ເພື່ອຄາດໝາຍກໍ່ສ້າງປະຊາຄົມອາຊຽນລວມ


(vovworld) – ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ປະທານາທິບໍດີ​ມຽນມາ Thein Sein, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຊຸດ​ຍອດ​ອາ​ຊຽນຄັ້ງ​ທີ 25 ​ແລະ ບັນດາ​ຂັ້ນ​ທີ່​ກ່ຽວຂ້ອງ​ຢູ່​ນະຄອນຫຼວງ Naypitaw, ປະ​ເທດ​ມຽນ​ມາ ​ໃນ​ລະຫວ່າງ​ວັນ​ທີ 12-13/11. ນີ້​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ສຳຄັນ, ​ເພາະວ່າ​ອາ​ຊຽນພວມ​ຢູ່​ໃນ​ໄລຍະ​ສ້າງ​ເປັນ​ປະຊາ​ຄົມ​ລວມ. ​ໃນ​ຖານະ​ເປັນ​ສະມາຊິກ​ຕັ້ງໜ້າ, ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ລະອຽດ, ​ເພື່ອ​ພ້ອມ​ກັບ​ອາ​ຊຽນປະຕິບັດ​ຄາດໝາຍ​ກໍ່ສ້າງ​ຊາຍ​ຄາ​ລວມ.

ເພື່ອຄາດໝາຍກໍ່ສ້າງປະຊາຄົມອາຊຽນລວມ - ảnh 1

        ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ 25 ຄັ້ງ​ນີ້ ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ​ແມ່ນ​ປະຖົມ​ປັດ​ໃຈ​ເພື່ອ​ກະກຽມ​ໃຫ້​ໄລຍະ​ພັດທະນາ​ໃໝ່​ຂອງ​ອາ​ຊຽນຫຼັງ​ປີ 2015. ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ 25 ຈະ​ສຸມ​ໃສ່​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ​ແລະ ກຳນົດ​ທິດ​ໃຫ້​ແກ່​ໄລຍະຫຼັງ​ປີ 2015; ສຳ​ຫຼວດກວດກາ ​ແລະ ວາງ​ອອກ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື​ເຊັ່ນ: ຈີນ, ຍີ່ປຸ່ນ, ອິນ​ເດຍ, ອາ​ເມ​ລິ​ກາ ​ແລະ ສະຫະ​ປະຊາ​ຊາດ ກໍ່​ຄື​ບັນດາ​ກົນ​ໄກ​ອື່ນ​ຄື: ອາ​ຊຽນ + 3, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ແລະ ບັນດາ​ບັນຫາ​ສາກົນ. ຄາດ​ວ່າ, ນອກຈາກ​ຮັບຮອງ​ເອົາ​ເອກະສານ​ກຳນົດ​ທິດ​ທາງ​ໃຫ້​ແກ່​​ໄລຍະ​ຫຼັງ​ປີ 2015 ​ແລ້ວ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ 25 ຍັງ​ຮັບຮອງ​ເອົາ​​ເອກະ​ສາ​ນສຳຄັນ​ຫຼາຍ​ສະບັບ​ອີກ. ກ່ຽວ​ກັບ​ບັນຫາຮັກສາ​ຄວາມໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກຍັງ​ຄົງ​ແມ່ນ​ບັນຫາ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ກອງ​ປະຊຸມ​ຄັ້ງ​ນີ້.

        ປະຊາ​ຄົມ​ສາມັກຄີ, ໝັ້ນຄົງ​ເຂັ້ມ​ແຂງ

        ຕາມ​​ແຜນການ​ແລ້ວ, ອາ​ຊຽນຈະ​ປະກາດ​ການ​ກຳ​ເນີ​ດຂອງ​ປະຊາ​ຄົມ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31/12/2015. ນີ້​ແມ່ນ​ຂີດ​ໝາຍ​ທີ່​ມີ​ຄວາມ​ໝາຍສຳຄັນຍິ່ງ​ໃນ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ຂອງ​ອາ​ຊຽນ. ດ້ວຍວຽກ​ງານ​ກວ່າ 800 ຢ່າງ​ທີ່​ໄດ້​ວາງ​ອອກ​ໃນ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ 3 ​ເສົາ​ຄຳ້​ຄື: ການ​ເມືອງ - ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດທະນະທຳ, ມາ​ຮອດ​ປະຈຸ​ບັນ​, ຈຳນວນ​ວຽກ​ງານ​ໃນ​ວິວັດ​ການ​ກໍ່ສ້າງ​ອາ​ຊຽນສາມາດບັນລຸ​ໄດ້​ກວ່າ 80% ​ແລ້ວ. ​ໃນ​ນັ້ນ​ເສົາ​ຄຳ້​ການ​ເມືອງ - ຄວາມ​ໝັ້ນຄົງບັນລຸ​ໄດ້ 85%, ​ເສດຖະກິດ​ບັນລຸ​ໄດ້ 81% ​ແລະ ວັດທະນະທຳ - ສັງຄົມ​ບັນລຸ​ໄດ້ 97%.

