ເພີ່ມທະວີການສົ່ງສິນຄ້າຫວຽດນາມໄປຍັງເຂດຫ່າງໄກສອກຫລີກ

ພາຍຫລັງ 2 ປີ ​ແຫ່ງ​ການ​ປະຕິບັດ​ ບັ້ນ​ຂົນຂວາຍ “ຊາວ​ຫວຽດນາມ​ບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຂອງ​ຫວຽດນາມ“ ບັນລຸ​ໄດ້​ໝາກຜົນ​ອັນ​ຕັ້ງຫນ້າ​ຫລາຍ​ຢ່າງ. ສິນຄ້າ​ຂອງ​ຫວຽດນາມ​ໄດ້​ສົ່ງ​ໄປເຖິງ​ທົ່ວ​ທຸກ​ແຂວງ, ນະຄອນ ຕະຫລອດ​ຮອດ​ບັນດາ​ເຂດ​ຫ່າງ​ໄກ​ສອກຫລີກ​ເພື່ອຮັບໃຊ້ໃຫ້​ແກ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ບັ້ນ​ຂົນ​ຂວາ​ຍ​ໄດ້​ເຮັດ​ໃຫ້ຜູ້​        ບໍລິ​ໂພ​ກປ່ຽນ​ແປງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສິນຄ້າ​ຂອງ​ຫວຽດນາມ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ​ກໍ​ຄື​ການ​ພັດທະນາ​ ແບບ​ຍື່ນ​ຍົງ​ ຂອງ​ ວິ​ສາ​ຫະກິດ​ຫວຽດນາມ.

        ປີ 2011, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ນຳ​​ສິນຄ້າໄປຍັງ​ເຂດ​ຊົນ​ນະ​ບົດ​ເປັນ 160 ຄັ້ງ ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ ​ກວ່າ 1.600 ​ເທຶ່ອ​ແຫ່ງ, ລາຍ​ຮັບທີ່​ເກັບ​ມາ​ໄດ້​ແມ່ນກວ່າ 57 ຕຶ້ດົ່ງ. ​ໃນ​ບັນດາຮ້ານ​ສັບພະ​ສິນຄ້າ, ສູນ​ການ​ຄ້າ, ມີ​ສິນຄ້າ​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ​ກວມ​ອັດ​ຕາ​ສ່ວນ​ສູງ​ພໍ​ສົມຄວນ ຕົວຢ່າງ​ຄື: ສັບພະ​ສິນຄ້າຂອງ Saigon Co -op ສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ ກວມ​ເກ​ືອບ 95%. ຜູ້​ບໍລິ​ໂພ​ກນັບ​ມື້​ນັບ​ຕີ​ລາຄາ​ສູງ​ສິນຄ້າ​ຂອງ​ຫວຽດນາມ. ບັນດາ​ວິ​ສາ​ຫະກິດ​ກໍ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ບັນດາ​ຜະລິດ​ຕະພັນ ​ແລະ ​ເປີດ​ກວ້າງ​ຕະຫລາດ​ລົງ​ສູ່​ເຂດ​ຊົນ​ນະ​ບົດ, ​ເຂດ​ອຸດສາຫະກຳ, ​ເຂດ​ຫ່າງ​ໄກ​ສອກຫລີກ. ​ໃນ​ບົດ​ລາຍ​ງານ​ຂອງ​ຄະນະ​ຂົນຂວາຍ​ລາຍການ ຢູ່ ກອງ​ປະຊຸມ​ສະຫລຸບ 2 ປີ ​ແຫ່ງ​ການ​ປະຕິບັດ​ລາຍການ “ຊາວ​ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຂອງ​ຫວຽດນາມ“ ຫາ​ກໍ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ໄດ້ຊີ້​ໃຫ້​ເຫັນ​ວ່າ ມີ 59% ຈຳນວນຜູ້​ບໍລິ​ໂພ​ກຢືນຢັນ​ວ່າ: ​ເມື່ອ​ຊື້​ສິນຄ້າ​ຈະ​ບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຫວຽດນາມ ​ແລະ ມີ 38% ຈຳນວນຜູ້ບໍລິໂພກໄດ້ ຕັກ​ເຕືອນ​ໃຫ້​ຍາດຕິ​ພີ່ນ້ອງ, ບັນດາ​ສະມາຊິກ​ໃນ​ຄອບຄົວກໍ​ຄືເພື່ອນ​ມິດ ຄວນ​ຊື້​ສິນຄ້າ​ຂອງ​ຫວຽດນາມ, 36% ຈຳນວນຜູ້ບໍລິໂພກຖື​ວ່າ: ກ່ອນ​ນີ້​ມີ​ຄວາມ​ຊີ​ນ​ເຄີຍ​ຊື້​ສິນຄ້າ​ມີ​ຕົ້ນ​ກຳ​ເນີ​ດຈາກ​ຕ່າງປະ​ເທດ ​ແຕ່​ປະຈຸ​ບັນ​ບໍ່ຊື້ອີກ ຫລື ຊື້​​ຫນ້ອຍ​ ແລະ ຫັນມາ​ຊື້​ສິນຄ້າ​ຂອງ​ຫວຽດນາມ. ບໍ່​ພຽງ​ແຕ່​ຢູ່​ບັນດາ​ນະຄອນ​ໃຫຍ່​ເທົ່າ​ນັ້ນ ຫາກ​ຢູ່​ເຂດ​ຊົນນະບົດ, ກ່ອນ​ນີ້ ປະຊາຊົນ​ເຄີຍ​ຊື້​ສິນ​ຄ​້າຂອງ​ຕ່າງປະ​ເທດ, ສິນຄ້າ​ເຖື່ອນ ຫລື ສິນຄ້າ​ມີ​ຄຸນ​ນະພາ​ບຕຳ່ ​ແຕ່​ປະຈຸ​ບັນ ດ້ວຍ​ນະ​ໂຍບາຍ​ກະຕຸ​ນ​​ເສດຖະກິດ​ຂອງ​ລັດຖະບານ, ຜ່ານ​ບັນດາ​ລາຍ​ການ​ສົ່ງ​ສິນຄ້າ​ຫວຽດນາມ ລົງໄປຂາຍ​ຢູ່​ເຂດ​ຊົນນະບົດ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ກໍມີ​ຄວາມ​ຕົກສະ​ເຫ​ງີ້ ຍ້ອນ​ສິນຄ້າ​ຂາຍ​ແມ່ນຫລາຍທີ່ສຸດ.

