ເພີ່ມທະວີການຮ່ວມມືກັບ ໄທ, ປັບປຸງການພົວພັນຄູ່ຮ່ວມມືໃນ APEC

(VOVWORLD) -ການຢ້ຽມຢາມແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືຮອບດ້ານກວ່າເກົ່າ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ໄທ.
ເພີ່ມທະວີການຮ່ວມມືກັບ ໄທ, ປັບປຸງການພົວພັນຄູ່ຮ່ວມມືໃນ APEC - ảnh 1ທ່ານປະທານປະເທດ  ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ໄດ້ໄປຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ
(ພາບ: TTXVN)

        ໂດຍໄດ້ຮັບຄຳເຊີນຈາກທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ໄດ້ໄປຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມສັບປະດາຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ຄັ້ງທີ 29 (APEC 29) ແຕ່ວັນທີ 16-19 ພະຈິກ. ການຢ້ຽມຢາມແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືຮອບດ້ານກວ່າເກົ່າ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ໄທ. ພ້ອມກັນນັ້ນ, ດ້ວຍເລື່ອງເຂົ້າຮ່ວມ APEC ຄັ້ງທີ 29, ຫວຽດນາມ ຈະພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກສ້າງປະຊາຄົມອາຊີ - ປາຊີຟິກ ເປີດກວ້າງ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສັນຕິພາບ.

        ການເດີນທາງໄປຢ້ຽມຢາມ ໄທ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ແມ່ນການຢ້ຽມຢາມ ໄທ ຄັ້ງທຳອິດຂອງການນຳຫຼັກແຫຼ່ງ ຫວຽດນາມ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ທ່ານປະທານປະເທດ ກໍແມ່ນການນຳຂັ້ນສູງຕ່າງປະເທດຄົນທຳອິດທີ່ໄປຢ້ຽມຢາມ ໄທ ຢ່າງເປັນທາງການ, ກ່ອນດຳເນີນກອງປະຊຸມການນຳບັນດາພື້ນຖານເສດຖະກິດ APEC ຄັ້ງທີ 29.

ການຢ້ຽມຢາມມີລັກສະນະປະຫວັດສາດໃນການພົວພັນລະຫວ່າງ 2 ປະເທດ

ການເດີນທາງໄປຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ໄດ້ດຳເນີນໃນສະພາບທີ່ 2 ປະເທດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (ປີ 2023).

ພາຍຫຼັງໄລຍະ 46 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (06 ສິງຫາ 1976 – 06 ສິງຫາ 2022), ປະຈຸບັນເມື່ອເບິ່ງລວມແລ້ວ ການພົວພັນລະຫວ່າງຂອງ 2 ປະເທດພວມພັດທະນາຢ່າງດີງາມ, ໃນນັ້ນ, ການຮ່ວມມືດ້ານເສດຖະກິດແມ່ນຂົງເຂດພົ້ນເດັ່ນ. ວົງເງິນການຄ້າໃນ 9 ເດືອນຕົ້ນປີ 2022 ບັນລຸ 16,1 ຕື້ USD, ເພີ່ມຂຶ້ນ 17,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນພາກພື້ນ ອາຊຽນ, ໄທ ແມ່ນຄູ່ຄ້າລາຍໃຫຍ່ສຸດຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ທີ 2 ຂອງ ໄທ.

ເພີ່ມທະວີການຮ່ວມມືກັບ ໄທ, ປັບປຸງການພົວພັນຄູ່ຮ່ວມມືໃນ APEC - ảnh 2(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈິແທັງ)

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈິແທັງ ໃຫ້ຮູ້ວ່າ, ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເນື້ອໃນເຊິ່ງການນຳ 2 ປະເທດຈະປຶກສາຫາລືໃນການຢ້ຽມຢາມຄັ້ງນີ້ ເພື່ອມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 25 ຕື້ USD ໃນປີ 2025.

“ການນຳ 2 ຝ່າຍຈະແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມືໃຫ້ນັບມື້ເຂົ້າສູ່ລວງເລິກ, ໃນນັ້ນໄດ້ເຕື້ອງເຖິງເລື່ອງເຊື່ອມຕໍ່ດ້ານເສດຖະກິດໃນ 3 ແງ່ມູມຄື: ທີ 1 ແມ່ນການເຊື່ອມຕໍ່ລະບົບສະໜອງ, ທີ 2 ແມ່ນການເຊື່ອມຕໍ່ບັນດາພື້ນຖານຜະລິດ ແລະ ທີ 3 ແມ່ນເຊື່ອມຕໍ່ຍຸດທະສາດເຕີບໂຕສີຂຽວຂອງ ຫວຽດນາມ ກັບຮູບແບບເສດຖະກິດ ຊີວະວິທະຍາ - ໝູນວຽນ - ສີຂຽວ BCG ຂອງ ໄທ. ທ່ານປະທານປະເທດຈະເປັນສັກຂີພິຍານພິທີລົງນາມແຜນການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໄລຍະ 2022 2027, ໃນນັ້ນໄດ້ວາງອອກຫຼາຍມາດຕະການໃນທຸກຂົງເຂດ”.

ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ

        ພາຍຫຼັງຢ້ຽມຢາມ ໄທ ຢ່າງເປັນທາງການແລ້ວ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນທັດສະນະ, ບົດຮຽນ ແລະ ສະເໜີທິດທາງເດີນ ເພື່ອໃຫ້ APEC ປະກອບສ່ວນເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍລວມຂອງພາກພື້ນຢ່າງມີປະສິດທິຜົນກວ່າເກົ່າ.

ເພີ່ມທະວີການຮ່ວມມືກັບ ໄທ, ປັບປຸງການພົວພັນຄູ່ຮ່ວມມືໃນ APEC - ảnh 3 (ທ່ານ ທານີ ແສງຣັດ, ໂຄສົກກະຊວງການຕ່າງປະເທດ ໄທ)

        ປີ 2022, ໄທ, ປະເທດເຈົ້າພາບຈັດ APEC 29, ສະເໜີຫົວຂໍ້ “ເປີດກວ້າງ. ເຊື່ອມຕໍ່. ດຸ່ນດ່ຽງ.” (Open. Connect. Balance.). ດ້ວຍບົດບາດເປັນປະທານກຸ່ມ ອາຊຽນ ໃນ APEC 2022, ຫວຽດນາມ ຈະສົມທົບກັບບັນດາປະເທດສະມາຊິກ ອາຊຽນ ຊຸກຍູ້ຄວາມສາມັກຄີ, ສຽງເວົ້າລວມຂອງ ອາຊຽນ ແລະ ເຊີດຊູບົດບາດໃຈກາງຂອງ ອາຊຽນ ໃນການຮ່ວມສຳພັນເສດຖະກິດພາກພື້ນ. ພ້ອມກັນນັ້ນ, ຫວຽດນາມ ໄດ້ສວມບົດບາດຕັ້ງໜ້າໃນແຜນການ Aotearoa ກ່ຽວກັບວິໄສທັດ APEC ຮອດປີ 2040 ແລະ ສືບຕໍ່ເສີມຂະຫຍາຍບັນດາໝາກຜົນສຳຄັນຂອງປີ APEC 2017. ທ່ານ ທານີ ແສງຣັດ, ໂຄສົກກະຊວງການຕ່າງປະເທດ ໄທ, ຕີລາຄາວ່າ:

        “ເມື່ອເບິ່ງໂດຍສັງເຂບແລ້ວ, ຫວຽດນາມ ສວມບົດບາດສຳຄັນ, ແມ່ນສະມາຊິກສຳຄັນ ແລະ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນໃນ APEC. ກ່ອນນີ້, ຫວຽດນາມ ເຄີຍເປັນເຈົ້າພາບຈັດ APEC ມາແລ້ວ. ຍ້ອນເຫດນັ້ນ, ໄທ ແລະ ຫວຽດນາມ, ກໍຄືບັນດາພື້ນຖານເສດຖະກິດສະມາຊິກ APEC ກຳລັງຮ່ວມມື ແລະ ຈະຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາພື້ນຖານເສດຖະກິດໃຫ້ພັດທະນາແບບຍືນຍົງກວ່າໃນອະນາຄົດ”.

        ການເດີນທາງໄປຢ້ຽມຢາມ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ຄັ້ງທີ 29 (APEC 29) ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແມ່ນການເຄື່ອນໄຫວການຕ່າງປະເທດສຳຄັນຂອງການນຳຫຼັກແຫຼ່ງ ຫວຽດນາມ ໃນປີ 2022. ຜ່ານບັນດາຂໍ້ຕົກລົງທີ່ບັນລຸໄດ້ ກໍຄືບັນດາການປະກອບສ່ວນຢູ່ໃນເຫດການດັ່ງກ່າວ, ຫວຽດນາມ ຈະສົ່ງສານກ່ຽວກັບຄວາມສາມັກຄີ, ສັນຕິພາບ ແລະ ພ້ອມກັນພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