ເພື່ອພື້ນຖານກະສິກຳພັດທະນາແບບຍືນຍົງ

(VOVWORLD) - ນະໂຍບາຍຍົກເວັ້ນ, ຫລຸດຜ່ອນພາສີນຳໃຊ້ທີ່ດິນກະສິກຳ ໄດ້ຮັບຖືວ່າແມ່ນມາດຕະການທີ່ມີຜົນກະທົບຢ່າງໃຫຍ່ຫລວງ, ສຳຄັນ ປະກອບສ່ວນປະຕິບັດແຜນນະໂຍບາຍ, ທັດສະນະຂອງພັກ ແລະ ລັດກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດໃນແຕ່ລະໄລຍະ. 

ວັນທີ 10 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການແກ່ຍາວການກຳນົດເວລາຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳຈົນຮອດປີ 2025. ມະຕິສະບັບດັ່ງກ່າວ ແມ່ນການຫັນທັດສະນະ, ແຜນນະໂຍບາຍຂອງພັກ ແລະ ລັດກ່ຽວກັບກະສິກຳ, ຊາວກະສິກຳ, ຊົນນະບົດເປັນລະບອບລະບຽບການ, ສົ່ງເສີມອົງການຈັດຕັ້ງ, ສ່ວນບຸກຄົນທີ່ລົງທຶນເຂົ້າຂະແໜງກະສິກຳ, ພ້ອມກັນນັ້ນ ຍົກສູງກຳລັງແກ່ງແຍ້ງຂອງຜະລິດຕະພັນກະສິກຳຢູ່ຕະຫລາດໃນສະພາບການເຊື່ອມໂຍງເສດຖະກິດເຂົ້າກັບສາກົນ.

ເພື່ອພື້ນຖານກະສິກຳພັດທະນາແບບຍືນຍົງ - ảnh 1 ສະພາແຫ່ງຊາດຫວຽດນາມ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳ (ພາບປະກອບ/ VNA)

        ໂດຍປະຕິບັດແຜນນະໂຍບາຍລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ພ້ອມທັງໜູນຊ່ວຍຊາວກະສິກອນ, ສົ່ງເສີມການພັດທະນາຜະລິດກະສິກຳ, ນະໂຍບາຍຍົກເວັ້ນ, ຫລຸດຜ່ອນພາສີນຳໃຊ້ທີ່ດິນກະສິກຳ ເຊິ່ງໄດ້ປະຕິບັດນັບແຕ່ປີ 2001 ມາຮອດປັດຈຸບັນ. ຕາມຂໍ້ກຳນົດທີ່ພວມປະກາດໃຊ້ຢູ່ນັ້ນ ນະໂຍບາຍນີ້ ຈະມີຜົນສັກສິດໄປຮອດວັນທີ 31 ທັນວາ 2020.

ແຫຼ່ງການເງິນສຳຄັນ

       ນະໂຍບາຍຍົກເວັ້ນ, ຫລຸດຜ່ອນພາສີນຳໃຊ້ທີ່ດິນກະສິກຳ ໄດ້ຮັບຖືວ່າແມ່ນມາດຕະການທີ່ມີຜົນກະທົບຢ່າງໃຫຍ່ຫລວງ, ສຳຄັນ ປະກອບສ່ວນປະຕິບັດແຜນນະໂຍບາຍ, ທັດສະນະຂອງພັກ ແລະ ລັດກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດໃນແຕ່ລະໄລຍະ. ຕາມການສະຖິຕິໄດ້ໃຫ້ເຫັນວ່າ, ຍອດຕ່າພາສີນຳໃຊ້ທີ່ດິນກະສິກຳຖືກຍົກເວັ້ກ, ຫລຸດຜ່ອນໃນໄລຍະ 2003 – 2010 ສະເລ່ຍປະມານ 3.268 ຕື້ດົ່ງ/ປີ (ປະມານ 140 ລ້ານ USD); ໄລຍະ 2011 – 2016 ສະເລ່ຍປະມານ 6.308 ຕື້ດົ່ງ/ປີ (ປະມານ 272 ລ້ານ USD); ໄລຍະ 2017 – 2018 ແລະ ຄາດຄະເນຮອດທ້າຍປີ 2020 ແມ່ນປະມານ 7.438 ຕື້ດົ່ງ/ປີ (ປະມານ 320 ລ້ານ USD). ທ່ານ ມາຍຊີ໊ຢ໊ຽນ, ສະມາຊິກສະພາແຫ່ງຊາດແຂວງ ແທງຮ໊ວາ ຢືນຢັນວ່າ:

