ແງ່ຫວັງຫວຽດນາມປີ 2018

(VOVWORLD) - ຫວຽດນາມສິ້ນສຸດປີ 2017 ດ້ວຍຜົນສຳເລັດທີ່ໜ້າປະທັບໃຈຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ, ກໍ່ຄືຖານະບົດບາດສາກົນ. ປີ 2018, ຫວຽດນາມ ຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ຄວາມສະດວກໃໝ່ຫຼາຍຢ່າງ ເພື່ອສືບຕໍ່ໄດ້ຮັບສຳເລັດຜົນ, ຜ່ານຜ່າການທ້າທາຍ, ສຳເລັດເປົ້າໝາຍທີ່ໄດ້ວາງອອກ.
ແງ່ຫວັງຫວຽດນາມປີ 2018 - ảnh 1 ພາບປະກອບ

ປີ 2018, ຄາດຄະເນວ່າ, ການເຕີບດ້ານໂຕເສດຖະກິດ ແລະ ການຄ້າຂອງໂລກແມ່ນດີກວ່າປີ 2017, ອັນຈະສ້າງຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ ແລະ ການສົ່ງອອກຂອງຫຼາຍປະເທດ, ໃນນັ້ນມີ ຫວຽດນາມ. ກ່ຽວກັບອັດຕະວິໄສ, ຫວຽດນາມ ສືບຕໍ່ປະຕິບັດບັນດານະໂຍບາຍເສດຖະກິດມະຫາພາກ, ຕັ້ງໜ້າເຂົ້າຮ່ວມບັນດາເວທີສາກົນ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ. ບັນດາປັດໃຈນີ້ຈະເປັນການກະທົບຢ່າງຕັ້ງໜ້າເຖິງທ່ວງທ່າ ແລະ ກຳລັງແຮງຂອງ ຫວຽດນາມໃນປີ 2018.

ເສດຖະກິດໄດ້ຮັບການຫັນປ່ຽນຢ່າງຕັ້ງໜ້າ

ສັນຍານທັງໝົດລ້ວນແຕ່ສະແດງໃຫ້ເຫັນວ່າ ສະພາບການດຳເນີນທຸລະກິດ ແລະ ກາລະໂອກາດພັດທະນາຂອງ ຫວຽດນາມ ໃນປີ 2018 ແມ່ນດີກວ່າປີ 2017. ປີ 2018 ແລະ ຊຸມປີຕໍ່ໄປອາດຈະແມ່ນໄລຍະດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດເອກະຊົນພັດທະນາຂຶ້ນສູ່ຂະໜາດໃໝ່ ພາຍຫຼັງລັດຖະບານປະກາດໃຊ້ໂຄງການດຳເນີນງານປະຕິບັດມະຕິສູນກາງທີ່ 5 ກ່ຽວກັບການປັບປຸງລະບອບລະບຽບການເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ ແລະ ການພັດທະນາເສດຖະກິດເອກະຊົນ. ບັນດາຄວາມມານະພະຍາຍາມຈາກຝ່າຍລັດຖະບານໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດໄດ້ຮັບການປະຕິບັດຢ່າງເຖິງຖອງ ແລະ ຂ້ຽວຂາດໃນປີ 2017 ກໍ່ຈະໄດ້ຮັບການເສີມຂະຫຍາຍໃນປີ 2018.

ພ້ອມກັນນັ້ນ, ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງເລີ່ມມີຜົນສັກສິດນັບແຕ່ວັນທີ 1/1/2018 ເປັນຕົ້ນໄປ. ທີ່ກອງປະຊຸມສະໄໝສາມັນເທື່ອທີ 5 (ເດືອນ ພຶດສະພາ), ສະພາແຫ່ງຊາດຄາດຄະເນວ່າ ຈະຮັບຮອງເອົາກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ, ໃນນັ້ນມີ ເວິນດົ່ນ (ກວາງນິງ), ເວິນຟອງ (ແຄ໋ງຮ່ວາ) ແລະ ຟູ໋ກວົກ (ກຽນຢາງ). ກົດໝາຍນີ້ຈະສ້າງເງື່ອນໄຂສູງສຸດ, ຮັບປະກັນດ້ານນິຕິກຳປອດໂປ່ງທີ່ສຸດ ເພື່ອໃຫ້ບັນດານັກລົງທຶນພັດທະນາການການເຄື່ອນໄຫວຜະລິດດຳເນີນທຸລະກິດ.

