ການກະທຳຢ່າງແທດຈິງ, ບຸລິມະສິດແຫລ່ງກຳລັງໃຫ້ແກ່ເດັກນ້ອຍ

(VOVWORLD) -ຫວຽດນາມ ພວມໃນເດືອນເຄື່ອນໄຫວເພື່ອເດັກນ້ອຍ. ຢູ່ ຫວຽດນາມ, ເດັກນ້ອຍ ແມ່ນເປົ້າໝາຍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ສະແດງໃຫ້ເຫັນຜ່ານວຽກງານປົກປ້ອງ, ເບິ່ງແຍງດູແລ, ສ້າງທຸກເງື່ອນໄຂດີສຸດເພື່ອໃຫ້ເດັກນ້ອຍເຕີຍໃຫຍ່ຮອບດ້ານ, ມີສະພາບແວດລ້ອມແຫ່ງການດຳລົງຊີວິດຢ່າງປອດໄພ. ຫວຽດນາມ ກໍ່ບໍ່ມີການຈຳແນກປະພຶດ ແລະຮັບປະກັນຜົນປະໂຫຍດດີສຸດຂອງເດັກນ້ອຍໃນບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ ແລະ ຖືນີ້ແມ່ນບັນຫາມີລັກສະນະຍຸດທະສາດ,  ຍາວນານ.

ການກະທຳຢ່າງແທດຈິງ, ບຸລິມະສິດແຫລ່ງກຳລັງໃຫ້ແກ່ເດັກນ້ອຍ - ảnh 1ພາບປະກອບ:: dangcongsan.vn

ປະຈຸບັນ, ຫວຽດນາມ ມີເດັກນ້ອຍກວ່າ 25 ລ້ານຄົນ, ກວມເອົາກວ່າ 25% ຍອດຈຳນວນປະຊາກອນ. ໃນນັ້ນ 100% ຈຳນວນເດັກນ້ອຍມີອາຍຸຕ່ຳກວ່າ 6 ປີໄດ້ຮັບບັດປະກັນສຸຂະພາບໂດຍບໍ່ເສຍຄ່າ. ເກືອບ 100% ຈຳນວນເດັກນ້ອຍເຖິງອາຍຸໄປຮຽນລ້ວນແຕ່ໄດ້ໄປໂຮງຮຽນ, 95% ເດັກນ້ອຍມີອາຍຸຕ່ຳກວ່າ 1 ປີ ໄດ້ຮັບການສັກຢາວັກຊິນທຸກຊະນິດ.

ການກະທຳຢ່າງແທດຈິງ, ບຸລິມະສິດແຫລ່ງກຳລັງໃຫ້ແກ່ເດັກນ້ອຍ

ເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2024 (ແຕ່ວັນທີ 1 – 30/6) ດ້ວຍຫົວຂໍ້ “ການກະທຳຢ່າງແທດຈິງ, ບຸລິມະສິດແຫລ່ງກຳລັງໃຫ້ແກ່ເດັກນ້ອຍ”.      ໂດຍປຸກລະດົມເດືອນເຄື່ອນໄຫວເພື່ອເດັກນ້ອຍ, ວັນທີ 1 ມິຖຸນາຜ່ານມາ, ຢູ່ ນະຄອນ ເຫ້ວ,  ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ຈັດຕັ້ງພິທີປຸກລະດົມແຫ່ງຊາດ ເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2024.

ໃນເດືອນເຄື່ອນໄຫວປີນີ້, 63/63 ແຂວງ, ນະຄອນ  ພ້ອມກັນປະຕິບັດບັນດາຂະບວນການທົ່ວປວງຊົນເບິ່ງແຍງດູແລ, ສຶກສາ ແລະ ປົກປ້ອງເດັກໃຫ້ຄົບຖ້ວນແລະດີກວ່າ; ຫນູນຊ່ວຍໃຫ້ແຕ່ລະຕາແສງມີກິດຈະກຳໃຫມ່ ຫລື ຍົກລະດັບກິດຈະກຳທີ່ສະຫງວນໃຫ້ແກ່ເດັກໃນບໍລິເວນ; ຊາວຫນຸ່ມ, ສະມາຊິກແຕ່ລະຄົນຂອງບັນດາອົງການຈັດຕັ້ງການເມືອງສັງຄົມ ມີການກະທຳຢ່າງແທດຈິງທີ່ສະຫງວນໃຫ້ແກ່ເດັກນ້ອຍຢູ່ແຕ່ລະທ້ອງຖິ່ນກໍ່ຄືໃນຂອບເຂດທົ່ວປະເທດ.

ທ່ານ ນາງ ຫງວຽນທິງາ, ຮອງຫົວຫນ້າກົມເດັກນ້ອຍ ໃຫ້ຮູ້ວ່າ:

           “ຈັດຕັ້ງບັ້ນໂຄສະນາແນໃສ່ແນະນຳບັນດາຮູບແບບ, ວິທີເຮັດດີຂອງຫລາຍທ້ອງຖິ່ນທີ່ໄດ້ປະຕິບັດວຽກງານເດັກນ້ອຍໃນໄລຍະຜ່ານມາ; ເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ຈັດຕັ້ງກອງປະຊຸມທາງໄກທົ່ວປະເທດກ່ຽວກັບວຽກງານເດັກນ້ອຍ. ນອກນັ້ນ ແມ່ນສືບຕໍ່ຄາດຄະເນ ຕີລາຄາວຽກງານເດັກນ້ອຍໃນໄລຍະຈະມາເຖິງພ້ອມທັງວາງອອກບັນດາມາດຕະການເໝາະສົມເພື່ອປະຕິບັດສິດທິເດັກໃຫ້ນັບມື້ນັບດີກວ່າເກົ່າ”