        “ນີ້ແມ່ນນະໂຍບາຍສົ່ງເສີມກະສິກຳ ເຊິ່ງແຫຼ່ງງົບປະມານໜູນຊ່ວຍໃຫ້ແກ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນຕາມເປົ້າໝາຍທີ່ໄດ້ກຳນົດແມ່ນທັນການ, ຄົບຖ້ວນ. ປະຊາຊົນມີຄວາມປິຕິຊົມຊື່ນ, ມີຄວາມເຊື່ອໝັ້ນຕໍ່ນະໂຍບາຍດັ່ງກ່າວ. ນະໂຍບາຍໄດ້ປະກອບສ່ວນຍົກສູງ, ປົວແປງຊີວິດການເປັນຢູ່ຂອງຊາວກະສິກອນ. ນອກນັ້ນ, ຂ້າພະເຈົ້າ ເຫັນວ່າ ນະໂຍບາຍດັ່ງກ່າວ ໄດ້ສົ່ງເສີມໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນລົງທຶນເຂົ້າຂະແໜງກະສິກຳຢູ່ຊົນນະບົດ. ນີ້ແມ່ນບັນດາຮູບແບບພັດທະນາກະສິກຳທີ່ມີປະສິດທິຜົນ.

        ວິສາຫະກິດມີບົດບາດເປັນ “ເສົາຄ້ຳ” ໃນການຊຸກຍູ້ການພັດທະນາຜະລິດກະສິກຳ ຕາມທິດຜະລິດເປັນສິນຄ້າ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງຜະລິດຕະພັນກະເສດ ຫວຽດນາມ. ເລື່ອງຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳ  ແມ່ນໜຶ່ງໃນບັນດານະໂຍບາຍສົ່ງເສີມວິສາຫະກິດລົງທຶນເຂົ້າຂົງເຂດນີ້, ປະກອບສ່ວນຫລຸດຜ່ອນຄ່າໃຊ້ຈ່າຍສົ້ນເຂົ້າຂອງວິສາຫະກິດ. ເພື່ອບັນລຸໄດ້ເປົ້າໝາຍວິສາຫະກິດແຕ່ 80.000 – 100.000 ແຫ່ງລົງທຶນ, ດຳເນີນທຸລະກິດໃນຂົງເຂດກະສິກຳຮອດປີ 2030 ແລະ ເພີ່ມຄວາມໄວການເຕີບໂຕມູນຄ່າການຜະລິດກະສິກຳ, ປ່າໄມ້, ສິນໃນນ້ຳໃຫ້ບັນລຸປະມານ 3%/ປີ, ເລື່ອງສືບຕໍ່ປະຕິບັດການຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳສຳລັບບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ນຳໃຊ້ທີ່ດິນກະສິກຳ ແມ່ນໜຶ່ງໃນບັນດາມາດຕະການໜູນຊ່ວຍຢ່າງມີປະສິດທິຜົນ. ທ່ານ ຟ້າມດີງທີ, ຫົວໜ້າກົມນະໂຍບາຍພາສີ, ກະຊວງການເງິນ ຫວຽດນາມ ຖືວ່າ:

        “ນີ້ໄດ້ຮັບຖືວ່າ ແມ່ນບ້ວງເງິນທຶນຂອງງລັດທີ່ລົງທຶນເຂົ້າຂົງເຂດກະສິກຳຊົນນະບົດ, ແທນທີ່ຕ້ອງໄດ້ເສຍພາສີນັ້ນ ແຕ່ລັດຍົກເວັ້ນໃຫ້. ເລື່ອງນີ້ແມ່ນແຫຼ່ງການເງິນສຳຄັນທີ່ສຸດ ເພືຶ່ອປະກອບສ່ວນລົງທຶນເຂົ້າຂົງເຂດກສິກຳ ແລະ ຊົນນະບົດ, ປະກອບສ່ວນສົ່ງເສີມສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ຕາມທິດມີປະສິດທິຜົນ, ປອດໄພ ແລະ ຍືນຍົງ, ພ້ອມທັງ ສົ່ງເສີມນັກລົງທຶນ ມາລົງທຶນເຂົ້າຂະແໜງກະສິກຳ.

