​ເປີດ​ໂອກາດຮ່ວມ​ມື​ໃໝ່ລະຫວ່າງ ຫວຽດນາມ - ອີ​ຢູ

(VOVWORLD) -  ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA)  ແລະ ສັນຍາອາລັກຂາແກ່ການລົງທຶນ ຫວຽດນາມ - ສະຫະພາບ ເອີຣົບ (IPA) ຫາກໍ່ໄດ້ລົງນາມຢ່າງເປັນທາງການໃນວັນທີ 30 ມິຖຸນາ ຢູ່ນະຄອນຫຼວງ ຮ່າໂນ້ຍ ພາຍຫຼັງການເຈລະຈາມາເປັນເວລາຫຼາຍປີ. ເຫດການດັ່ງກ່າວ ໄດ້ສ້າງຂີດໝາຍບາດກ້າວຫັນປ່ຽນອັນສໍາຄັນໃນການພົວພັນຄູ່ຮ່ວມມືຮອບດ້ານ ແບບສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

  ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ພັດທະນາຢ່າງໄວວາ ພາຍຫຼັງເກືອບ 30 ປີ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດໃນເດືອນ ພະຈິກ 1990. ປີ 2012, ສອງຝ່າຍໄດ້ລົງນາມໃນສັນຍາແມ່ກ່ຽວກັບຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (PCA), ສ້າງກອບນິຕິກໍາສໍາຄັນ ເພື່ອເປີດກວ້າງການພົວພັນລະຫວ່າງ ຫວຽດນາມ - ອີຢູ ຕາມທິດຄູ່ຮ່ວມມືສະເໝີພາບ, ຮ່ວມມືຮອບດ້ານ ແລະ ຍາວນານ. ເລື່ອງລົງນາມໃນສັນຍາ EVFTA ແລະ IPA ໃນວັນທີ 30 ມິຖຸນາ 2019 ນີ້ ໄດ້ສ້າງກໍາລັງໜູນສໍາຄັນ, ຍົກລະດັບການພົວພັນລະຫວ່າງຫວຽດນາມ - ອີຢູ ໃນໄລຍະທາງແຫ່ງການພັດທະນາການພົວພັນລະຫວ່າງສອງຝ່າຍ.

​ເປີດ​ໂອກາດຮ່ວມ​ມື​ໃໝ່ລະຫວ່າງ ຫວຽດນາມ - ອີ​ຢູ - ảnh 1ສັນຍາ EVFTA ແລະ IPA  ເປີດໂອກາດຮ່ວມມືໃໝ່ລະຫວ່າງ ຫວຽດນາມ - ອີຢູ

ຄູ່ຮ່ວມມືຊື່ກົງຈະແຈ້ງ, ສອງຝ່າຍລ້ວນແຕ່ມີໄຊ

        ໂດຍແມ່ນສັນຍາທີ່ມີລະດັບຮັບປະກັນຢ່່າງເລິກເຊິ່ງ, ກວ້າງຂວາງ, ຮອບດ້ານ, ກວມລວມໃນທຸກຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ບັນດາບັນຫາພັດທະນາແບບຍືນຍົງ, ສັນຍາ EVFTA ແລະ IPA ຈະເປີດກາລະໂອກາດອັນໃຫຍ່ຫຼວງຫຼາຍຢ່າງ ເພື່ອໃຫ້ສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນຢ່າງສຸດຂີດ ແລະ ປັບປຸງ, ໜູນຊ່ວຍເຊິ່ງກັນ ແລະ ກັນ, ຍູ້ແຮງການແລກປ່ຽນການຄ້າ, ການລົງທຶນ, ຊຸກຍູ້ການພັດທະນາແບບຍືນຍົງ ຕາມນັ້ນແລ້ວ ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງຝ່າຍເລິກເຊິ່ງຂຶ້ນຕື່ມ ແລະ ພ້ອມກັນມີຜົນປະໂຫຍດແບບຍາວນານລະຫວ່າງສອງຝ່າຍ. ພິເສດ, ສໍາລັບຫວຽດນາມ, ຕາມນັກຄົ້ນຄວ້າຫຼາຍຄົນແລ້ວ, ສັນຍາ EVFTA ຈະຊ່ວຍນໍາ GDP ຂອງຫວຽດນາມເພີ່ມຂ້ຶນຕື່ມອີກ 4,6% ແລະ ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ຈະເພີ່ມຂຶ້ນ 42,7% ໃນປີ 2025.