         ກ່ອນຫນ້ານັ້ນ ເນື່ອງໃນໂອກາດເດືອນເຄື່ອນໄຫວເພ່ືອເດັກນ້ອຍປີ 2024, ເມື່ອລົງຢ້ຽມຢາມສູນລ້ຽງດູເດັກພິການ ຮ່າໂນ້ຍ ໃນວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນຫນັກວ່າ ຄວນຕັດສິນໃຈສູງກວ່າ, ມານະພະຍາຍາມຫລາຍກວ່າ, ມີການກະທຳຂ້ຽວຂາດກວ່າ, ແທດຈິງກວ່າ, ສະຫງວນແຫຼ່ງກຳລັງຫລາຍກວ່າເພື່ອປະຕິບັດວຽກງານເບິ່ງແຍງດູແລ, ສຶກສາ ແລະ ປົກປ້ອງເດັກໃນໄລຍະຈະມາເຖິງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ທັງວົງຄະນາຍາດ, ສັງຄົມ ຕ້ອງມີການກະທຳແທດຈິງດ້ວຍຄວາມຮັບຜິດຊອບສູງສຸດ; ຕ້ອງແມ່ນບ່ອນອີງອັນຫນັກແຫນ້ນ, ແມ່ນບ່ອນເພື່ອໃຫ້ເດັກນ້ອຍຝາກຝັງຄວາມເຊື່ອໝັ້ນ, ຄວາມຮັກແພງ ແລະ ຄວາມໄວ້ເນື້ອເຊື່ອໃຈຕໍ່ອະນາຄົດຂອງຕົນ.

ເບິ່ງແຍງດູແລ, ສຶກສາ ແລະປົກປ້ອງເດັກນ້ອຍ ແມ່ນບັນຫາມີລັກສະນະຍຸດທະສາດ

ເບິ່ງແຍງດູແລ, ສຶກສາ ແລະປົກປ້ອງເດັກນ້ອຍ ແມ່ນບັນຫາມີລັກສະນະຍຸດທະສາດ, ຍາວນານ, ປະກອບສ່ວນສຳຄັນເຂົ້າໃນການກະກຽມ ແລະຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ ຮັບໃຊ້ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄຫມແລະ ເຊື່ອມໂຍງເຂົ້າກັບສາກົນ.ການລົງທຶນໃຫ້ແກ່ເດັກນ້ອຍ ກໍ່ແມ່ນການລົງທຶນໃຫ້ແກ່ອະນາຄົດຂອງປະເທດຊາດ. ປະຕິບັດວຽກງານນີ້ໃຫ້ດີສຸດແມ່ນ ຄວາມຮັບຜິດຊອບຂອງອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ, ຄອບຄົວ,ໂຮງຮຽນ ແລະ ທົ່ວສັງຄົມ.

ໃນຊຸມປີຜ່ານມາ, ພັກ, ລັດ ໄດ້ມີການປັບປຸງລະບອບລະບຽບການ, ກົນໄກ, ນະໂຍບາຍກ່ຽວກັບການປົກປ້ອງ, ເບິ່ງແຍງດູແລເດັກໃຫ້ສົມບູນແບບ,ຈັດຕັ້ງປະຕິບັດຢ່າງລຸລ່ວງ, ຄົບຊຸດຈາກສູນກາງ ລົງຮອດຮາກຖານ.

ປີກາຍນີ້, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງສຳຄັນ 2 ສະບັບ ກ່ຽວກັບຂົງເຂດເດັກນ້ອຍ. ແຕ່ລະປີ, ເວທີປາໄສເດັກນ້ອຍແຫ່ງຊາດ ໄດ້ຮັບການຈັດຕັ້ງຂຶ້ນ ດ້ວຍບັນດາຫົວເລື່ອງແຕກຕ່າງກັນ ແລະນີ້ກໍ່ແມ່ນການເຄື່ອນໄຫວເພື່ອຕາງຫນ້າໃຫ້ແກ່ເດັກນ້ອຍໄດ້ສະແດງຄຳເຫັນ, ຄວາມມຸ່ງມາດປາດຖະຫນາຂອງຕົນກ່ຽວກັບບັນດາບັນຫາທີ່ມີສ່ວນກ່ຽວຂ້ອງ…

  ເລື່ອງຜັນຂະຫຍາຍບັນດາການກະທຳລະອຽດຢ່າງຄົບຊຸດ, ມີປະສິດທິຜົນກໍ່ຄືໃຫ້ບຸລິມະສິດແຫລ່ງກຳລັງໃຫ້ແກ່ເດັກນ້ອຍ ບໍ່ພຽງແຕ່ຊ່ວຍເດັກນ້ອຍບໍ່ຖືກປະໄວ້ຢູ່ທາງຫລັງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນ ຫວຽດນາມຍາມໃດກໍ່ຖືມະນຸດເປັນໃຈກາງ, ແມ່ນເຈົ້າຂອງ, ແມ່ນເປົ້າໝາຍ, ແມ່ນກຳລັງຫນູນ ແລະ ແຫລ່ງກຳລັງພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