        ປະຊາ​ຄົມ​ອາ​ຊຽນ​ ​ໄດ້​ຮັບ​ການ​ກຳ​ເນີ​ດ​ແມ່ນ​ຂີດ​ໝາຍ​ແຫ່ງ​ການ​ພັດທະນາດ້ານລັກສະນະຂອງ​ອາ​ຊຽນ​ເທົ່າ​ນັ້ນ, ​ແຕ່​ວິ​ໄສ​ທັດ​ຂອງ​ອາ​ຊຽນພາຍຫຼັງ​ກາຍ​ເປັນ​ປະຊາ​ຄົມ​ຈຶ່ງ​ແມ່ນ​ສິ່ງ​ສຳຄັນ. ດັ່ງ​ນັ້ນ​ບັນດາ​ການ​ນຳ​ອາ​ຊຽນ​​ໄດ້​ຕັດສິນ​ໃຈ​ກໍ່ສ້າງ​ວິ​ໄສ​ທັດ​ພັດທະນາ​ປະຊາ​ຄົມ​ອາ​ຊຽນຫຼັງ​ປີ 2015, ​ເຊິ່ງຈຸດ​ສຸມ​ແມ່ນ​ປະຕິບັດ​ບັນດາ​ຄາດໝາຍ​ບຸລິ​ມາ​ສິດ​ໃນ​ປະຈຸ​ບັນ, ​ແຕ່​ຢູ່​​ໃນ​ລະດັບ​ສູງ​ກວ່າ, ​ໂດຍ​ລະອຽດ​ແມ່ນ​ຫຼຸດຜ່ອນ​ອັດຕາ​ສ່ວນ​ທຸກ​ຍາກ​ລົງ​ເຄິ່ງໜຶ່ງ, ​ເພີ່ມ GDP ຂຶ້ນ​ທົບ 2 ​ເທົ່າ, ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ສະຖານະ​ການ​ເສດຖະກິດ​ໂລກ​ນັບ​ມື້​ນັບ​ສັບສົນ ​ແລະ ມີ​ການ​ກະທົບ​ຈາກ​ບັນດາ​ປະ​ເທດ​ໃຫຍ່.

        ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຮ່ວມ​ສຳພັນ ​ແລະ ຮ່ວມ​ມື​ນັບ​ມື້​ນັບ​ສູງ, ອາ​ຊຽນກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ເລື່ອງ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ການຈັດ​ຕັ້ງ. ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້. ກຸ່ມ​ຮັບຜິດຊອບໜ້າ​ທີ່ພິ​ເສດ​ຂັ້ນ​ສູງອາ​ຊຽນ ຈະ​ຍື່ນບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ຄະນະ​ເລ​ຂາ​ອາ​ຊຽນ ​ແລະ ຍົກ​ສູງ​ປະສິດ​ທິຜົນ​ຂອງ​ອົງການ​ອາ​ຊຽນຕໍ່ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ​ເພື່ອພິຈາລະນາ ​ແລະ ຊີ້​ນຳ​ນຳພາ.

        ຫວຽດນາມ​ສືບ​ຕໍ່​ປະກອບສ່ວນ​ຮັກສາ​ພະລັງ​ຊີວິດ​ກໍ່​ຄື​ຄຸນຄ່າ​ຂອງ​ອາ​ຊຽນ

        19 ປີ​ທີ່​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ, ຫວຽດນາມ​ໄດ້​ເຊື່ອມ​ໂຍງ​ເທື່ອ​ລະ​ກ້າວ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ອາ​ຊຽນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ວຽກ​ງານ​ລວມຂອງອາຊຽນ ​ແລະ ພ້ອມ​ກັບ​ອາຊຽນມຸ່ງ​ໄປ​ເຖິງ​ປະຊາ​ຄົມ. ຫວຽດນາມ​ ໄດ້ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ຮັບປະກັນ​ຄວາມ​ສາມັກຄີ, ສະ​ແດງ​ໃຫ້​ເຫັນ​ບົດບາດ​ເປັນ​ເຈົ້າ​ການ​ຂອງ​ອາ​ຊຽນ ​ແລະ ພິ​ເສດ​ແມ່ນ​ຮັກສາ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສັບສົນ.