ປີ 2018, ລະດັບການເຊື່ອມໂຍງຂອງ ຫວຽດນາມ ນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ຕິດພັນກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກສະບາຍກວ່າ. ວິສາຫະກິດ ຫວຽດນາມສຳຜັດກັບນັກລົງທຶນຈຳນວນຫຼາຍໃນໂລກ.

ຈາກບັນດາປັດໃຈນີ້, ເມື່ອໃຫ້ຂໍ້ສັງເກດກ່ຽວກັບແງ່ຫວັງເສດຖະກິດຂອງ ຫວຽດນາມ ໃນປີ 2018, ຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຄຸ້ມຄອງເສດຖະກິດສູນກາງ ຫງວຽນດິ່ງກຸງ ຖືວ່າ:

“ຂ້າພະເຈົ້າຄິດວ່າຈະບັນລຸໄດ້ເປົ້າໝາຍປີ 2018 ຢ່າງແນ່ນອນ. ຖ້າມີການປະຕິຮູບຢ່າງຮອບດ້ານກວ່າ, ດ້ວຍລະດັບໄວກວ່າ, ຈຸດທີ່ພົ້ນເດັ່ນກໍ່ຈະຫຼາຍກວ່າ. ເພາະວ່າເຂົາເຈົ້າກໍ່ສ້າງຄວາມດັນ, ຫາກແມ່ນການປະຕິຮູບລວງເລິກຢ່າງແຮງກວ່າ. ສິ່ງສຳຄັນຂອງປີ 2018 ເຊິ່ງຂ້າພະເຈົ້າຢາກປະຕິຮູບ ນັ້ນແມ່ນເພື່ອສ້າງພື້ນຖານດີກວ່າໃຫ້ຊຸມປີຕໍ່ໜ້າ“.

ບັນດານັກຊ່ຽວຊານສາກົນກໍ່ມີຄວາມໄວ້ເນື້ອເຊື່ອໃຈຫຼາຍຕໍ່ການພັດທະນາຂອງ ຫວຽດນາມ. ທ່ານ Sebastian Eckardt, ຫົວໜ້ານັກຊ່ຽວຊານທະນາຄານໂລກ, ເຊື່ອໝັ້ນວ່າ ພ້ອມກັບເສດຖະກິດທົ່ວໂລກໄດ້ຮັບການປັບປຸງນັ້ນ, ຫວຽດນາມ ຈະຜ່ານຜ່າການທ້າທາຍໃນປີ 2018. ຕາມທ່ານນາງ Eugenia Victorino, ນັກຊ່ຽວຊານດ້ານເສດຖະກິດຂອງ ANZ ເຂດອະນຸພາກພື້ນແມ່ນຳ້ຂອງ ແລະ ອາຊີຕາເນອອກສ່ຽງໃຕ້ແລ້ວ,  ຫວຽດນາມ ແມ່ນແມ່ເຫຼັກ ທີ່ດຶງດູດກະແສທຶນ FDI ປີ 2017 ແລະ ໃນໄລຍະຈະມາເຖິງ. ໃນຂະນະນັ້ນ, ຫົວໜ້າອຳນວຍການແຫ່ງຊາດໂຄງການພັດທະນາ ສປຊ (UNDP), ທ່ານນາງ Caitlin Wiesen ກໍ່ໃຫ້ຂໍ້ສັງເກດວ່າ:

ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວໃນພາກພື້ນ ແລະ ພວກຂ້າພະເຈົ້າຫວັງວ່າໃນອະນາຄົດກໍ່ຈະສືບຕໍ່ພັດທະນາແຮງຄືແນວນັ້ນ. ບັນຫາສະມັດຕະພາບ ແລະ ກຳລັງແກ່ງແຍ້ງຈະແມ່ນປັດໃຈຫຼັກແຫຼ່ງ. ຈາກແງ່ມູນຂອງ ສປຊ ພວກຂ້າພະເຈົ້າຈະສັງເກດບັນດາບັນຫາຄື: ທຶນ, ການສຶກສາມະຫາວິທະຍາໄລ, ການຍົກສູງທັກສະສ້າງວຽກເຮັດງານທຳຕື່ມອີກເພື່ອຕີລາຄາ“.

ຍົກສູງຖານະບົດບາດການຕ່າງປະເທດ

ໂດຍສືບຕໍ່ຜົນສຳເລັດປີ 2017, ປີ 2018, ຖານະບົດບາດສາກົນຂອງ ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງຜ່ານການເປັນເຈົ້າພາບຈັດເວທີປາໄສລັດຖະສະພາອາຊີ - ປາຊີຟິກ ຄັ້ງທີ 26 (APPF 26). ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືລັດຖະສະພາເພື່ອສັນຕິພາບ, ປະດິດສ້າງ ແລະ ການພັດທະນາແບບຍືນຍົງ“, APPF 26 ຈະຢືນຢັນຄຳໝັ້ນສັນຍາຂອງລັດຖະສະພາບັນດາປະເທດສະມາຊິກໃນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະ ການພັດທະນາໃນພາກພື້ນ. ແລະ ກໍ່ໃນປີ 2018, ຫວຽດນາມ ເປັນປະເທດເຈົ້າພາບຂອງກອງປະຊຸມ ເວທີປາໄສເສດຖະກິດໂລກ - ອາຊຽນ (WEF-ASEAN). ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງດິ່ງກວີ໋, ໃຫ້ຮູ້ວ່າ:

“ບັນດາເຫດການຄືດັ່ງກ່າວແມ່ນມີການເຂົ້າຮ່ວມຂອງຜູ້ແທນສາກົນນັບພັນຄົນ, ໃນນັ້ນມີການນຳບັນດາກຸ່ມບໍລິສັດທົ່ວໂລກ, ກຸ່ມບໍລິສັດແຖວໜ້າໂລກ, ເຊິ່ງແມ່ນສະມາຊິກຂອງ WEF, ບັນດານັກໃຫ້ຄຳປຶກສານະໂຍບາຍ. ສະນັ້ນນີ້ແມ່ນເຫດການ ພົວພັນຕ່າງປະເທດຫຼາຍຝ່າຍສຳຄັນທີ່ສຸດຂອງ ຫວຽດນາມ ໃນປີ 2018. ທີໜຶ່ງແມ່ນຊ່ວຍຮັກສາ ແລະ ປັບປຸງຄວາມເອົາໃຈໃສ່ຂອງກຸ່ມບໍລິສັດ, ວິສາຫະກິດສາກົນທີ່ມີຕໍ່ ຫວຽດນາມ. ທີສອງແມ່ນຜ່ານກອງປະຊຸມ, ຫວຽດນາມ ມີກາລະໂອກາດເຊື່ອມຈອດກັບບັນດາວິສາຫະກິດທົ່ວໂລກ“.

ປີ 2018, ຄຽງຂ້າງບັນດາຄວາມສະດວກ, ຫວຽດນາມກໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ເຖິງຢ່າງໃດກໍ່ຕາມ, ດ້ວຍ ຄວາມສະດວກໃນປີ 2017, ແລະການໝູນໃຊ້ບັນດາກາລະໂອກາດທີ່ໄດ້ນັ້ນ, ຫວຽດນາມ ຈະຫັນກາລະໂອກາດໃໝ່ໃຫ້ປະກົດຜົນເປັນຈິງໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