ໝູ່​ບ້ານ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ຂວຍ​ກີ, ແຂວງ ກາວບັ່ງ

(VOVWORLD) - ໂດຍຕັ້ງຢູ່ເຂດຊາຍແດນລະຫວ່າງ ຫວຽດນາມ ແລະ ຈີນ ນັ້ນ, ບ້ານຂວຍກີ, ຕາແສງດ່າມຖຸຍ, ເມືອງຈຸ່ງແຄັງ, ແຂວງກາວບັ່ງ ໄດ້ມີປະຫວັດສາດແຫ່ງການສ້າງຕັັ້ງ ແລະ ພັດທະນາມາເປັນເວລາກ່ວາ 400 ປີແລ້ວ. ນີ້ແມ່ນໝູ່ບ້ານທ່ອງທ່ຽວທຳມະຊາດ ແລະ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວຢູ່ເມືອງ ຈຸ່ງແຄັງ.
ໝູ່​ບ້ານ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ຂວຍ​ກີ, ແຂວງ ກາວບັ່ງ - ảnh 1 ບ້ານ ຂວຍກີ ເບິ່ງຈາກມູມສູງ (ພາບ: ຫງອກແອັງ)

     ປະຈຸບັນ, ບ້ານຂວຍກີ ມີກ່ວາ 100 ຄອບຄົວແມ່ນຊາວເຜົ່າໄຕ່ທັງໝົດ. ໝູ່ບ້ານແຫ່ງນີ້ໄດ້ອີງຫຼັງໃສ່ພູຫີນ, ຢູ່ອ້ອມຂ້າງແມ່ນເຂດປ່າໄມ້, ຢູ່ຕໍ່ໜ້າແມ່ນຫ້ວຍຂວຍກີ, ດັ່ງນັ້ນ ໝູ່ບ້ານກໍ່ມີຊື່ວ່າບ້ານຂວຍກີ.

ໝູ່​ບ້ານ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ຂວຍ​ກີ, ແຂວງ ກາວບັ່ງ - ảnh 2ມູມໜຶ່ງໃນບ້ານ ຂວຍກີ (ພາບ: ຫງອກແອັງ)

     ຕາມພາສາໄຕ່ແລ້ວ, ຂວຍກີ ມີຄວາມໝາຍວ່າຫ້ວຍນ້ອຍ. ບ້ານຂວຍກີ ມີຄວາມງາມແບບພິເສດ ແລະ ແປກ ຍ້ອນວ່າ ເຮືອນຫຼັງຕ່າງໆລ້ວນແຕ່ໄດ້ກໍ່ຂຶ້ນດ້ວຍຫີນ, ມຸງດ້ວຍດິນຂໍທັບຊ້ອນກັນ. ເສັ້ນທາງເຂົ້າບ້ານໄດ້ປູດ້ວຍຫີນແຜ່ນໃຫ່ຍ, ຮົ້ວລະຫວ່າງບ້ານກໍ່ຈັດລຽງດ້ວຍຫີນຢ່າງລະອຽດລະອໍ. ໃນຄວາມສຳນຶກຂອງຊາວເຜົ່າໄຕ່ແລ້ວ, ພູຫີນແມ່ນຕາງໜ້າຂອງເທວະດາຟ້າແຖນ, ດັ່ງນັ້ນ, ເຮືອນໄດ້ກໍ່ຂຶ້ນດ້ວຍຫີນຈະມີກຳລັງປົກປ້ອງໃຫ້ຊາວບ້ານ. ເອື້ອຍ ຫງວຽນກີມເຟືອງ, ເຈົ້າຂອງ Tày’s Homestay ຢູ່ໝູ່ບ້ານ ຂວຍກີ ໃຫ້ຮູ້ວ່າ:

   ບ້ານຂວຍກີ ມີລັກສະນະພິເສດສະເພາະ ນັ້ນແມ່ນບັນດາຫຼັງເຮືອນທີີ່ເຮັດດ້ວຍຫີນ. ພິເສດແມ່ນເຮືອນຮ້ານເຮັດດ້ວຍຫີນ, ມຸ້ງດ້ວຍດິນຂໍ…ຊື່ງບັນດາທ້ອງຖິ່ນອື່ນບໍ່ມີ. ທ່າໄດ້ປຽບທ່ອງທ່ຽວຂອງບ້ານຂວຍກີ ແມ່ນນອນໃນໃຈກາງເຂດທ່ອງທ່ຽວທິວທັດທຳມະຊາດນ້ຳຕົກຕາດ ບານຢົກ ແລະ ຖ້ຳເງື່ອມງາວ. ໃນຊຸມປີມໍ່ໆມານີ້,  ບ້ານຂວຍກີ ໄດ້ດຶງດູດຈຳນວນແຂກທ່ອງທ່ຽວຫຼາຍພໍສົມຄວນ.