ຍົກສູງກຳລັງແກ່ງແຍ້ງຂອງຜະລິດຕະພັນກະສິກຳຢູ່ຕະຫລາດສາກົນ

       ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ ແລະ ພວມປະຕິບັດສັນຍາການຄ້າເສລີຫລາຍສະບັບ, ພິເສດແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ແລະ ໃນໄລຍະຈະມາເຖິງ ຈະແມ່ນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ດ້ວຍບັນດາຄຳໝັ້ນສັນຍາຢ່າງເລິກເຊິ່ງກ້ວາງຂວາງ. ນອກນັ້ນ, ດ້ວຍທ່າອ່ຽງອາລັກຂາການຄ້າຂາຍຂອງບັນດາປະເທດໃນໂລກ ແລະ ບັນດາສິ່ງທ້າທາຍພາຍໃນຂອງຂະແໜງກະສິກຳ (ຄືການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ, ການຮ່ວມສຳພັນສ້າງມູນຕ່າຜະລິດຕະພັນກະເສດ, ລາຄາທ້ອງຕະຫລາດເໜັງຕີງ…) ຮຽກຮ້ອງໃຫ້ຂະແໜງກະສິກຳ ຫວຽດນາມ ຕ້ອງພັດທະນາຢ່າງຮອບດ້ານ, ຕາມທິດໝັ້ນຄົງ, ຜະລິດເປັນສິນຄ້າດ້ວຍຂອບຂະໜາດໃຫຍ່ ທີ່ມີສະມັດຕະພາບ, ຄຸນນະພາບ, ມີປະສິດທິຜົນ ແລະ ກຳລັງແກ່ງແຍ້ງ. ສະນັ້ນ, ເພື່ອເພີ່ມທະວີການແກ່ງແຍ້ງນັ້ນ ເລື່ອງສືບຕໍ່ຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳ ແມ່ນມາດຕະການທີ່ຈຳເປັນ.

        ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນເລື່ອງຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳ ຮັບປະກັນໃຫ້ເໝາະສົມກັບບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງ ເຊິ່ງ ຫວຽດນາມ ເປັນສະມາຊິກ. ເລື່ອງສືບຕໍ່ຍົກເວັ້ນພາສີທີ່ດິນ ໄດ້ຖືວ່າແມ່ນເໝາະສົມກັບທຳນຽມສາກົນ ໃນການນຳໃຊ້ນະໂຍບາຍພາສີ ຄືເຄື່ອງມືດ້ານການເງິນ ເພື່ອປະກອບສ່ວນສົ່ງເສີມການພັດທະນາພື້ນຖານຜະລິດກະສິກຳ.

        ເລື່ອງສະພາແຫ່ງຊາດ ຫວຽດນາມ ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳ, ນະໂຍບາຍນີ້ ຈະໄດ້ນຳໃຊ້ໄປຈົນຮອດປີ 2025, ດ້ວຍຄ່າເສຍພາສີທີ່ຖືກຍົກເວັ້ນແມ່ນປະມານ 7.500 ຕື້ດົ່ງ/ປີ (ປະມານ 323 ລ້ານ USD). ນີ້ໄດ້ຮັບຖືວ່າ ແມ່ນໂອກາດ ເພື່ອໃຫ້ການຜະລິດກະສິກຳ ຫວຽດນາມ ໄດ້ມີການລົງທຶນຢ່າງເປັນລະບົບ, ມີຈຸດສຸມຕາມທິດທັນສະໄໝ, ມີກຳລັງແກ່ງແຍ້ງຢູ່ຕະຫລາດສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