        ໝວດ​ສິນຄ້າ​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ ​ທີ່ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຜູ້​ບໍລິ​ໂພ​ກກວ່າ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ​ນີ້ ນັ້ນ​ແມ່ນ: ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ, ​ໂສ້ງ​ເສື້ອ, ​ເກີບ​ຫນັງ, ອາຫານ, ຜັກ​ໝາກ​ໄມ້, ​ເຄື່ອງ​ໃຊ້​ສອຍ​ໃນ​ຄອບຄົວ, ວັດ​ສະ​ດຸກໍ່ສ້າງ, ​ເຄື່ອງ​ເຟີ​ນີ​ເຈີ, ອຸປະກອນ​ຮັບ​ໃຊ້​ຫ້ອງການ. ທ່ານ​ນາງ ຫງວຽນ​ທິຮົ່ງຕີນ, ຫົວຫນ້າ​ຄະນະ​ຕະຫລາດ​ພາຍ​ໃນ​ປະ​ເທດ ສັງກັດ​ກຸ່ມ​ບໍລິສັດ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ​ໃຫ້​ຮູ້​ວ່າ: ປີ 2011 ​ໄດ້​ຈັດ​ຕັ້ງ​ການ​ສົ່ງ​ສິນຄ້າ​ລົງໄປຂາຍຢູ່​ເຂດ​ຊົນນະບົດ​ໄດ້​ກວ່າ 60 ຄັ້ງ​ແລ້ວ:

        “ບັນດາ​ວິສາ​ຫະກິດ​ກໍ​ມີ​ສະຕິ​ຮູ້ສຶກ​ໄດ້​ວ່າ ຕະຫລາດ​​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ພາຍ​ໃນ​ປະ​ເທດ​ຮັບ​ໃຊ້​ໃຫ້​ແກ່​ພົນລະ​ເມືອງ​ກວ່າ 80 ລ້ານ​ຄົນ ​ແມ່ນ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ, ສະ​ນັ້ນ ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​​ໄດ້​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ຕະຫລາດ​ພາຍ​ໃນ​ປະ​ເທດ​ຢ່າງ​ແຂງ​ແຮງ​ຄື: ຫວຽດຕຽນ, ຟອງ​ຟູ, ຍ່າ​ແບ່, ຕັດຫຍິບ​ເລກ 10 ​ແລະ ວິ​ສາ​ຫະກິດ​ອື່ນ​ອີກຈຳນວນ​ຫນຶ່ງ. ລາຍ​ຮັບ​ຈາກ​ການ​ຂາຍ​ສິນຄ້າ​ພາຍ​ໃນ​ປະ​ເທດ​ບັນລຸ​ສູງ​ທີ່​ສຸດ, ກຳ​ໄລທີ່ເກັບ​ມາ​ໄດ້​ຈາກ​ຕະຫລາດ​ພາຍ​ໃນ​ກໍ​ສູງ​ພໍ​ສົມຄວນ.“

