ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ

(VOVWORLD) -ວັນທີ 29 ພຶດສະພາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຍີ່ປຸ່ນ. ການຢ້ຽມຢາມຍີ່ປຸ່ນ ເປັນຄັ້ງທຳອິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ມີຄວາມໝາຍສຳຄັນພິເສດສຳລັບທັງ 2 ຝ່າຍ, ແມ່ນໂອກາດເພື່ອໃຫ້ການນຳ 2 ປະເທດສະແດງຄວາມຕັດສິນໃຈນຳການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ, ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກວ້າງຂວາງ ໃຫ້ຂຶ້ນສູ່ໄລຍະພັດທະນາໃໝ່ ໃນສະພາບທີ່ 2 ປະເທດໄດ້ສ້າງຕັ້ງການພົວພັນທາງການທູດຄົບຮອບ 45 ປີແລ້ວ.
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ - ảnh 1 (ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ)

ການຢ້ຽມຢາມທາງລັດຖະກິດເປັນຄັ້ງທຳອິດເຖິງຍີ່ປຸ່ນ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນລະຫວ່າງວັນທີ 29 ພຶດສະພາ ຫາວັນທີ 02 ມິຖຸນາ, ຖືກດຳເນີນໃນສະພາບ 2 ປະເທດພວມມີການເຄື່ອນໄຫວຫຼາຍຢ່າງ ເພື່ອຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2018). ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳ 2 ປະເທດ, ປະຊາຊົນ 2 ປະເທດພ້ອມກັນຫວນຄືນບັນດາຜົນງານທີ່ບັນລຸໄດ້ໃນການພົວພັນລະຫວ່າງ 2 ປະເທດໃນໄລຍະ 45 ປີຜ່ານມາ, ສະແດງໃຫ້ເຫັນຄວາມຕັດສິນໃຈນຳການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ, ການພົວພັນຄູ່ຮ່ວມມືຍຸດທະສາດກ້າວເຂົ້າສູ່ໄລຍະພັດທະນາໃໝ່ໃຫ້ເລິກເຊິ່ງ, ກວ້າງຂວາງກວ່າ.

ຍັງມີແງ່ຫວັງຮ່ວມມືຫຼາຍຢ່າງລະຫວ່າງຫວຽດນາມ - ຍີ່ປຸ່ນ

        ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງວ່ອງໄວ. ໄລ່ຮອດຈຸດເວລານີ້, ຍີ່ປຸ່ນ ແມ່ນຄູ່ຮ່ວມມືດ້ານເສດຖະກິດສຳຄັນແຖວໜ້າຂອງຫວຽດນາມ, ແມ່ນປະເທດສະໜອງທຶນອຸປະຖຳພັດທະນາ ODA ໃຫຍ່ທີ່ສຸດ ແລະ ແມ່ນຄູ່ຮ່ວມມືໃຫຍ່ທີ 2 ກ່ຽວກັບການລົງທຶນໂດຍກົງ FDI, ຄູ່ຮ່ວມມືໃຫຍ່ອັນດັບທີ 3 ກ່ຽວກັນການທ່ອງທ່ຽວ ແລະ ໃຫຍ່ອັນດັບທີ 4 ກ່ຽວກັບດ້ານການຄ້າ.

        ປະຈຸບັນ, ການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ພວມຢູ່ໃນໄລຍະພັດທະນາອັນດີງາມທີ່ສຸດໃນປະຫວັດສາດ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງ 2 ປະເທດຍັງມີແງ່ຫວັງຫຼາຍຢ່າງເພື່ອພັດທະນາ. ສິ່ງດັ່ງກ່າວແມ່ນມີຫຼັກຖານ, ຍ້ອນວ່າ: ທີ 1, ການພົວພັນລະຫວ່າງ 2 ປະເທດໃນໄລຍະ 45 ປີຜ່ານມາ ແມ່ນພື້ນຖານອັນດີງາມເພື່ອສືບຕໍ່ພັດທະນາການພົວພັນຂອງ 2 ປະເທດໃນທຸກຂົງເຂດໃນໄລຍະຈະມາເຖິງ; ທີ 2 ແມ່ນເລີ່ມມາຈາກຄວາມຕ້ອງການດ້ານຜົນປະໂຫຍດຂອງແຕ່ລະຝ່າຍ. ຫວຽດນາມ ພວມຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ, ກາຍເປັນປະເທດພັດທະນາອຸດສາຫະກຳທັນສະໄໝຢ່າງຮອບດ້ານ ແລະ ຄົບຊຸດ. ຍີ່ປຸ່ນ ມີບົດບາດສຳຄັນໃນແນວທາງພັດທະນານັ້ນ; ທີ 3ແມ່ນ, ພື້ນຖານໃໝ່ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດນັ້ນແມ່ນ ຫວຽດນາມ ແລະ ຍີ່ປຸ່ນ ພ້ອມກັນຕັ້ງໜ້າ ແລະ ເຈລະຈາມຸ່ງໄປເຖິງການລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ຄາດວ່າ, ຈະເລີ່ມປະຕິບັດນັບແຕ່ຕົ້ນປີ 2019 ສັນຍາດັ່ງກ່າວຈະມີຜົນສັກສິດ, ເປີດແງ່ຫວັງໃນການຮ່ວມມືເຊິ່ງກັນ ແລະ ກັນໃນຊຸມປີຈະມາເຖິງລະຫວ່າງ 2 ປະເທດຢ່າງແຮງກວ່າອີກ.

