ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ຕີມໍຕາເວັນອອກ

(vovworld)-  ​ໂດຍ​​ໄດ້​ຮັບ​ຄຳ​ເຊີນ​ຂອງ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ​ນຢຸງ,​ ວັນ​ທີ 4/9, ທ່ານ​ນາຍົກລັດຖະມົນຕີ ຕີ​ມໍ​ຕາ​ເວັນ​ອອກ Kay Rala Xanana Gusmao ​ ​ເລີ່​ມຕົ້ນການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ຫວຽດນາມ ທີ່​ແກ່ຍາວ​ເປັນ​ເວລາ 2 ວັນຄັ້ງນີ້ ​ແມ່ນ​ການ​ຢ້ຽມຢາມ​ ຄັ້ງທີ 2 ຂອງ​ທ່ານ Gusmao ນັບ​ແຕ່​ເດືອນ 8/2005 ​ໃນຖານະ​ເປັນ​ປະທານາທິບໍດີ ຕີ​ມໍ​ຕາ​ເວັນ​ອອກ, ຈະ​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຕີ​ມໍ​ຕາ​ເວັນ​ອອກ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ຍາດ​ແຍ່ງ​ການ​ສະໜັບສະ​ໜູນ​ຂອງ​ຫວຽດນາມ ​ເພື່ອ​ໃຫ້ຕີ​ມໍ​ຕາ​ເວັນ​ອອກ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ.

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ຕີມໍຕາເວັນອອກ - ảnh 1

ທ່ານ​ນາຍົກລັດຖະມົນຕີຕີ​ມໍ​ຕາ​ເວັນ​ອອກ

ຢ້ຽມຢາມ​ຫວຽດນາມຢ່າງ​ເປັນ​ທາງ​ການ.

(ພາບ: nguyentandung.org)

   ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ຂອງທ່ານ​ນາຍົກລັດ ຖະມົນຕີ ຕີ​ມໍ​ຕາ​ເວັນ​ອອກ Kay Rala Xanana Gusmao ດຳ​ເນີນ​ໄປ​ໃນ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ, ສະພາບການ​ເມືອງ, ສັງຄົມຂອງຕີ​ມໍ​ຕາ​ເວັນ​ອອກ ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ​ເປັນ​ປົກກະຕິ. ລັດຖະບານ​ຂອງ​ທ່ານ Kay Rala Xanana Gusmao ​ໄດ້​ປະກາດ​ໃຊ້​ໂຄງການ​ດຳ​ເນີນ​ງານ, ວາງ​ອອກ​ບັນດາ​ຈຸດໝາຍ​ສຸມ​ໃສ່​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ພັດທະນາ​ພືນ​ຖານ​ໂຄງ​ລ່າງ ​ແລະ ​ເປີດ​ກ້ວາງ​ການ​ພົວພັນກັບ​ຕ່າງປະ​ເທດ.

   ລັດຖະບານຕີ​ມໍ​ຕາ​ເວັນ​ອອກ ພວມ​ສຸມ​ໃສ່​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາ​ມອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ປັບປຸງດ້ານ​ສາທາລະນະ​ສຸກ ​ແລະ ການ​ສຶກສາ, ຮັກສາ​ຄວາມ​ ໝັ້ນຄົງ, ສືບ​ຕໍ່​ປະຕິບັດ​ການ​ໄກ່​ເກ່ຍປອງ​ດອງ​ຊາດ. ​ແຜນ​ງົບປະມານ​ສືບ​ຕໍ່​ຜັນ​ຂະຫຍາຍ 3 ​ເສົາຄ້ຳ​ໃນ​ແຜນການ​ພັດທະນາ​ຍຸດ​ທະ​ສາດ​ໄລຍະ 2011-2030 ​ແມ່ນ​ທຶນ​ພັດທະນາ​ສັງຄົມ, ພື້ນຖານ​ໂຄງ​ລ່າງ ​ແລະ ພັດທະນາ​ເສດຖະກິດ.

  ກ່ຽວ​ກັບ​ດ້ານ​ເສດຖະກິດ, ​​ໃນ​ໄລຍະ​ຜ່ານ​ມາ, ຕີ​ມໍ​ຕາ​ເວັນ​ອອກ ກໍ່​ມີ​ບັນດາ​ບາ​ດກ້າວ​ພັດທະນາ​ທີ່​ແນ່ນອນ. ລະດັບ​ເຕີບ​ໂຕ​ຈີ​ດີ​ພີ​ປີ 2012 ບັນລຸ 10%, ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ກ່ວາ 700 USD ​ແລະ ພວມ​ສູ້​ຊົນ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ສະ​ເລ່ຍປານ​ກາງ​ໃນ​ປີ 2015. ​ໃນ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ, ຕີ​ມໍ​ຕາ​ເວັນ​ອອກ ສືບຕໍ່​ເລັ່ງ​ໃສ່​ການ​ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃຫ່ຍ ​ແລະ ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ພາກ​ພື້ນ, ພ້ອມ​ທັງ​ຂົນຂວາຍ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ. ນັບ​ແຕ່​ມອບ​ໃບ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ ​ເມື່​ອ​ເດືອນ 3/2011, ຕີ​ມໍ​ຕາ​ເວັນ​ອອກ ​ໄດ້​ຕັ້ງໜ້າ​ຍູ້​​ໄວ​ວິວັດ​ການ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ອາ​ຊຽນ. ​ໃນ​ປີ 2013, ບັນດາ​ການ​ນຳ ຕີ​ມໍ​ຕາ​ເວັນ​ອອກ ຄາດ​ວ່າ​ຈະ​ໄປ​ຢ້ຽມຢາມ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ​ ຕີ​ມໍ​ຕາ​ເວັນ​ອອກ ໄດ້​ໄປ​ຢ້ຽມຢາມອິນ​ໂດ​ເນ​ເຊຍ, ສິງກະ​ໂປ, ຟິລິບ​ປິນ ​ແລ້ວ ​ແລະ ປະຈຸ​ບັນ ​ແມ່ນ​ໄປ​ຢ້ຽມຢາມ​ຫວຽ​ດນາມ.