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂະ​ບວນວິວັດ​ແຫ່ງ​ການ​ປະຕິບັດ​ບັ້ນ​ຂົນຂວາຍ​ນີ້​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ​ຕາມທ່ານນາງ ດີງທິໝີລວານ, ເລຂາທິການສະຫະ ສະມາຄົມ​ຂາຍຍ່ອຍ​ຫວຽດນາມ ​ແລ້ວ, ຢາກ​ໃຫ້​ຜູ້​ບໍລິ​ໂພ​ກບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຂອງ​ຫວຽດນາມ ຜູ້​ຂາຍ​ເຄື່ອງ​ເອງ​ຕ້ອງ​ແມ່ນ​ຄົນ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ຄວາມ​ຊຳນານ​ງານ​ກວ່າ​ໃນ​ການ​ໂຄສະນາ​ສິນຄ້າ​ຫວຽດນາມ​ເຖິງ​ຜູ້​ບໍລິ​ໂພ​ກ​ແຕ່ລະຄົນ ກໍ​ຄື ພ້ອມ​ກັບ​ບໍລິສັດ​ຜະລິດ​ສິນຄ້າ ຖື​ເປັນ​ສຳຄັນ​ຄຸນ​ນະພາ​ບ ບໍລິການ​ຂາຍ​ສິນຄ້າ, ​ເອົາໃຈໃສ່​ລູກ​ຄ້າ, ພິ​ເສດ​ແມ່ນ​ບໍລິການ​ຫລັງ​ການ​ຂາຍ.

        “ພໍ່​ຄ້າ​ຊາວ​ຂາຍຢູ່​ຕະຫລາດ ຢາກ​ຂາຍ​ສິນຄ້າ​ຂອງ​ຫວຽດນາມ, ວິ​ສາ​ຫະກິດ​ ຜະລິດ​ກໍ​ຢາກ​ນຳ​ສິນຄ້າ​ຫວຽດນາມ​ເຂົ້າຂາ​ຍຢູ່​ຕະຫລາດ, ສ່ວນ​ຜູ້​ບໍລິ​ໂພ​ກກໍ​ຢາກ​ຊື້​ສິນຄ້າ​ຫວຽດນາມ. ​ບັນຫາ​ວາງ​ອອກ​ໃນປະຈຸ​ບັນ ​ແມ່ນ​ຂອດ​ເຊື່ອມ​ຈອດ, ຮ່ວມ​ສຳພັນ​ລະຫວ່າງ​ບໍລິສັດ​ຜະລິດ​ສິນຄ້າ, ຜູ້​ບໍລິ​ໂພ​ກຍັງບໍ່ທັນຂະຫຍັນຂັນເຂື່ອນ.“

        ທ່ານ​ນາງ ​ໂຮ່ທິກີ​ມທວາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມຖື​ວ່າ: ​ເພື່ອ​ໃຫ້​ບັ້ນ​ຂົນ​ຂວາ​ຍ​ເຂົ້າ​ສູ່​ລວງ​ເລິກ ​ແລະ ໝັ້ນ​ທ່ຽງ, ຄວນ​ມີ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ​ໃນ​ນັ້ນ ກ່ອນ​ອື່ນ​ໝົດ ວິ​ສາ​ຫະກິດ​ຕ້ອງຜະລິດ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບ, ຕອບ​ສະຫນອງ​ຄວາມ​ນິຍົມ​ຂອງ​ລູກ​ຄ້າ ​ແຕ່​ລາຄາ​ຕ້ອງ​ຕຳ່​ກວ່າ​ເມື່ອ​ທຽບ​ໃສ່​ສິນຄ້າ​ມີ​ຕົ້ນ​ກຳ​ເນີ​ດຈາກ​ຕ່າງປະ​ເທດ. ພ້ອມ​ກັນ​ນັ້ນ ຊາວ​ຫວຽດນາມ ​ແຕ່ລະຄົນ ​ເມື່ອ​ໄປ​ຊື້​ສິນຄ້າ ຈົ່ງ​ຄິດ​ເຖິງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ດ້ວຍການກະທຳຢ່າງແທ້ຈິງ ຂອງ​ຕົນ​ນັ້ນ​ແມ່ນ ​ບຸລິມະສິດ​ນຳ​ໃຊ້​ຜະລິດ​ຕະພັນ, ສິນຄ້າ ​ແລະ ການບໍລິການ​ໂດຍ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຜະລິດ ​ແລະ ສະຫນອງ.