        ນອກຈາກນັ້ນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ພວມພັດທະນາຢ່າງແຮງ. ເຂົາເຈົ້າໄດ້ ແລະ ພວມສວມບົດບາດເປັນຂົວເຊື່ອມຕໍ່ອັນດີງາມໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫງວຽນກ໋ວກເກື່ອງ, ໃຫ້ຮູ້ວ່າ.

        “ມີບັນດາສະມາຄົມ, ຄະນະທີ່ແຕກຕ່າງກັນຂອງຊາວຫວຽດນາມ ພວມຮ່ວມສຳພັນ, ໜູນຊ່ວຍເຊິ່ງກັນແລະ ກັນ ເພື່ອພ້ອມກັນທຳມາຫາກິນ, ດຳລົງຊີວິດຢູ່ຍີ່ປຸ່ນ ແລະ ມີການປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາຂອງຫວຽດນາມ ກໍຄືຕໍ່ພາລະກິດພັດທະນາຂອງການພົວພັນຫວຽດນາມ - ຍີ່ປຸ່ນ. ສະຖານທູດຫວຽດນາມ ຍາມໃດກໍ່ແມ່ນຊາຍຄາໜຶ່ງເພື່ອເຕົ້າໂຮມບັນດາກຳລັງຂອງຊາວຫວຽດນາມ, ບັນດາສະມາຄົມ, ຄະນະຫວຽດນາມ”.

ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ

        ບໍ່ພຽງແຕ່ຮ່ວມມືໃນຂອບເຂດ 2 ຝ່າຍເທົ່ານັ້ນ, ຫວຽດນາມ ແລະ ຍີ່ປຸ່ນ ຍັງຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍຄື: ສະຫະປະຊາຊາດ, ອາຊຽນ, ເອເປັກ, ອາແຊມ, ສະພາສິດທິມະນຸດ… ຫວຽດນາມ ສະໜັບສະໜູນຍີ່ປຸ່ນ ອອກສະໜັກເຂົ້າເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (2016 - 2017) ແລະ ໃຫ້ຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນຍີ່ປຸ່ນ ດຳລົງຕຳແໜ່ງເປັນກຳມະການປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເມື່ອອົງການນີ້ໄດ້ຮັບການເປີດກວ້າງ. ພິເສດແມ່ນໃນບັນຫາທະເລຕາເວັນອອກ. ທ່ານເອກອັກຄະລັດຖະທູດ ຫງວຽນກວັກເກື່ອງ, ຢືນຢັນວ່າ.

        “ຫວຽດນາມ ແລະ ຍີ່ປຸ່ນ ໄດ້ແບ່ງປັນຜົນປະໂຫຍດຍຸດທະສາດ 2 ຝ່າຍຫຼາຍຢ່າງ. ຫວຽດນາມ ແລະ ຍີ່ປຸ່ນ ໄດ້ມີທັດສະນະຄ້າຍຄືກັນຫຼາຍຢ່າງໃນບັນຫາທະເລຕາເວັນອອກ. ພວກເຮົາຕີລາຄາສູງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຍີ່ປຸ່ນ ທີ່ສະໜັບສະໜູນຫວຽດນາມ ໃນບັນຫາທະເລຕາເວັນອອກ. ທັງ 2 ຝ່າຍລ້ວນແຕ່ມີແຜນນະໂຍບາຍທີ່ວ່າ, ບັນດາບັນຫາຂັດແຍ້ງກັນຢູ່ທະເລຕາເວັນອອກ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບໍ່ນາບຂູ່ນຳໃຊ້ອາວຸດ ອີງໃສ່ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສາກົນກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982”.

        ໃນການເດີນທາງໄປຢ້ຽມຢາມຍີ່ປຸ່ນ ຄັ້ງນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະເຈລະຈາກັບພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ, ເຈລະຈາກັບທ່ານນາຍົກລັດຖະມົນຕີ Shinzo Abe ແລະ ພົບປະ, ແລກປ່ຽນກັບການນຳສະພາແຫ່ງຊາດ, ຜູ້ຕາງໜ້າບັນດາວົງການນັກການເມືອງ, ເສດຖະກິດ, ວິທະຍາສາດ, ວັດທະນະທຳ… ກ່ຽວກັບທິດທາງ ແລະ ບັນດາມາດຕະການໃຫຍ່ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ໃນນັ້ນໄດ້ເອົາໃຈໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ຮ່ວມມືພັດທະນາ, ການປ້ອງກັນຊາດ  ປ້ອງກັນຄວາມສະຫງົບ, ຍູ້ແຮງການແລກປ່ຽນດ້ານວັດທະນະທຳ, ພົບປະແລກປ່ຽນປະຊາຊົນ. 2 ຝ່າຍກໍ່ແລກປ່ຽນກ່ຽວກັບການສົມທົບກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ບັນດາບັນຫາເຊິ່ງ 2 ຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນໃນສະພາບທີ່ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານປະສານງານອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021.

        ບົນພື້ນຖານການພົວພັນຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງດີງາມຄືແນວນັ້ນ, ການຢ້ຽມຢາມນີ້ຈະແມ່ນຂີດໝາຍໃໝ່ ນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