ແງ່ຫວັງກ່ຽວກັບການເຈລະຈາສັນຕິພາບລະຫວ່າງປາແລດສະຕີນ ແລະ ອິດສະລາແອນ

(vovworld) –  ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ປາ​ແລດ​ສະຕີ​ນ ​ແລະ ອິດສະ​ລາ​ແອນ ພວມ​ຄ່ອຍໆ​ປະກົດ​ຜົນ​ເປັນ​ຈິງ, ​ເມື່ອ​ໃນ​ຊຸມ​ມື້​ຜ່ານ​ມາ, ທັງ​ສອງ​ຝ່າຍ​ໄດ້​ມີ​ບາດກ້າວ​ເດີນ​ຢ່າງ​ລະອຽດ, ​ເຕັມ​ໄປ​ດ້ວຍ​ເຈດ​ຕະນາ​ດີ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຈລະຈາ. ຫາງ​ສຽງ​ສາກົນ​ເຖິງ​ວ່າ​ມີ​ຄວາມ​ສົນ​ໃຈ​ເຖິງ​ການ​ກະທຳ​ນີ້ ​ແຕ່​ກໍ່​ລະ​ແວງ​ສົງ​ໃສ​ຕໍ່​ຜົນສຳ​ເລັດ​ຂອງ​ການ​ເຈລະຈາ​ລະຫວ່າງ​ປາ​ແລດ​ສະຕີ​ນ ​ແລະ ອິດສະ​ລາ​ແອນ ​ເຊິ່ງຈະ​ດຳ​ເນີນ​ຢູ່​ວໍ​ຊິງ​ຕັນ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເພາະວ່າ​ທັງ​ສອງ​ຝ່າຍ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຫຼາຍ​ບັນຫາ​ສຳ​ຄັນ.

ແງ່ຫວັງກ່ຽວກັບການເຈລະຈາສັນຕິພາບລະຫວ່າງປາແລດສະຕີນ ແລະ ອິດສະລາແອນ - ảnh 1

ທ່ານ​ນາຍົກລັດຖະມົນຕີ ອິດສະ​ລາ​ແອນ Benjamin Netanyahu
(ພາບ: ອິນເຕີແນດ)

​ໃນ​ການ​ເຈລະຈາ​​ເບື້ອ້ງຕົ້ນຄັ້ງ​ຕ່າງໆ​ເຊິ່ງດຳ​ເນີນ​ຢູ່​ວໍ​ຊິງ​ຕັນ, ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ Tzipi Livni ​ແລະ ທີ່​ປຶກສາ​ຂອງ​ນາຍົກລັດຖະມົນຕີ Yakov Molcho  ຈະ​ເປັນ​ຜູ້​ຕາງໜ້າ​ໃຫ້​ແກ່​ອິດສະ​ລາ​ແອນ, ສ່ວນ​ຜູ້ຕາງໜ້າ​ຂອງ​ຝ່າຍ​ປາ​ແລດ​ສະຕີ​ນ​ແມ່ນນັກ​ເຈລະຈາ​ຂັ້ນ​ສູງ​ທ່ານ Sacb Erekat. ອິດສະ​ລາ​ແອນ ​ແລະ ປາ​ແລດ​ສະຕີ​ນ ກໍ່​ໄດ້​ເຫັນ​ດີ​ໃຫ້​ອະດີດ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ອິດສະ​ລາ​ແອນ ທ່ານ Martin Ìndyk, ​ເປັນ​ຜູ້​ໄກ່​ເກ່ຍ​ໃນ​ການ​ເຈລະຈາ​ສັນຕິພາບ ​ເຊິ່ງຈະ​ດຳ​ເນີນ​ຢູ່​ວໍ​ຊິງ​ຕັນ, ​ແຫ່ງ​ອາ​ເມ​ລິ​ກາ​ໃນ​ໄລຍະ​ຈະ​ມາ​ເຖິງ. ການ​ເຈລະຈາ​ຕ່າງໆ​ຈະ​ສຸມ​ໃສ່​ເຖິງ​ການ​ບັນລຸ​ໄດ້​ສົນທິສັນຍາ​ສັນຕິພາບ​ຊົ່ວຄາວ ​ເພື່ອ​ສ້າງ​ຕັ້ງ​ລັດ ປາ​ແລດ​ສະຕີ​ນ ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ພາຍຫຼັງ​ທີ່ ອິດສະ​ລາ​ແອນ​ຖອນ​ອອກ, ​ແຕ່​ບໍ່​ກຳນົດ​ກ່ຽວ​ກັບ​ຊາຍ​ແດນ​ສຸດ​ທ້າຍ. ບັນດາ​ເຂດ​ດັ່ງກ່າວ ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທັງ 3 ຝ່າຍ (ອາ​ເມ​ລິ​ກາ - ອິດສະ​ລາ​ແອນ - ປາ​ແລດ​ສະຕີ​ນ ), ກໍ່​ຄື​ຕອ້ງຍົກ​ເລີກ​ບາງ​ເຂດ​ຕັ້ງ​ຖີ່​ນຖານ​ຄົງ​ທີ່​ຂອງ​ຊາວ​ຢີວ.

