( ນະຄອນໂຮ່ຈິມິນ )
(vovworld) - ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ຫາກໍເຊັນປະກາດໃຊ້ມະຕິກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນໂຮ່ຈິມິນຮອດປີ 2020. ຕາມມະຕິດັ່ງກາວ, ນະຄອນໂຮ່ຈິມິນ ແມ່ນສູນກາງໃຫຍ່ກ່ຽວກັບເສດຖະກິດ, ວັດທະນະທຳ, ສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ແມ່ນຂົວເຊື່ອມຕໍ່ການພົບປະແລກປ່ຽນ ແລະ ເຊື່ອມໂຍງເຂົ້າກັບສາກົນ, ມີທີ່ຕັ້ງດ້ານການເມືອງທີ່ສຳຄັນຂອງທົ່ວປະເທດ. ພາຍຫຼັງ 25 ປີແຫ່ງການປ່ຽນໃໝ່, ນະຄອນໂຮ່ຈິມິນ ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ, ຮອບດ້ານ, ປະກອບສ່ວນເຂົ້າໃນຜົນງານລວມຂອງເຂດ ແລະ ທົ່ວປະເທດ. ແຕ່ວ່າ, ການເຕີບໂຕດ້ານເສດຖະກິດຂອງນະຄອນໂຮ່ຈິມິນ ຍັງບໍ່ທັນເໝາະສົມກັບທີ່ຕັ້ງ, ບົດບາດ ແລະ ຄວາມສາມາດບົ່ມຊ້ອນ. ການພັດທະນາດ້ານວັດທະນະທຳຍັງບໍ່ທັນເໝາະສົມກັບບົດບາດ, ທີ່ຕັ້ງຂອງນະຄອນເຊິ່ງແມ່ນສູນກາງວັດທະນະທຳໃຫຍ່ຂອງເຂດ ແລະ ທົ່ວປະເທດ… ເພາະສະນັ້ນ, ນັບແຕ່ນີ້ຮອດປີ 2020, ບົນພື້ນຖານໝູນໃຊ້ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກຢ່າງມີຫົວຄິດປະດິດສ້າງ, ຍຸດທະສາດພັດທະນາເສດຖະກິດ - ສັງຄົມ 2011 – 2020 ຕິດພັນກັບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກຢ່າງມີປະສິດທິຜົນ, ນະຄອນຄວນມານະພະຍາຍາມສູ້ຊົນ, ຮັກສາຄວາມໝັ້ນຄົງດ້ານການເມືອງ - ສັງຄົມ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບ ແລະ ຍົກສູງຄຸນນະພາບການເຕີບໂຕ, ກໍ່ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ, ພັດທະນານະຄອນຢ່າງວ່ອງໄວ ດ້ວຍຄຸນນະພາບ ແລະ ຄວາມຄືບໜ້າສູງກວ່າລະດັບສະເລ່ຍລວມຂອງທົ່ວປະເທດ.
ເພີ່ອປະຕິບັດໃຫ້ໄດ້ຈຸດໝາຍນີ້, ທາງສູນກາງຈະແບ່ງຂັ້ນ, ເພີ່ມລັກສະນະກຸ້ມຕົນເອງຫຼາຍກວ່າໃຫ້ແກ່ນະຄອນໃນບາງຂົງເຂດ. ກຳນົດໃນແຕ່ລະປີ, ຄະນະເລຂາ ແລະ ລັດຖະບານຈະມີການເຮັດວຽກກັບການນຳນະຄອນໂຮ່ຈິມິນ ເພີ່ອກວດກາ, ຕິດຕາມກວດກາການຈັດຕັ້ງປະຕິບັດມະຕິ.