະ​ທະ​ກັນ ​ ​ຢູ່​ຕາ​ເວັນ​ອອກ​ກາງ. ​​ໃນ​ຂະນະ​ທີ່​ພວກ​ກະບົດ​ຊາວ​ມຸດ​ສະ​ລິ​ມຫົວ​ຮຸນ​ແຮງ​ໄດ້​ຢືດຄອງ 1/3 ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ນີ້ ພາຍ​ໃນ​ເວລາ​ພຽງ​ສອງ​ສາມ​ວັນ. ສົງຄາມ​ຢູ່​ອີ​ຣັກ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ລັດຖະບານ ​​ແລະ ທ່ານ​ນາຍົກລັດຖະມົນຕີ Nuri al – Maliki ​ເຈັບຫົວ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​ທ້າ​ທາຍ​ໂດຍ​ກົງ​ເຖິງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ກໍ່​ຄື​ຄວາມ​ໝັ້ນຄົງ​ໃນ​ທົ່ວ​ພາກ​ພື້ນ​ອີກ​ດ້ວຍ.

ອີຣັກ - ບ່ອນເຄັ່ງຮ້ອນໃໝ່ຢູ່ຕາເວັນອອກກາງ - ảnh 1


ພວກ​ກະບົດ​ຊາວ​ມຸດ​ສະ​ລິ​ມ ISIL ຢືດຄອງເສັ້ນທາງຫຼວງຢູ່  Mosul.

(ພາບ: ອິນເຕີແນດ)

        ພວກ​ກະບົດ​ຊາວ​ມຸດ​ສະ​ລິ​ມນິກາຍ​ຊັນ​ນີ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ບັນດາ​ມື​ປືນ​ທີ່​ຂຶ້ນ​ກັບ​ອົງການ​ຈັດ​ຕັ້ງ​ລັດ​ອິດສະ​ລາມ​ອີ​ຮັກ ​ແລະ Levant (ISIL), ​ໄດ້​ຢືດ​ເອົາ​ດິນ​ແດນ​ກວ້າງຂວາງ​ສ່ວນ​ໜຶ່ງຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້, ​ໃນ​ນັ້ນ​ມີ​ນະຄອນ​ຕົ້ນຕໍ​ຈຳນວນ​ໜຶ່ງ​ຄື: Mosul (ນະຄອນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ອີ​ຣັກ ​ແລະ Tikrit. ນະຄອນ​ເຫຼົ່າ​ນັ້ນ​ຫ່າງ​ຈາກ​ນະຄອນຫຼວງ Baghdad ພຽງສອງ,​ ສາມ​ຊົ່ວ​ໂມງ​​ເມື່ອແລ່ນ​ດ້ວຍ​ລົດ​ເທົ່າ​ນັ້ນ. ​ເລື່ອງ​ຢືດ​ເອົາ​ນະຄອນ​ເຫຼົ່າ​ນັ້ນ, ​ເຮັດ​ໃຫ້​ຈຸດປະສົງ​ຂອງ ISIL ​ແມ່ນ​ສ້າງ​ລັດ​ອິດສະ​ລາມ​ໃນບໍລິ​ເວນ​ທີ່​ກວ້າງຂວາງ, ​ເຊິ່ງ​ໃນ​ນັ້ນ​ລວມມີ​ຊີຣີ ​ແລະ ອີຮັກ​ນັ້ນ ພວມ​ປະກົດ​ຜົນ​ເປັນ​ຈິງ.

        ປະ​ເທດ​ຊາດ​ໃກ້​ຈະ​ຕົກ​ຢູ່​ໃນ​ສະພາບ​ເສິກ​ກາງ​ເມືອງ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ຖືກນາບ​ຂູ່

        ​ເມື່ອ​ສັງ​ເກດ​ສະພາບ​ສົງຄາມ​ຢູ່​ອີ​ຣັກ​ກໍ່​ເຫັນ​ໄດ້​ວ່າ​, ສິ່ງ​ເປັນໜ້າ​ວິຕົກ​ ​ກັງ​ວົນ​ນັ້ນ​ແມ່ນ​ພວກ​ກະບົດ​ນີ້​​ ບໍ່​ພຽງ​ແຕ່​ມີການ​ເຂົ້າ​ຮ່ວມ​ຂອງບັນດາ​ກຸ່ມ​ມຸດ​ສະ​ລິ​ມທີ່​​ພົວພັນ​ກັບ​ອົງການ Al – Qaeda ​ເທົ່າ​ນັ້ນ, ຫາກຍັງ​ມີ​ກຸ່ມ​ຊາວ​ມຸດ​ສະ​ລິ​ມ, ນິກາຍ​ຊັນ​ນີອີກ​ດ້ວຍ. ພາຍຫຼັງ​ຢືດ​ເອົາ Mosul, ISIL ​ໄດ້​ນຳ​ໃຊ້​ພາຫະນະ​ສື່ສານ​ສັງຄົມ ​ເພື່ອ​ປະກາດ​ກ່ຽວ​ກັບ​ຈຸດປະສົງ​​ແຫ່ງ​ການສ້າງຕັ້ງ​ລັດ​ອິດສະ​ລາມ​ຂອງ​ຕົນ.