ກ່ອນ​ການ​ເຈລະຈາ, ວັນ​ທີ 22/7, ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງ​ຂອງ ອິດສະ​ຮາ​ແອນ ​ໃຫ້​ຮູ້​ວ່າ, ອິດສະ​ລາ​ແອນ​ຈະ​ປ່ອຍ​ຕົວ​ໃຫ້​ແກ່​ນັກ​ໂທດປາ​ແລດ​ສະຕີ​ນ  80 ຄົນ ທີ່​ຖືກ​ລົງ​ໂທ​ດຈຳ​ຄຸກ​ໃນ​ໄລຍະ​ຍາວ. ການ​ປ່ອຍ​ຕົວ​ນັກ​ໂທດ​ຈະ​ດຳ​ເນີນ​ເມື່ອ​ການ​ເຈລະຈາ​ເລີ່​ມດຳ​ເນີນ ​ແລະ ຈະ​ຖືກ​ແບ່ງ​ເປັນ​ແຕ່ລະ​ໄລຍະ. ການ​ນຳ​ຂັ້ນ​ສູງ​ຂອງ​ອິດສະ​ລາ​​ແອນ​ກໍ່​ໄດ້​ມີ​ການ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ ​ເມື່ອ​ການ​ເຈ​ລາ​ຈາ​ບໍ່​ທັນ​ເລີ່​ມຕົ້ນ. ທ່ານ​ປະທານາທິບໍດີ Shimon Peres ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ເຊື່ອມ​ຕໍ່​ການ​ເຈລະຈາ​ລະຫວ່າງ​ປາ​ແລດ​ສະຕີ​ນ ​ແລະ ອິດສະ​ລາ​ແອນ ​ແມ່ນ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ທັງ​ສອງ​ຝ່າຍ. ທ່ານ​ນາຍົກລັດຖະມົນຕີ ອິດສະ​ລາ​ແອນ Benjamin Netanyahu ກໍ່​ຢືນຢັນ​ວ່າ, ​ເລື່ອງ​ເຊື່ອມ​ຕໍ່​ການ​ເຈລະຈາ​ນີ້​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ອິດສະ​ລາ​ແອນ ​ແລະ ​ໃຫ້​ຮູ້​ວ່າ ອິດສະ​ລາ​​ແອນ ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຢ່າງຮອບດ້ານ ​ແລະ ຊື່​ຕົງ.

ທ່ານ​ເລຂາ​ທິການ​ໃຫຍ່ ສປຊ Ban Ki moon ​ເວົ້າ​ວ່າ, ບັນດາ​ການ​ນຳ​ຂອງ​ອິດສະ​ລາ​ແອນ​ຄວນ​ສະ​ແດງ​ໃຫ້​ເຫັນ​ຄວາມອົງອາດ ​ແລະ ຄວາມ​ຮັບຜິດຊອບ ​ເພື່ອ​ຮັກສາ​ການ​ເຈລະຈາ​ສັນຕິພາບ​ຕ່າງໆ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່. ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (EU) Catherine Ashton ຖື​ວ່າ, ສຸ​ດທ້າຍ​ສາມາດ​ເຫັນ​ໄດ້​ຄວາມ​ຄືບ​ໜ້າ ມຸ້ງ​ໄປ​ເຖິງ​ບັນດາ​ຈຸດ​ໝາຍ: ສັນຕິພາບ​ຄວາມ​ໝັ້ນຄົງ ​ແລະ ກຽດ​ຕິ​ຄຸນ​ໃຫ້​ແກ່​ຊາວ​ອິດສະ​ລາ​ແອນ ​ແລະ ປາ​ແລດ​ສະຕີ​ນ. ສ່ວນ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ​ໃນ​ການ​ເຈລະຈາ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ເລື່ອງ​ສົ່ງ​ເສີມ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ.

ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງວ່າ, ​ເລື່ອງ​ເຫັນ​ດີ​ເຊື່ອມ​ຕໍ່ການ​ເຈລະຈາ ພຽງ​ແຕ່​ແມ່ນ​ເງື່ອນ​ໄຂ​ເທົ່າ​ນັ້ນ, ສ່ວນ​ໝາກຜົນ​ຂອງ​ການ​ເຈລະຈາ​ພັດ​ບໍ່​ແມ່ນ​ເລື່ອງ​ງ່າຍ. ​ເພາະວ່າ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ລະຫວ່າງ​ປາ​ແລດ​ສະຕີ​ນ ​ແລະ ອິດສະ​ລາ​ແອນ ຍັງ​ຄົງມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງ. ນັບ​ທັງ​ປະທານາທິບໍດີ ອິດສະ​ລາ​ແອນ Shimon Peres ກໍ່​ຕ້ອງ​ຍອມຮັບ​ວ່າ, ການ​ເຈລະຈາ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່. ສິ່ງ​ດັ່ງກ່າວ​ຖືກ​ພິສູດ​ໃນ​ທັນທີ ​ໃນ​ຂະນະ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ປາ​ແລດ​ສະຕີ​ນ​ ໃຫ້​ຮູ້ວ່າ, ​ເຂົາ​ເຈົ້າ​ຍັງ​ຮຽກຮ້ອງ​ໃຫ້​ທ່ານ​ນາຍົກລັດຖະມົນຕີ ອິດສະ​ລາ​ແອນ Benjamin Netanyahu ຕ້ອງ​ຮັບວ່າ ​ເສັ້ນ​ຊາຍ​ແດນ​ມີ​ມາ​ແຕ່​ກ່ອນ​ປີ 1967  ​ເຊິ່ງ​ແມ່ນ​ຈຸດ​ເວລາ​ເລີ່​ມຕົ້ນ​ເພື່ອ​ຂີດ​ຂັ້ນ​ຊາຍ​ແດນ​ໃຫ້​ລັດ ປາ​ແລດ​ສະຕີ​ນ​ ​ໃນ​ອະນາຄົດ. ​ໃນ​ຂະນະ​ນັ້ນ, ບັນດາ​ພັນທະ​ມິດ​ຝ່າຍ​ຂວາ​ຂອງ​ນາຍົກລັດຖະມົນຕີອິດສະ​ລາ​ແອນ Benjamin Netanyahu ພັດ​ຖື​ວ່າ ອິດສະ​ລາ​ແອນ ຈະ​ບໍ່​ປ່ຽນ​ແປງ​ທັດສະນະ​ຂອງ​ຕົນ. ຊ້ຳບໍ່​ໜຳ, ທ່ານ​ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Danny Danon ປະກາດ​ວ່າ ຈະ​ມີ​ຄວາມ​ຜິດພາດ​ຖ້າ​ຫາກ​​ເຂົ້າຮ່ວມ​ການ​ເຈລະຈາ​ຄັ້ງຕ່າງໆ ອີງ​ຕາມ​ບັນດາ​ຄຳ​ຮຽກຮ້ອງ​ຂອງ​ປາ​ແລດ​ສະຕິ​ນ.

   ໝາກຜົນ​ຂອງ​ການ​ເຈລະຈາ​ກໍ່​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຂະນະ​ທີ່​ຜູ້ຕາງໜ້າ​ຂະ​ບວນການ​ອິດ​ຊະລາ​ມ ຮາມາດ ພວມ​ຄວບ​ຄຸມ​ເຂດ​ກາຊາ ຖື​ວ່າ: ການ​ກັບ​ຄືນ​ສູ່​ໂຕະ​ເຈລະຈາ​ຂອງ​ກຳ​ນາດ​ການ​ປົກຄອງ​ປາ​ແລດ​ສະຕິ​ນ ກັບພວກ​ຍຶດຄອງ ​ແມ່ນ​ໄປ​ຝືນ​ກັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ຊາດ. ຊ້ຳບໍ່​ໜຳ, ຂະ​ບວນການ​ອິດ​ຊະລາ​ມ ຮາມາດ ຍັງ​ປະກາດ​ວ່າ ປະທານາ ທິບໍດີ​ປາ​ແລ​ດສະຕິ​ນ Mahmoud Abbas ບໍ່​ມີ​ສິດ​ຖືກຕ້ອງ​ຕາມ​ກົດໝາຍ​ເພື່ອ​ເຈລະຈາ​ແທນ​ໃຫ້​ຊາວ​ປະ​ແລດ​ສະຕິ​ນ.

  ​ເລື່ອງ​ບັນລຸ​ໄດ້​ຂໍ້​ຕົກລົງ​ເຊື່ອມ​ຕໍ່ການ​ເຈລະຈາ​ລະຫວ່າງ​ປາ​ແລດ​ສະຕິ​ນ ​ແລະ ອິ​ດສະ​ລາ​ແອນ ​ເຄີ​ຍຖືກ​ຢຸດ​ສະ​ງັກນັບ​ແຕ່​ເດືອນ 9/2010 ​ໄດ້​ຮັບ​​ຕີ​ລາຄາ​ວ່າ ​ແມ່ນ​ໂອກາດ​ທີ່​ດີ​ ໃນ​ການ​ຟື້ນ​ຟ​ູວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເພື່ອນ​ຳ​ໃຊ້​ໂອກາດ​ນີ້​ໃຫ້​ສຳ​ເລັດ, ມັນ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ ຕ້ອງ​ມີ​ການ​ປະນິປະນອມ​ໃນ​ບັນດາ​ບັນຫາ​ບໍ່​ລົງ​ລອຍ​ກັນ​. ​ແຕ່ສິ່ງ​ດັ່ງກ່າວຍາກ​ທີ່​ຈະ​ປະຕິບັດ​ໄດ​້ ​ແລະ ຖ້າ​ເປັນ​ຄື​ແນວ​ນັ້ນ, ຕາ​ເວັກ​ອອກ​ກາງ​ຍັງ​ຄົງ​ຈະ​ຢູ່​ໃນ​ສະພາບ​ເກີດ​ການ​ປະ​ທະ​ກັນ ​ແລະ ຂາດ​ສະຖຽນ​ລະພາບຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