ເພີ່ມ​ທະ​ວີ​ມາດ​ຕະ​ການ, ເປີດ​ກ້​ວາງ​ຂອບ​ເຂດ​ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ

(VOVWORLD) -

ວັນທີ 7 ຕຸລາປີ 2021, ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 13 ໄດ້ອັດລົງພາຍຫຼັງໄດ້ເຮັດວຽກມາເປັນເວລາ 3 ມື້ເຄິ່ງຢູ່ຮ່າໂນ້ຍ. ໃນວາລະອັດກອງປະຊຸມ, ທ່ານເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ຢືນຢັນວ່າ: ທີ່ກອງປະຊຸມຄັ້ງນີ້ ສູນກາງໄດ້ເປີດກ້ວາງຂອບເຂດການກໍ່ສ້າງ, ປັບປຸງພັກ, ສ້າງລະບົບການເມືອງ, ຖືກຕ້ອງຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກໄດ້ວາງອອກ ເພື່ອແນໃສ່ເດັດດຽວຕໍ່ສູ້ກວາດລ້າງລັດທິສ່ວນຕົວໃນທົ່ວພັກໃຫ້ໝົດກ້ຽງ. ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ນັບມື້ນັບປອດໄສ, ໝັ້ນຄົງເຂັ້ມແຂງຮອບດ້ານ.

 
ເພີ່ມ​ທະ​ວີ​ມາດ​ຕະ​ການ, ເປີດ​ກ້​ວາງ​ຂອບ​ເຂດ​ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ - ảnh 1

 ສະພາບວາລະອັດກອງປະຊຸມ (ພາບ: Phương Hoa/TTXVN)

ຄະນະບໍລິຫານງານສູນກາງ ຢັນຢັນວ່າ, ໃນກ່ວາ 90 ປີຜ່ານມາ, ພັກກອມມູນິດຫວຽດນາມ ໄດ້ກຳນົດ, ປັບປຸງ ແລະ ນັບມື້ນັບໄດ້ຍົກສູງບົດບາດນຳພາ, ກຳລັງແຮງ ແລະ ອິດທິພົນຊື່ສຽງຂອງຕົນ ດ້ວຍຄຸນທາດ, ມານະຈິດ, ພູມປັນຍາ, ທິດສະດີນຳໜ້້າ, ດ້ວຍແນວທາງທີ່ຖືກຕ້ອງ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ ປຊຊ, ປະເທດຊາດ. ໃນຕົວຈິງ, ນັບແຕ່ມື້ມີພັກ, ປຊຊ ຫວຽດນາມ ໄດ້ມີຜູ້ນຳພາທີ່ຖືກຕ້ອງ, ສະຫຼາດສ່ອງໃສ ແລະ ຍ້ອນເຫດນັ້ນຊື່ງຍາດໄດ້ໄຊະນະນີ້ ໄປຮອດໄຊຊະນະອື່ນ, ສ້າງເປັນຜົນງານມະຫັດສະຈັນໃນສັດຕະວັດທີ 20. ໃນໄລຍະປ່ຽນແປງໃໝ່ ພັກກອມມູນິດຫວຽດນາມ ໄດ້ນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍນາໆປະການ ແລະ ຍາດໄດ້ຜົນງານອັນໃຫ່ຍຫຼວງ, ມີຄວາມໝາຍປະຫວັດສາດ. ບໍ່ທັນມີເວລາໃດທີ່ປະເທດຫວຽດນາມມີ ພາລະກິດທີ່ໃຫ່ຍຫຼວງ, ຄວາມສາມາດບົ່ມຊ້ອນ, ອິດທິພົນຊື່ສຽງສາກົນຄືປະຈຸບັນ.

ໃນຊຸມວັນນີ້, ໃນເງື່ອນໄຂໃໝ່, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງພາລະກິດການປະຕິວັດໃນໄລຍະໃໝ່, ກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ ໄດ້ວາງອອກບັນດາຄຳຮຽກຮ້ອງ, ໜ້າທີ່ກໍ່ສ້າງ, ປັບປຸງພັກ ດ້ວຍ 10 ມາດຕະການພື້ນຖານ, ຄົບຊຸດ, ໃນນັ້ນ ໄດ້ເນັ້ນໜັກເຖິງເລື່ອງຕ້ອງສືບຕໍ່ຍູ້ແຮງການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 12 ດ້ວຍຈຸດສຸມແມ່ນສະກັດກັ້ນ, ຍູ້ຖອຍ, ເດັດດ່ຽວຕໍ່ສູ້, ແກ້ໄຂການເສືື່ມທາດດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີດວິດ, ບັນດາການກະທຳສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ຢ່າງເຂັ້ມງວດ ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

ສິ່ງທີ່ໃໝ່ໃນກອງປະຊຸມຄັ້ງນີ້ແມ່ນ ສູນກາງໄດ້ເປີດກ້ວາງຂອບເຂດ, ບໍ່ພຽງແຕ່ໃນການກໍ່ສ້າງ, ປັບປຸງພັກເທົ່ານັ້ນ, ຫາກຍັງລວມທັງໃນການກໍ່ສ້າງລະບົບການເມືອງ ຖືກຕ້ອງຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກອີກດ້ວຍ. ພ້ອມກັບການສະກັດກັ້ນ, ຍູ້ໃຫ້ຖອຍໄປ ນັ້ນແມ່ນຕ້ອງເປັນເຈົ້າການໃນການປ້ອງກັນ, ເດັດດ່ຽວຕໍ່ສູ້, ແກ້ໄຂການເສື່ອມທາດທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ແລະ ບັນດາການກະທຳສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ຢ່າງເຂັ້ມງວດ….ພ້ອມກັນນັ້ນແມ່ນເພີ່ມເຕີມ, ເຮັດໃຫ້ຈະແຈ້ງຕໍ່ລະບົບບັນດາການສະແດງອອກຂອງການເສື່ອມທາດ ດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, “ການຜັນແປເອງ”, “ຫັນປ່ຽນເອງ”, “ໄພຫຍໍ້ທໍ້” ໃນສະພາບການໃໝ່.

