ແກ້ໄຂແຫຼ່ງກຳລັງເພື່ອພັດທະນາເຂດ ໄຕງວຽນ

(VOVWORLD) - ເຂດ ໄຕງວຽນ ລວມທັງ 5 ແຂວງ, ຄື: ດັກລັກ, ດັກນົງ, ຢາລາຍ, ກອນຕຸມ ແລະ ເລິມດົ່ງ. ນີ້ແມ່ນບໍລິເວນຍຸດທະສາດ, ສຳຄັນພິເສດທາງດ້ານເສດຖະກິດ, ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ສິ່ງແວດລ້ອມຊີວະພາບຂອງ ຫວຽດນາມ
ແກ້ໄຂແຫຼ່ງກຳລັງເພື່ອພັດທະນາເຂດ ໄຕງວຽນ - ảnh 1ກອງປະຊຸມຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຢູ່ບັນດາແຂວງເຂດ ໄຕງວຽນ
(ພາບ: VGP)

        ທ້າຍອາທິດຜ່ານມາ, ຢູ່ແຂວງ ເລິມດົ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຢູ່ບັນດາແຂວງເຂດ ໄຕງວຽນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງການປະຕິບັດໜ້າທີ່ຈຸດສຸມຈຳນວນໜຶ່ງ, ໃນນັ້ນ, ຖືການພັດທະນາແມ່ນແຫຼ່ງກຳລັງ, ແຫຼ່ງບັນດານໃຈເພື່ອຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍເຂດ ໄຕງວຽນ, ພ້ອມທັງຮັກສາດຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ; ແກ້ໄຂບັນຫາທີ່ດິນຢູ່ອາໄສ, ເຂດດິນທຳການຜະລິດ, ຕັດສິນໃຈລົບລ້າງເຮືອນຢູ່ຊົ່ວຄາວ, ແກ້ໄຂບັນຫາຍົກຍ້າຍຢ່າງເສລີ, ການຫາເງິນລ້ຽງຊີບ, ໜູນຊ່ວຍວຽກເຮັດງານທຳ, ຫັນປ່ຽນອາຊີບໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ; ຕ້ອງມີມາດຕະການແກ້ໄຂເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນປີນີ້ສູງກວ່າປີກ່ອນ.

        ເຂດ ໄຕງວຽນ ລວມທັງ 5 ແຂວງ, ຄື: ດັກລັກ, ດັກນົງ, ຢາລາຍ, ກອນຕຸມ ແລະ ເລິມດົ່ງ. ນີ້ແມ່ນບໍລິເວນຍຸດທະສາດ, ສຳຄັນພິເສດທາງດ້ານເສດຖະກິດ, ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ສິ່ງແວດລ້ອມຊີວະພາບຂອງ ຫວຽດນາມ; ສະຖຽນລະພາບ ແລະ ການພັດທະນາຂອງເຂດ ໄຕງວຽນ ໄດ້ສວມບົດບາດສຳຄັນຍິ່ງໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ເປັນເອກະພາບດ້ານຄວາມຮັບຮູ້, ວາງອອກມາດຕະການແກ້ໄຂເພື່ອພັດທະນາເຂດ ໄຕງວຽນ

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ, ເພື່ອເປັນການສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາເຂດ ໄຕງວຽນ ໃຫ້ສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ປັບປຸງສີສັນວັດທະນະທຳ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

        "ບາດກ້າວບຸກທະລຸທຳອິດແມ່ນການຈັດຕັ້ງປະຕິບັດບັນດາເອກະສານຊີ້ນຳຂອງພັກ, ລັດຈຳນວນໜຶ່ງໃຫ້ມີປະສິດທິຜົນ, ດ້ວຍຈິດໃຈເສດຖະກິດແມ່ນໜ້າທີ່ຈຸດສຸມ. ທຸກການເຄື່ອນໄຫວຕ້ອງສຸມໃສ່ເສດຖະກິດ. ບາດກ້າວບຸກທະລຸທີ 2 ແມ່ນ, ພວກເຮົາຕ້ອງສ້າງກົນໄກພິເສດສະເພາະເພື່ອສ້າງຂອດບຸກທະລຸ, ລະດົມທຸກແຫຼ່ງກຳລັງສັງຄົມເພື່ອພັດທະນາພື້ນຖານໂຄງລ່າງຍຸດທະສາດ, ລວມທັງ, ພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງດີຈີຕອນ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງສາທາລະນະສຸກ, ການສຶກສາ, ວັດທະນະທຳ, ກິລາ. ທີ 3 ແມ່ນ, ຖືການພັດທະນາເປັນປະຖົມປັດໄຈເປັນພື້ນຖານ ເພື່ອເປັນກຳລັງໜູນແກ່ການສ້າງແຫຼ່ງປັນດ້ານໃຈໃຫ້ແກ່ການຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດ ໄຕງວຽນ ແລະ ກົງກັນຂ້າມ, ຕ້ອງຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນສິດອະທິປະໄຕຜືນແຜ່ນດິນອັນຄົບຖ້ວນເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ".

        ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ບັນດາຂະແໜງການ, ບັນດາທ້ອງຖິ່ນຕ້ອງຮັບປະກັນຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນປີນີ້ໃຫ້ຜສູງກວ່າປີກ່ອນ, ລະບົບການເມືອງຂັ້ນຮາກຖານຕ້ອງມີຄວາມຕິດພັນຢ່າງສະໜິດແໜ້ນກັບປະຊາຊົນ.

ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງເຂດ ໄຕງວຽນ

        ນັບແຕ່ກ່ອນມາຮອດປະຈຸບັນ, ບັນດາແຂວງເຂດ ໄຕງວຽນ ຍາມໃດກໍ່ແມ່ນເຂດເຊິ່ງການນຳພັກ, ລັດ ມີຄວາມເອົາໃຈໃສ່ເປັນພິເສດ. ມີມະຕິ, ຂໍ້ສະຫຼຸບ, ແຜນຮ່າງຫຼາຍສະບັບໄດ້ປະກາດໃຊ້ເພື່ອພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍເຂດ ໄຕງວຽນ. ຫວ່າງມໍ່ໆມານີ້ແມ່ນມະຕິຂອງກົມການເມືອງກ່ຽວກັບ "ທິດທາງພັດທະນາເສດຖະກິດ - ສັງຄົມ ແລະ ການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດ ໄຕງວຽນ ຮອດປີ 2030, ວິໄສທັດຮອດປີ 2045".

        ເດືອນ ພຶດສະພາ ປີ 2024, ທ່ານນາຍົກລັດຖະມົນຕີໄດ້ເຊັມອະນຸມັດການວາງແຜນຜັງເຂດ ໄຕງວຽນ ໄລຍະ 2021 – 2030, ວິໄສທັດຮອດປີ 2050, ດ້ວຍທັດສະນະພັດທະນາເສດຖະກິດຢ່າງວ່ອງໄວ, ຍືນຍົງ, ສົມກົບກັນຢ່າງກົມກຽວລະຫວ່າງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ຕິດພັນກັນຢ່າງແໜ້ນແຟ້ນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ແມ່ນໜ້າທີ່ລຸລ່ວງ, ຈຸດສຸມ.

        ຕາມນັ້ນແລ້ວ, ເປົ້າໝາຍສັງລວມຮອດປີ 2030, ເຂດ ໄຕງວຽນ ຈະກາຍເປັນເຂດພັດທະນາຢ່າງວ່ອງໄວ, ໝັ້ນຄົງໂດຍອີງໃສ່ເສດຖະກິດສີຂຽວ, ໝູນວຽນ; ພັດທະນາເສດຖະກິດກະສິກຳບັນລຸປະສິດທິຜົນສູງ, ອີງໃສ່ພື້ນຖານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ; ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ວິໄສທັດຮອດປີ 2050, ເຂດ ໄຕງວຽນ ແມ່ນເຂດພັດທະນາແບບຍືນຍົງ, ມີພື້ນຖານເສດຖະກິດສີຂຽວ, ໝູນວຽນ; ສ້າງເປັນບັນດາເຂດຜະລິດໃຫຍ່ກ່ຽວກັບຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ກິນໝາກ, ຜັກ ແລະ ເຂດພະລັງງານທົດແທນຂອງທົ່ວປະເທດ...

        ຍາມໃດເຂດ ໄຕງວຽນ ກໍ່ມີທີ່ຕັ້ງສຳຄັນທາງດ້ານເສດຖະກິດ, ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ສິ່ງແວດລ້ອມຊີວະພາບຂອງ ຫວຽດນາມ. ເລື່ອງປຸກລຸກບັນດາແຫຼ່ງກຳລັງ ຈະສ້າງບາດກ້າວຫັນປ່ຽນຢ່າງແຮງກວ່າໃນການພັດທະນາເສດຖະກິດ - ສັງຄົມຂອງເຂດໃນໄລຍະຈະມາເຖິງ, ປະກອບສ່ວນສ້າງສະຖຽນລະພາບໃນການພັດທະນາລວມຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