        ບໍ່ພຽງແຕ່ນໍາມາເຊິ່ງຜົນປະໂຫຍດກ່ຽວກັບເສດຖະກິດເທົ່ານັ້ນ, ເລື່ອງເປັນຄັ້ງທໍາອິດທີ່ ອີຢູ ລົງນາມໃນສັນຍາ FTA ກັບປະເທດພວມພັດທະນາຄື ຫວຽດນາມ, ພ້ອມທັງແມ່ນປະເທດທີ 4 ໃນທະວີບອາຊີນັ້ນ ໄດ້ສະແດງໃຫ້ເຫັນວ່າ ອີຢູ ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ, ຖືເປັນສໍາຄັນການພົວພັນຄູ່ຮ່ວມມື ແລະ ການຮ່ວມມືສອງຝ່າຍຮອບດ້ານ, ພ້ອມທັງແມ່ນໝາກຜົນຂອງຂະບວນວິວັດແຫ່ງການປະສົມປະສານກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງບັນດາອົງການຈັດຕັ້ງລະຫວ່າງສອງຝ່າຍ. ເມື່ອຕີລາຄາກ່ຽວກັບຄວາມໝາຍຂອງການລົງນາມໃນສັນຍາ EVFTA ແລະ IPA ຈາກແງ່ມູມດັ່ງກ່າວ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ ຢັ້ງຢືນວ່່າ:

        “ສັນຍາການຄ້າເສລີ EVFTA, ສັນຍາອາລັກຂາແກ່ການລົງທຶນ IPA ທີ່ໄດ້ຮັບການລົງນາມນັ້ນ ອາດເວົ້າໄດ້ວ່າ ທີ່ຕັ້ງບົດບາດຂອງຫວຽດນາມ ໄດ້ຮັບການຢືນຢັນຢ່າງແຮງໃນເວທີສາກົນ, ປຽບເໝືອນເປັນໜຶ່ງໃນບັນດາປະເທດທີ່ມີການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ມີຄວາມຮັບຜິດຊອບໃນການພັດທະນາຂອງໂລກາພິວັດ, ຕາມທິດຫັນການຄ້າເປັນເສລີ ແລະ ສະດວກ. ສັນຍາ EVFTA ກໍຄື IPA ໄດ້ສ້າງເປັນພື້ນຖານອັນສໍາຄັນທີ່ສຸດ, ນໍາການພົວພັນລະຫວ່າງ ຫວຽດນາມ - ອີຢູ ກ້າວຂຶ້ນສູ່ລະດັບສູງໃໝ່, ສົມກັບລັກສະນະຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ”.

        ກ່ຽວກັບ ອີຢູ, ຕາມການຕີລາຄາຂອງ ອີຢູ ແລ້ວ, ສັນຍາ EVFTA ແມ່ນສັນຍາການຄ້າເສລີທີ່ມີຄວາມມັກໃຫຍ່ໄຝ່ສູງທີ່ສຸດ ເຊິ່ງ ອີຢູ ເຄີຍປຶກສາຫລືກັບປະເທດພວມພັດທະນາ. ເລື່ອງລົງນາມໃນສັນຍາສະບັບດັ່ງກ່າວ ໄດ້ຢັ້ງຢືນຜົນປະໂຫຍດລວມຂອງ ຫວຽດນາມ ແລະ ອີຢູໃນການພ້ອມກັນປະກອບສ່ວນເຂົ້າໃນຊຸກຍູ້ການເຊື່ອມຈອດເສດຖະກິດສາກົນ, ຫັນການຄ້າເປັນເສລີ ແລະ ລົງທຶນຢ່າງສະເໝີພາບ, ຈະແຈ້ງ ແລະ ອີງໃສ່ຂໍ້ກໍານົດກົດໝາຍ. ຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າຂອງ ອີຢູ, ທ່ານນາງ Cecilia Malmstrom ເນັ້ນໜັກວ່າ:

        “ບັນດາຄໍາໝັ້ນສັນຍາກ່ຽວກັບການປະພຶດຢ່າງຍຸຕິທໍາ, ສະເໝີພາບ, ປົກປ້ອງຄວາມປອດໄພ ແລະ ຄົບຖ້ວນໃຫ້ແກ່ບັນດາບ້ວງເງິນລົງທຶນ ແລະ ນັກລົງທຶນຂອງກັນໃນສັນຍາ EVFTA ແລະ IPA ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານສ້າງສະພາບແວດລ້ອມນິຕິກໍາ ແລະ ລົງທຶນຢ່າງຈະແຈ້ງ, ຈາກນັ້ນ ຫວຽດນາມ ຈະດຶງດູດນັກລົງທຶນຈາກ ອີຢູ ແລະ ບັນດາປະເທດອື່ນເປັນຈໍານວນຫຼາຍ”.

        ສໍາຄັນກວ່ານັ້ນອີກແມ່ນ ສັນຍາສະບັບຕ່າງໆກໍຊ່ວຍປັບປຸງຄວາມສົນໃຈຂອງ ອີຢູ ກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງເປັນພາກພື້ນທີ່ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ກັບ ອີຢູ, ມຸ່ງໄປສູ່ເປົ້າໝາຍກ່ຽວກັບການພົວພັນດ້ານການຄ້າ ແລະ ການລົງທຶນທີ່ໃກ້ຊິດສະໜິດສະໜົມກວ່າລະຫວ່າງສອງພາກພື້ນ.