ເພີ່ມ​ທະ​ວີ​ມາດ​ຕະ​ການ, ເປີດ​ກ້​ວາງ​ຂອບ​ເຂດ​ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ - ảnh 2

 ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ  ກ່າວຄຳເຫັນອັດກອງປະຊຸມ (ພາບ: Phương Hoa/TTXVN)

 ສູນກາງໄດ້ຊີ້ແຈ້ງວ່າ, ໃນບັນດາສະແດງອອກຂອງການເສື່ອມທາດ ດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ອັນຕະລາຍທີ່ສຸດແມ່ນອຸດົມຄະຕິການປະຕິວັດຈືດຈາງລົງ, ບໍ່ຢຶດໝັ້ນຕໍ່ເສັ້ນທາງສັງຄົມນິຍົມ, ຄຸມເຄືອ, ລັ່ງເລໃຈ, ຂາດຄວາມໄວ້ເນື້ອເຊື່ອໃຈ, ເວົ້າພິດ, ເຮັດພິດກັບທັດສະນະ, ແນວທາງຂອງພັກ. ການເສື່ອມດ້ານຄຸນສົມບັດ, ແບບແຜນການດຳລົງຊີວິດສະແດງອອກຢູ່ບ່ອນວ່າ: ເຫັນແກ່ຕົວ, ສວຍໂອກາດ, ມັກໃຫ່ຍໄຝ່ສູງ, ສະແຫວງຫາຜົນປະໂຫຍດ, ສະແຫວງຫາສິດອຳນາດ ແລະ ຊື່ສຽງ, ສໍ້ລາດບັງຫຼວງ, ຫຍໍ້ທໍ້, ແບ່ງພັກແບ່ງພວກ; ຂາດຄວາມສາມັກຄີ, ອາດຍາສິດ, ຫ່າງເຫີນ ປຊຊ…. ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

ສູນກາງໄດ້ເຫັນດີເປັນເອກະສັນສູງວ່າ ຕ້ອງດຳເນີນຢ່າງຄົບຊຸດ ແລະ ຂ້ຽວຂາດກ່ວາອີກ ໃນຫຼາຍວຽກງານລະອຽດ, ແທດຈິງ, ສຸມໃສ່ 4 ໝວດໜ້າທີ່, ມາດຕະການ ຊື່ງກອງປະຊຸມໃຫ່ຍຄັ້ງທີ 4 ສູນກາງພັກຊຸດທີ 12 ໄດ້ວາງອອກ; ພ້ອມທັງເພີ່ມເຕີມເນັ້ນໜັກຕື່ມອີກ 2 ໝວດໜ້າທີ່, ມາດຕະການຄື: ກໍ່ສ້າງຖັນແຖວພະກັກງານຂັ້ນຕ່າງໆ, ໂດຍສະເພາະແມ່ນຂັ້ນຍຸດທະສາດ ແລະ ຜູ້ນຳໜ້າຕ້ອງມີຄຸນສົມບັດ, ຄວາມສາມາດ ແລະ ອິດທິພົນຊື່ສຽງຢ່າງຄົບຖ້ວນເໝາະສົມກັບໜ້າທີ່. ເດັດດ່ຽວຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ລົງໂທດພະນັກງານລະເມີດຢ່າງເຂັ້ມງວດ.

ສູນກາງຖືວ່າ, ຕ້ອງຈັດຕັ້ງປະຕິບັດຂໍ້ກຳນົດໃໝ່ ແລະ ຂໍ້ສະຫລຸບຂອງກອງປະຊຸມສູນກາງຄັ້ງນີ້ເປັນຢ່າງດີ, ສືບຕໍ່ຍູ້ແຮງການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 12 ກ່ຽວກັບການກໍ່ສ້າງ, ປັບປຸງພັກ ຈະມີຜົນກະທົບອັນຕັ້ງໜ້າ, ຍົກສູງຄຸນນະພາບ, ປະສິດທິພາບ, ປະສິດທິຜົນຂອງວຽກງານສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມທາດແທ້ຄຸນສົມບັດ, ແບບແຜນການດຳລົງຊີວິດ, ຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ; ປັບປຸງແບບແຜນ, ວິທີການເຮັດວຽກ; ສະກັດກັ້ນ, ຍູ້ຖອຍ, ເດັດດ່ຽວຕໍ່ສູ້, ແກ້ໄຂບັນດາການກະທຳສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ພາຍໃນພັກ ຢ່າງເຂັ້ມງວດ; ປະກອບສ່ວນເພີ່ມທະວີລະບຽບວິໄນ, ຍົກສູງທາດແທ້ຄຸນສົມບັດປະຕິວັດ, ເດັດດ່ຽວຕໍ່ສູ້ກວາດລ້າງລັດທິສ່ວນຕົວໃນທົ່ວພັກໃຫ້ໝົດກ້ຽງ; ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ນັບມື້ນັບປອດໄສ, ໝັ້ນຄົງເຂັ້ມແຂງຮອບດ້ານ./.

ຕອບກັບ

ຂ່າວ/ບົດ​ອື່ນ