        ສະພາບ​ການ​ຍັງ​ສັບສົນ​ກວ່າ​ອີກ, ​ເພາະວ່າ​ບໍ່​ພຽງ​ແຕ່ ISIL ​ແມ່ນ​ກຳລັງ​ໜຶ່ງ​ດຽວ​ທີ່​ພວມດຳ​ເນີນ​ການ​ບຸກ​ໂຈມ​ຕີຢູ່​ອີ​ຮັກ​ເທົ່າ​ນັ້ນ, ຫາກ​ບັນດາ​ກຳລັງ​ຊາວເກີດ ກໍ່​ໄດ້​ຢືດ​ເອົາ​ນະ​ຄອນ Kirkuk, ​ເຊິ່ງ​ແມ່ນ​ນະຄອນ​ທີ່​ຮັ່ງ​ມີ​ດ້ວຍ​​ເຊື້ອນຳ້ມັນອີກ​ດ້ວຍ.

        ຕໍ່ໜ້າ​ສະພາບ​ສົງຄາມນັບ​ມື້​ນັບເຄັ່ງ​ຕຶງ, ຊາວ​ອີ​ຣັກ​ເກືອບ 1 ລ້ານ​ຄົນ​ຕ້ອງ​ໄປ​ອົບ​ພະຍົບ. ບາງ​ປະ​ເທດ​ເຊັ່ນ: ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ ​ກໍ່ປະກາດຖອນ​ພາລະ​ກອນ​ສະຖານທູດ​ຂອງ​ຕົນ​ອອກ​ຈາກ​ເຂດ​ເຫລົ່າ​ນັ້ນ ພ້ອມ​ທັງ​ສະ​ເໜີ​ໃຫ້​ພົນລະ​ເມືອງ​ຂອງ​ຕົນ​ຍ້າຍ​ອອກ​ຈາກ​ອີ​ຣັກ​ໂດຍ​ໄວ.

        ​ໄຊຊະນະ​ດ້ານ​ການ​ທະຫານ​ຢ່າງ​ຕໍ່​ເນື່ອງ​ຂອງ​ກຳລັງ​ປະກອບ​ອາວຸດ ISIL ຢູ່​ອີ​ຣັກນັ້ນ, ບໍ່​ພຽງ​ແຕ່​ເປັນ​ການ​ຂົ່ມຂູ່​ໂດຍ​ກົງ​ເຖິງ​ອະນາຄົດ​ຂອງ​ປະ​ເທດ​ນີ້ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ພັນທະ​ມິດ​ຂອງ​ອີ​ຣັກ​ວິຕົກ​ກັງວົນ​ອີກ​ດ້ວຍ, ຍ້ອນ​ວ່າ​ລັດຖະບານ​ຂອງ​ອີ​ຣັກ​ໃນ​ປະຈຸ​ບັນ​ບໍ່​ມີ​ຄວາມ​ສາມາດ​ດ້ານ​ການ​ທະຫານ​ຢ່າງ​ພຽງພໍ​ເພື່ອ​ຮັບ​ມື​ກັບ​ກຳລັງ ISIL ​ໄດ້. ສຳລັບ​ອາ​ເມ​ລິ​ກາ​ແລ້ວ, ຖ້າ​ຫາກ ISIL ສືບ​ຕໍ່​ຢືດ​ເອົາດິນ​ແດນຕື່ມ​ອີກ​ຢູ່​ອີ​ຣັກ, ພ້ອມ​ທັງ​ມີ​ແຫຼ່ງຊັບພະຍາກອນ​ອັນ​ໃຫຍ່​ຫຼວງ​ຈາກ​ບັນດາບໍ່​ນຳ້ມັນ​ໃຫຍ່ ​ແລະ ​ເງິນ​ນັບ​ຮ້ອຍ​ລ້ານ​ໂດ​ລາ​ສະຫະລັດ​ໃນ​ທະນາຄານ​ຕ່າງໆ​ຢູ່ Mosul, ນີ້​ຈະ​ເປັນ​ສິ່ງ​ອັນຕະ​ລາຍ​ທີ່​ສຸດຢ່າງ​ແທ້​ຈິງ.