        ​ໃນ​ໄລຍະ​ພັດທະ​ນາ​ໃໝ່​ຂອງ​ອາ​ຊຽນ, ຫວຽດນາມ​ສືບ​ຕໍ່​​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ກັບ​​ອາ​ຊຽນຕາມ​ຈິດ​ໃຈ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຄື: ​ເປັນ​ເຈົ້າ​ການສະ​ເໜີ​ບັນດາ​ຂໍ້​ລິ​ເລີ່​ມ ​ແລະ ​ແນວ​ຄວາມ​ຄິດ​ໃໝ່ ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ກັບອາ​ຊຽນ, ຕັ້ງໜ້າ​ພ້ອມ​ກັບ​ອາ​ຊຽນ  ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຫຍຸ້ງ

ຍາກ, ສັບສົນ​ ກໍ່​ຄື​ການ​ທ້າ​ທາຍ​ທີ່​ພວມ​ວາງ​ອອກ, ​ແນ​ໃສ່​ຮັກ​ສາ​ພະລັງ​ຊີວິດ​ກໍ່​ຄື​ຄຸນຄ່າ​ຂອງ​ອາ​ຊຽນ​ໃນ​ສະພາບ​ການ​ໃໝ່. ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ 25 , ຫວຽດນາມ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ຄວາມ​ສາມັກຄີ ​ແລະ ຄວາມ​ເປັນ​ເອກະ​ພາບ​ຂອງ​ອາ​ຊຽນ: ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ໂຄງ​ປະກອບ​ພາກ​ພື້ນ​ທີ່​ພວມ​ກໍ່​ຕັ້ງ, ຊຸກຍູ້​ຄາດໝາຍ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ​​ໃນ​ປີ 2015, ​ແລະ​ກຳນົດ​ທິດ​ໃຫ້​ໄລຍະ​ພັດທະນາ​ຂອງ​ອາ​ຊຽນຫຼັງ​ປີ 2015, ກໍ່​ຄືປະກອບສ່ວນກໍ່ສ້າງບັນດາ​ບັນຫາ​ອື່ນ ​ເຊິ່ງ​​ເປັນຄວາມ​ສົນ​ໃຈ​ລວມຂອງ​ທັງ​ພາກ​ພື້ນ.

        ອາ​ຊຽນພວມ​ຫຍັບ​ມໍ່​ເຖິງ​ຂີດ​ໝາຍສ້າງ​ເປັນ​ປະຊາ​ຄົມ. ດ້ວຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ​ສະມາຊິກ. ປະຊາ​ຄົມ​ອາ​ຊຽນ ຈະ​ສືບ​ຕໍ່​ກ້າວ​ໄປ​ເຖິງ​ບັນດາ​ຄາດໝາຍ​ຮ່ວມ​ສຳພັນ​ໃນ​ລະດັບ​ສູງ​ກວ່າ. ​​ໂດຍແມ່ນ​ພາກສ່ວນ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ, ​ແມ່ນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ໃນ​ອາ​ຊຽນ, ຫວຽດນາມ​ພວມ​​ເຕົ້າ​ໂຮມ​ທຸກ​ແຫຼ່ງກຳລັງ​ເພື່ອ​ປະກອບສ່ວນ​ເຮັດ​ໃຫ້​ບັນດາ​ຄາດໝາຍ​ຂອງ​ປະຊາ​ຄົມ​ອາ​ຊຽນປະກົດ​ຜົນ​​ເປັນ​ຈິງ, ຜ່ານ​ນັ້ນ​ປະກອບສ່ວນ​ຍົກ​ສູງ​ບົດບາດ ​ແລະ ທີ່​ຕັ້ງ​ສາກົນ​ຂອງ​ຕົນ. ຫວຽດນາມ ຈະ​ປະຕິບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ​ໃນ​ການ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 25

ຕອບກັບ

ຂ່າວ/ບົດ​ອື່ນ