        ມານະພະຍາຍາມຜ່ານຜ່າສິ່ງທ້າທາຍ, ຍາດແຍ່ງກາລະໂອກາດ

            ເຖິງຢ່າງໃດກໍຕາມ, ຫວຽດນາມ ພວມຢູ່ລະດັບພັດທະນາຕໍ່າກວ່າ, ພິເສດແມ່ນຂອບຂະໜາດ ແລະ ກໍາລັງຄວາມສາມາດຂອງວິສາຫະກິດສ່ວນຫຼາຍແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີສິ່ງທ້າທາຍຫຼາຍຢ່າງ ແລະ ບັນດາຄວາມຮຽກຮ້ອງຕ້ອງການໄດ້ວາງອອກ ເພື່ອທັງປະຕິບັດການຮັບມືກັບສິ່ງທ້າທາຍ, ທັງຂຸດຄົ້ນບັນດາກາລະໂອກາດ ເຊິ່ງ EVFTA ແລະ IPA ນໍາມາໃຫ້ຢ່າງມີປະສິດທິຜົນ. 

ໄລຍະ 10 ປີໃຫ້ຄຳໝັ້ນສັນຍາຍົກເລີກພາສີບໍ່ພຽງແຕ່ຊ່ວຍໃຫ້ ຫວຽດນາມ ຍູ້ແຮງການສົ່ງອອກບັນດາຜະລິດຕະພັນທີ່ເປັນທ່າແຮງເທ່ານັ້ນ, ຫາກຍັງແມ່ນໄລຍະເວລາທີ່ພຽງພໍເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເຕີບໃຫຍ່, ປັບຕົວເຂົ້າກັບການເຊື່ອມໂຍງເຂົ້າກັບສາກົນ. ດ້ວຍມະໂນພາບ ການເຈລະຈາ “ຄັດເອົາຕາມກຳລັງແຮງຂອງຕົນ, ເຂົ້າໃຈຝ່າຍກົງກັນຂ້າມ” ໄດ້ຊ່ວຍໃຫ້ ຫວຽດນາມ ຢັ້ງຢືນອີກຄັ້ງໜຶ່ງເຖິງລະດັບ ແລະ ກຳລັງຄວາມສາມາດຂອງຕົນໃນການເຈລະຈາດ້ານເສດຖະກິດ, ການຕ່າງປະເທດ, ຢັ້ງຢືນຖານະບົດບາດຂອງຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ເວົ້າແທ້ທຳຈິງ ແລະ ມີກຳລັງຄວາມສາມາດຢ່າງພຽງພໍເພື່ອປະຕິບັດ. ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າຖືວ່າດ້ວຍບົດຮຽນປະສົບການຕົວຈິງຂອງພວກເຮົາໃນໄລຍະທີ່ຜ່ານມາ, ກໍ່ຄືແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນນັ້ນແນ່ນອນວ່າ ບັນດາໂຄງການກະທຳທີ່ຈະມາເຖິງຂອງລັດຖະບານຈະສ້າງບັນດາເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນໃນການສຳຜັດກັບສັນຍາຢ່າງສະດວກ. ບັນດາກົນໄກຄືການແກ້ໄຂການຂັດແຍ່ງດ້ານການຄ້າ, ລັດຖະບານໄດ້ເອົາໃຈໃສ່ຫຼາຍທີ່ສຸດ ແລະ ສ້າງບັນດາແຜນການເພື່ອໜູນຊ່ວຍກໍ່ຄຶພ້ອມກັບບັນດາວິສາຫະກິດເພື່ອປົກປ້ອງບັນດາສິດຜົນປະໂຫຍດອັນຊອບທຳຂອງຕົນ

        ອາດເວົ້າໄດ້ວ່າ, ການລົງນາມ ໃນ ສັນຍາ EVFTA ແລະ IPA ແມ່ນໜຶ່ງໃນບັນດາຂີດໝາຍປະຫວັດສາດສຳຄັນໃນ ຕະຫຼອດໄລຍະ 30 ປີ ແຫ່ງການພັດທະນາການພົວພັນລະຫວ່າງ ຫວຽດນາມ - EU. ຂີດໝາຍໃໝ່ທີ່ມີບັນດາກາລະໂອກາດອັນໃຫຍ່ຫຼວງ, ແຕ່ກໍ່ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມລວມຫຼາຍຢ່າງ. ປັດຈຸບັນ EVFTA ແລະ IPA ຈະໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ເອີລົບ ໂດຍໄວ ເພື່ອຜັນຂະຫຍາຍຢ່າງເປັນທາງການ, ປະກອບສ່ວນຢ່າງສຳຄັນນຳການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - EU ຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງສອງຝ່າຍ ກໍ່ຄືຂອງສອງພາກພື້ນ ອາຊີ - ເອີລົບ ແລະ ໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