        ການ​ແຊກ​ແຊງ​ດ້ານ​ການ​ທະຫານ ຫຼື​ມາດ​ຕະການ​ດ້ານ​ການ​ທູດ

        ອາ​ເມ​ລິ​ກາ​ແມ່ນ​ປະ​ເທດ​ທີ່​ມີ​ການ​ກະທຳ​ຫຼາຍ​ຢ່າງ​ຕໍ່ໜ້າ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່​ອີ​ຣັກ​ໃນ​ປະຈຸ​ບັນ. ພາຍຫຼັງ​ຖະ​ແຫຼ​ງການ​ຂອງ​ປະທານາທິບໍດີ Barak Obama. ວັນ​ທີ 16/6, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry, ​ໄດ້​ຢືນຢັນ​ຄືນ​ໃໝ່​ວ່າ, ອາ​ເມ​ລິ​ກາ​ພວມ​ພິຈາລະນາ​ທຸກ​​ວິທີຈະ​ເປັນ​ໄປ​ໄດ້​ສຳລັບ​ສະພາບ​ການ​ຢູ່​ອີ​ຣັກ. ປະທານາທິບໍດີ Barak Obama​ ແຈ້ງວ່າ​ຈະ​ຜັນ​ຂະຫຍາຍ​ພົນທະຫານ 275 ຄົນ​ເຖິງ​ອີ​ຣັກ ​ເພື່ອ​ໜູນ​ຊ່ວຍ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ເຈົ້າ​ໜ້າ​ທີອາ​ເມ​ລິ​ກາ ​ແລະ ສະຖານທູດ​ປະ​ເທດ​ນີ້​ຢູ່​ Baghdad. ພ້ອມ​ກັນ​ນັ້ນ, ຫາງ​ສຽງ​ກໍ່​ໄດ້​ເຫັນ​ການ​ປະກົດ​ຕົວ​ຂອງ​ກຳ່​ປັ່ນ USS Mesa Verde ທີ່​ຂົນ​ສົ່ງ​ທະຫານ​ເຮືອ​ສູ້​ຮົບ​​ເທິງ​ບົກ​ອາ​ເມ​ລິ​ກາ 550 ຄົນ​ເຂົ້າ​ເຂດ​ອ່າວ​ເພື່ອ​ກຽມພ້ອມ​ໜູນ​ຊ່ວຍ ​ໃນ​ກໍລະນີ​ວໍ​ຊິງ​ຕັນ​ຕົກລົງ​ນຳ​ໃຊ້​ກຳລັງ​ທະຫານ​ເພື່ອ​ຊ່ວຍ​ລັດຖະບານ​ອີ​ຣັກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ​ເລື່ອງ​ອາ​ເມ​ລິ​ກາ​​ແຊກ​ແຊງ​ດ້ານ​ການ​ທະຫານ​ເຂົ້າ​ອີ​ຣັກ​ແມ່ນ​ບໍ່​ມີ​ປະ​ໂຫຍ​ດ. ​ເພາະວ່າ​ປະຊາ​ຄົມ​ຊາວ​ຊັນ​ນີຢູ່​ອີ​ຮັກ​ຈະ​ຖື​ວ່າ​​ໃນ​ການ​ປະ​ທະ​ກັນ​ດ້ານ​ເຊື້ອ​ຊາດ​ຜີວພັນ​ຢູ່​ປະ​ເທດ​ນີ້, ອາ​ເມ​ລິ​ກາ​ພຽງ​ຖື​ຝ່າຍ​ດຽວເປັນ​ສຳຄັນ​​ເທົ່າ​ນັ້ນ.

        ສ່ວນ​ປະ​ເທດ​ອັງກິດ​ພັດ​ຊີ້​ແຈ້ງວ່າ, ປະ​ເທດ​ນີ້​ຈະ​ບໍ່​ແຊກ​ແຊງ​ດ້ານ​ການ​ທະຫານ​ເຂົ້າ​ອີ​ຣັກ, ​ແຕ່​ສະ​ເໜີ​ຈະ​ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ການ​ຕ້ານ​ກໍ່​ການ​ຮ້າຍ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ອີ​ຣັກ​ເມື່ອ​ເຫັນ​ວ່າ​ຈຳ​ເປັນ. ຊາ​ອຸ​ດີ ອາຣາບີ ກໍ່​ປະກາດ​ຄັດຄ້ານ​ການ​ແຊກ​ແຊງ​ດ້ານ​ການ​ທະຫານ​ຂອງ​ຕ່າງປະ​ເທດ​ເຂົ້າ​ອີຣັກ. ສະຫະພັນ​ອາຣັບກໍ່​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ໄກ່​ເກ່ຍປອງ​ດອງ​ລະຫວ່າງ​ບັນດາ​ກຳລັງ​ການ​ເມືອງ​ຢູ່​ອີ​ຣັກ ​ເພື່ອ​ແກ້​ໄຂ​ສະພາບ​ການ ​ແລະ ຮັບ​ມື​ກັບ​ອົງການ​ທີ່​ອ້າງ​ຊື່ວ່າ​ລັດ​ອິດສະ​ລາມ​ອີ​ຣັກ ​ແລະ Levant.