ໝູ່​ບ້ານ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ຂວຍ​ກີ, ແຂວງ ກາວບັ່ງ - ảnh 3

ຫ້ວຍຂວຍກີ (ພາບ: ຫງອກແອັງ)

            ໃນຈຳນວນ 17 homestay ຢູ່ໝູ່ບ້ານຂວຍກີ, ມີ 3 ແຫ່ງຫາກໍ່ໄດ້ກໍ່ສ້າງໃໝ່ ຊື່ງມີສະຖາປັດຕະຍາກຳກົມກຽວ, ສົມທົບກັນລະຫວ່າງແບບດັ້ງເດີມ ແລະ ທັນສະໄໝ. ບັນຫ້ອງນອນໄດ້ອອກແບບຢ່າງກ້ວາງຂວາງ, ສະດວກ, ຄົບຖ້ວນ. ເອື້ອຍ ຮວ່າງທິແຄັງ, ເຈົ້າຂອງ Homestay ດອກກ້ວຍໄມ້ປ່າ ຢູ່ບ້ານຂວຍກີ ໃຫ້ຮູ້ວ່າ:

      Homestay ດອກກ້ວຍໄມ້ປ່າ ຫາກໍ່ໄດ້ກໍ່ສ້າງຂຶ້ນປະມານ 1 ປີ ຊື່ງຢາກອະນຸລັກຮັກສາຈຸດວັດທະນະທຳທ້ອງທ່ຽວທ້ອງຖິ່ນ, ດັ່ງນັ້ນໄດ້ກໍ່ສ້າງດ້ວຍຫີນ, ບັນດາຫ້ອງນອນໄດ້ເຮັດຕາມແບບຄົບວົງຈອນ, ບໍ່ເຮັດຫ້ອງນອນລວມ ເພື່ອສາມາດຕອບສະໜອງຄວາມສະດວກຄົບຖ້ວນກ່ວາໃຫ້ແກ່ແຂກທ່ອງທ່ຽວ. homestay ມີທັງໝົດ 9 ຫ້ອງນອນ, ສາມາດຮັບແຂກຫຼາຍສຸດແມ່ນ 34 ຄົນ. ແຂກທ່ອງທ່ຽວສາກົນສ່ວນຫຼາຍແມ່ນ ຝະລັ່ງ, ໂຮນລັງ, ອາເມລິກາ, ແອັດສະປາຍ.

ໝູ່​ບ້ານ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ຂວຍ​ກີ, ແຂວງ ກາວບັ່ງ - ảnh 4

homestay ແຫ່ງໜຶ່ງຢູ່ບ້ານ ຂວຍກີ (ພາບ: ຫງອກແອັງ)

    ແຕ່ລະປີ, ນັບແຕ່ເດືອນກັນຍາ ຫາເດືອນພະຈິກ ແລະ ຫຼັງບຸນປີໃໝ່ປະຈຳຊາດ ແມ່ນຈຸດເວລາທີ່ແຂກທ່ອງທ່ຽວມາຢ້ຽມ ຂວຍກີ ຫຼາຍກ່ວາໝູ່. ມາຢ້ຽມຢາມບ້ານ ຂວຍກີ, ແຂກທ່ອງທ່ຽວສາມາດຮັບຊົມທິວທັດທຳມະຊາດທີ່ສວຍງາມ, ເຂດພູຜາໃຫ່ຍໂຕມະໂຫຖານ ແລະ ເຈືອຈານເຂົ້າກັບບັນຍາກາດທີ່ປອດໂປ່ງ, ເຢັນສະບາຍ ແລະ ຄວາມສະຫງົບງຽບຂອງໝູ່ບ້ານທີ່ເກົ່າແກ່. ເອື້ອຍ ເຈິ່ນມິນເຄວ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໄດ້ແບ່ງປັນຄວາມຮູ້ສຶກຂອງຕົນວ່າ:

   ຂ້າພະເຈົ້າໄດ້ໄປທ່ອງທ່ຽວຢູ່ຫຼາຍບ່ອນແລ້ວ ແຕ່ມານີ້ກໍ່ມີຄວາມຕົກສະເງີ້ ຍ້ອນວ່າສະຖາປັດຕະຍາກຳຢູ່ທີ່ນີ້ແມ່ນມີລັກສະນະພິເສດສະເພາະ, ບັນດາເຮືອນໄດ້ເຮັດດ້ວຍຫີນ, ງາມຫຼາຍ. ສະຖາປັດຕະຍາກຳບູຮານ ສະຫຼັບກັບທັນສະໄໝ. ຫ້ວຍຢູ່ທີ່ນີ້ສ້າງບັນຍາກາດເຢັນສະບາຍທີ່ສຸດ. ຢູ່ແຫ່ງນີ້ເໝາະກັບການພັກຜ່ອນບຳລຸງສຸຂະພາບ ແລະ ການຄົ້ນຫາ.

  ເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ ຂວຍກີ, ຊາວບ້ານໄດ້ເປີດບັນດາການບໍລິການທີ່ມີຫຼາຍຮູບຫຼາຍແບບ ຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວ. ແຂກທ່ອງທ່ຽວມານີ້ຈະໄດ້ຮັບປະທານບັນດາເຍື່ອງອາຫານພິເສດຂອງຊາວເຜົ່າໄຕ່, ເຂົ້າຮ່ວມການເຕັ້ນສາບ ຫຼືຮັບຟັງການຂັບແທນ (ມໍລະດົກທີ່ບໍ່ເປັນວັດຖຸຕາງໜ້າມວນມະນຸດ) ແລະ ພິນຕິງ.

    ແຂກທ່ອງທ່ຽວ, ໂດຍສະເພາະແມ່ນແຂກທ່ອງທ່ຽວຕ່າງປະເທດ ມັກຄົ້ນຫາ ຂວຍກີ ຜ່ານລາຍການທ່ອງທ່ຽວປິນພູ, ຕັ້ງຄ້າຍຈູດໄຟ, ດຳນາ, ໄປເອົາຝືນ, ຈັບປາຢູ່ຫ້ວຍ ຫລື ຢູ່ກັບຊາວບ້ານ. ເປັນຄັ້ງທຳອິດທີ່ມາຢ້ຽມຢາມບ້ານ ຂວຍກີ, ອ້າຍ Redouane Mahi, ແຂກທ່ອງທ່ຽວຊາວ ຝະລັ່ງ ໃຫ້ຮູ້ວ່າ:

   ຂ້າພະເຈົ້າໄດ້ພັກຢູ່ບ້ານຂອງຊາວເຜົ່າໄຕ່ ຄືນໜຶ່ງ, ຫັນວ່າຄັກຫຼາຍ, ຈາກການບໍລິການ ຕະຫຼອດຮອດອາຫານການກິນ… ການແລກປ່ຽນຂໍ້ມູນລະຫວ່າງແຂກທ່ອງທ່ຽວ ແລະ ປຊຊ ຜ່ານເຄືອຄ່າຍອິນເຕີນັດແມ່ນງ່າຍທີ່ສຸດ ແລະ ມີປະໂຫຍດ. ປຊຊ ຢູ່ທີ່ນີ້ມີຄວາມໃກ້ຊິດສະໜິດສະໜົມ, ຮັກແພງແຂກຄົນ. ວິທີເຮັດທ່ອງທ່ຽວຢູ່ນີ້ແມ່ນດີພໍສົມຄວນ. ທຸກຄົນຕ່າງກໍ່ຮູ້ວິທີສຳຜັດ ເພື່ອສະໜອງຂໍ້ມູນໃຫ້ແກ່ແຂກ, ອາຫານກໍ່ແຊບຫຼາຍ, ມີແຜນທີ່ທ່ອງທ່ຽວພ້ອມ ເພື່ອໃຫ້ແຂກທ່ອງທ່ຽວສາມາດໄປມາຢ່າງສະດວກສະບາຍ.

   ປີ 2008, ຂວຍກີ ໄດ້ຮັບຮູ້ແມ່ນ “ໝູ່ບ້ານວັດທະນະທຳທີ່ເປັນມູນເຊື້ອດີເດັ່ນຂອງປາຊາຄົມຊາວຊົນເຜົ່າສ່ວນໜ້ອຍ” ຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ. ດ້ວຍທິວທັດທຳມະຊາດທີ່ສວຍງາມ, ສີສັນວັດທະນະທຳພິເສດສະເພາະ, ສະຖາປັດຕະຍາກຳໄດ້ສ້າງຄວາມປະທັບໃຈ, ຊາວບ້ານ ຂວຍກີ ພວມພັດທະນາສະຖານທີ່ແຫ່ງນີ້ ກາຍເປັນຈຸດນັດພົບທີ່ດູດດື່ມໃຈແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ./.

 




 

       

 

ຕອບກັບ

ຂ່າວ/ບົດ​ອື່ນ