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ຕີມໍຕາເວັນອອກ - ảnh 2

ຫວຽດນາມ​ຖື​ການ​ພົວພັນ​ກັບ​ຕີ​ມໍ​ຕາ​ເວັນ​ອອກ​ເປັນ​ສຳຄັນ

(ພາບ: dantri.com.vn)

    ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້,​ ການ​ພົວພັນ​ລະຫວ່າງຫວຽດນາມ ​ແລະ ຕີ​ມໍ​ຕາ​ເວັນ​ອອກ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ເປັນ​ຢ່າງ​ດີ, ຊື່​ງພົ້ນ​ເດັ່ນແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຫວຽດນາມ ຂອງ​ປະທານາທິບໍດີ Hoxe Ramos Hosta ​ເມື​່ອ​ເດືອນ 4/2010, ​ໃນ​ນັ້ນ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ເຕັກນິກ ​ແລະ ສ້າງຕັ້ງກົນ​ໄກ​ຄະນະ​ກຳມະການ​ປະສົມ​ຫວຽດນາມ-ຕີ​ມໍ​ຕາ​ເວັນ​ອອກ. ຕີ​ມໍ​ຕາ​ເວັນ​ອອກ ​ໄດ້​ເປີດ​​ສະຖານທູດປະຈຳ​ຮ່າ​ໂນ້ຍນັບ​ແຕ່​​ເດືອນ 4/2012 ​ແລະ ​ແຕ່ງຕັ້ງເອກ​ອັກຄະ​ລັດຖະທູດ​ປະຈຳຫວຽດນາມ ນັບ​ແຕ່​ເດືອນ 12/2012. ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ສອງ​ສົ້ນບັນລຸ​ເກືອ​ບ 35 ລ້ານ USD ​ໃນ​ປີ 2012, ​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ​ເມື່ອ​ທຽບ​ກັບ​ລະດັບ 13 ລ້ານ USD ​ໃນ​ປີ 2011. ​ໃນ 6 ​ເດືອນ​ຕົ້ນປີ 2013, ວົງ​ເງິນ​ການ​ຄ້າ​ບັນລຸ​​ເກືອບ 20 ລ້ານ USD, ​ໃນ​ນັ້ນ, ສ່ວນ​ຫຼາຍ​ແມ່ນ​ຫວຽດ​ນາມ ສົ່ງ​ອອກ​ເຂົ້າສານ, ສິນ​ໃນ​ນ້ຳ, ສິນ​ທະ​ເລ....​ໄປ ຕີ​ມໍ​ຕາ​ເວັນ​ອອກ. ປະຈຸ​ບັນ, ບໍລິສັດ​ໂທລະ​ຄົມ​ກອງທັບ​ຫວຽດນາມ (Viettel) ພວມ​ລົງທຶນ​ໂຄງການ​ສະໜອງ​ການ​ບໍລິການ​ໂທລະ​ຄົມ​ຢູ່ ຕີ​ມໍ​ຕາ​ເວັນ​ອອກ​ທີ່​ມີ​ມູນ​ຄ່າ​ເກືອບ 15 ລ້ານ USD. ສອງ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ ​ແລະ ທ່າ​ໄດ້​ປຽບຫຼາຍ​ຢ່າງ​, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ, ນ້ຳມັນ​ອາຍ​ແກັດ, ສິນ​ໃນ​ນ້ຳ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ…​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ແບ່ງປັນ​ບົດຮຽນ.

  ການ​ຢ້ຽມຢາມ​ຫວຽດນາ​ມ ຂອງ​ທ່ານນາຍົກລັດຖະມົນຕີ ຕີ​ມໍ​ຕາ​ເວັນ​ອອກ Kay Rala Xanana Gusmao ຄັ້ງນີ້ ​ເພື່ອ​ແນ​ໃສ່​ຢັ້ງຢືນ, ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ, ການ​ຮ່ວມມື​ຫຼາຍ​ດ້ານ​ກັບ​ຫວຽດນາມ; ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຊື່​ງສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​​ໃຈ. ສຳລັບ​ຫວຽດນາມ ​ແລ້ວ, ການ​ຢ້ຽມຢາມ​ກໍ່​ແມ່ນ​ໂອກາດ​ເພ​ື່ອ​ໃຫ້​ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບ ຕີ​ມໍ​ຕາ​ເວັນ​ອອກ, ຊື່​ງ​ແມ່ນ​ປະ​ເທດ​ໜຶ່ງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເຖິງ​ວ່າ​ບໍ່​ທັນ​ແມ່ນ​ສະມາຊິກ​ອາ​ຊຽນກໍ່ຕາມ, ຊອກ​ຫາ, ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ຝ່າຍ ກໍ່​ຄື​ແລກປ່ຽນ​ບັນດາ​ບັນ​ຫາສາ​ກົນ ​ແລະ ພາກ​ພື້ນຊື່​ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ./.

ຕອບກັບ

ຂ່າວ/ບົດ​ອື່ນ