        ຄວາມ​ຂາດ​ສະຖຽນ​ລະ​ພາບ​ໄດ້​ຮັບ​ການ​ແຈ້ງ​ກ່ອນ

        ຕາມ​ອະດີດ​ນາຍົກລັດຖະມົນຕີອັງກິດ Tony Blair ​ແລ້ວ, ສົງຄາມ​ຢູ່​ອີ​ຣັກ​ແມ່ນ​ຍ້ອນ​ການ​ແບ່ງ​ແຍກ​ພັກ​ຝ່າຍ​ໃນ​ລັດຖະບານ​ຊົ່ວຄາວ, ອັນ​ໄດ້​ເຮັດ​ໃຫ້ Baghdad ຂາດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ສ່ວນທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ກໍ່​ຍອມຮັບ​ວ່າ ການ​ແຊກ​ແຊງ​ຂອງ​ວໍ​ຊິງ​ຕັນ​ເຂົ້າ​ອີ​ຣັກ ມີແຕ່​ໄດ້​ຮັບ​ຜົນສຳ​ເລັດ ​ເມື່ອ​ບັນດາ​ການ​ນຳ​ອີ​ຣັກ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ມຸ່ງ​ໄປ​ເຖິງ​ຄວາມ​ສາມັກ​ຄີ​ຊົນ​ຊາດ​ເພື່ອ​ຮັບ​ມື​ກັບ​ກຳລັງລຸກ​ຮຶ້ຂຶ້ນ​ເທົ່າ​ນັ້ນ.

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມບັນດາ​ນັກ​ໄຈ້​ແຍກ​ແລ້ວ, ການ​ລຸກ​ຮຶ້ຂຶ້ນ​ຂອງ​ກຳລັງ​ທີ່​ກ່ຽວຂ້ອງ​ເຖິງ Al –Qaeda ​ແມ່ນ​ຍ້ອນ​ສາຍ​ເຫດ​ຈາກການ​ຮຸກ​ຮານ​ອີ​ຣັກ​ຂອງ​ອາ​ເມ​ລິ​ກາ​ເມື່ອ​ປີ 2003. ຍ້ອນ​ວ່າການ​ຮຸກ​ຮານ​ນີ້​ໄດ້​ກໍ່​ໃຫ້​ເກີດ​ຊ່ອງ​ວ່າງ​ດ້ານ​ສິດ​ອຳນາດ ພາ​ໃຫ້ການ​ປະ​ທະ​ກັນ​ດ້ານ​ເຊື້ອ​ຊາດ​ຜີວພັນ​ຢູ່​ອີ​ຣັກ​ຖືກ​ແກ່ຍາວ. ນອກ​ນັ້ນ​ຢູ່​ອີ​ຣັກ​ຍັງ​ມີ​ປະຊາຊົນ​ປະມານ 2 ລ້ານ​ຄົນ​ຖືກ​ອຶດ​ຫິວ, ອັດຕາ​ສ່ວນ​ການ​ຕາຍ​ຂອງ​ເດັກ​ກຳ​ເນີ​ດ, ຄົນ​ວ່າງ​ງານຍັງ​ຢູ່​ໃນ​ລະດັບສູງ​ຢູ່.

ປະ​ເທດ​ອີ​ຣັກ​ພວມ​ຖືກ​ທຳລາຍ​ຍ້ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ມີ​ສາຍ​ເຫດ​ຈາກ​ລັດທິ​ເຊື້ອ​ຊາດ​ຜີວພັນ, ​ເລື່ອງ​ແກ້​ໄຂ​ສະພາບ​ການ​ຢູ່​ອີກ​ຣັກ​ໃນ​ປະຈຸ​ບັນ​ຍັງ​ແມ່ນ​ບັນຫາ​ທີ່​ຫຍຸ້ງຍາກ​ທີ່​ສຸດ​ສຳລັບ​ຝ່າຍ​ຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