        “ພວກ​ຂ້າພະ​ເຈົ້າ​ມີ​ລາຍການ​ສົມທົບ​ ​ແລະ ຜັນ​ຂະຫຍາຍ​ການ​ຮ່ວມ​ສຳພັນ ລະຫວ່າງ​ບໍລິສັດ​ຜະລິດ, ຈຳຫນ່າຍ ​ແລະ ຜູ້​ບໍລິ​ໂພ​ກຢ່າງ​ລະອຽດ. ນອກ​ນັ້ນ ປີ​ຫນ້າ​ຄວນ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການ​ຄ້າ. ຢາກ​ຈໍລະ​ຈອນ​ ຈຳຫນ່າຍ ສິນຄ້າ ຕ້ອງ​ມີ​ຮາກຖານ​ເພື່ອ​ຂາຍ​ສິນຄ້າ​ໄດ້. ປະຈຸ​ບັນ ສິນຄ້າ​ໄດ້​ສົ່ງ​ໄປ​ຂາຍ​ຢູ່​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫລີກ ​ໃນ​ບັນດາ​ຕະຫລາດນັດ, ​ແຕ່​​ເມື່ອ​ຕະຫລາດນັດ​ອັດ​ລົງ​ແລ້ວ, ສິນຄ້າ​ຍາກທີ່​ຈະ​ຂາຍ​ໄດ້. ປີຫນ້າ ພວກ​ຂ້າພະ​ເຈົ້າ​ຈະ​ສົມທົບ​ກັບ​ບັນດາ​ທ້ອງ​ຖິ່ນ ​ເພື່ອ​ເຮັດ​ແນວ​​ໃດ​ນຳ​ສິນຄ້າ​ຂອງ​ຫວຽດນາມ​​ເຂົ້າສູ່​ບັນດາ​ສູນ​ການ​ຄ້າ, ຕະຫລາດ ​ແລະ ​ເຂດ​ຫ່າງ​ໄກ​ສອກຫລີກ.“

        ​ໃນປີ 2012, ​ເພື່ອ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັ້ນ​ຂົນຂວາຍ “ ຊາວ​ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ ຫວຽດນາມ“  ​ແລະ ທະວີຄູນ, ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຈັດ​ຕັ້ງ​ສະຖານ​ທີ່​ຂາຍ​ສິນຄ້າ​ທີ່ມີ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ ​ເພື່ອຮັບ​ໃຊ້​ຄວາມ​ຕ້ອງການຂອງ​ຜູ້​ບໍລິ​ໂພ​ກ​ໃນ​ໂອກາດບຸນປີ​ໃຫມ່​ປະຈຳ​ຊາດ, ​ເປັນ​ຕົ້ນ​​ແມ່ນຢູ່​​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດຊາຍ​ແດນ, ​ເຂດ​ໝູ່​ເກາະ. ພ້ອມ​ກັນ​ນັ້ນ ຈັດ​ຕັ້ງ​ງານ​ວາງສະ​ແດງ, ງານ​ຕະຫລາດນັດຄັ້ງ​ຕ່າງໆ ​ເພື່ອ​ໃຫ້​ຜູ້​ບໍລິ​ໂພ​ກຫວຽດນາມ ​ເຫັນ​ໄດ້​ຈຸດ​ພົ້ນ​ເດັ່ນ​ຂອງ​ສິນຄ້າ​ຂອງ​ຫວຽດນາມ ​ເມື່ອ​ທຽບ​ໃສ່​ສິນຄ້າ​ນຳ​ເຂົ້າ ​ເພື່ອ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ໂຄສະນາ​ເຄ່ືອງໝາຍ​ການ​ຄ້າ ​ແລະ ຊອກ​ຫາ​ເປີດ​ກວ້າງ​ຕະຫລາດ​ພາຍ​ໃນ, ຮ່ວມ​ສຳພັນ​ ​ລົງທຶນ​ດ້ວຍ​ຫລາຍ​ຮູບ​ການ. ທາງ​ກະຊວງ​ຍັງ​ມີ​ແຜນການ​ເໝາ​ະສົມ​ເພື່ອ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ຍູ້​ແຮງ​ການ​ຮ່ວມ​ມື,​ຮ່ວມ​ສຳພັນ​ໃນ​ບັນດາ​ຂອດ​ສະຫນອງ​ຂໍ້​ມູນ​ຂ່າວສານ, ຂຸດ​ຄົ້ນ​ຕະຫລາດ, ຕ້ານ​ການ​ແກ້ງ​ແຍ້​ງ, ຂາຍ​ບຸບ​ລາຄາ, ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ. ດ້ານ​ອື່ນ, ຍູ້​ແຮງ​ວຽກ​ງານ​ອອກ​ຫນັງສື​ຮັບ​ຮູ້​ຄຸນ​ນະພາ​ບ ດ້ວຍ​ລະບົບ​ມາດຕະຖານ​ເພື່ອ​ຊ່ວຍ​ໃຫ້​ຜູ້​ບໍລິ​ໂພ​ກບໍ່​ມີ​ຄວາມ​ອຸ່ນ​ອ່ຽງ​ໃຈ​ເມື່ອ​ນຳ​ໃຊ້​ສິນຄ້າ​ຂອງ​ຫວຽດນາມ./.

 

 

ຕອບກັບ

ຂ່າວ/ບົດ​ອື່ນ