ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສຸ​ຂະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ກັນ​​ສຸ​ຂະ​ພາບ​ໃນ​ທົ່ວ​ປວງ​ຊົນ

(VOVWORLD) -   ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV,  ຕອນບ່າຍວັນທີ 24 ຕຸລາ, ສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍປະກັນໄພສຸຂະພາບ ແລະ ຮ່າງກົດໝາຍຖານຂໍ້ມູນ.
ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສຸ​ຂະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ກັນ​​ສຸ​ຂະ​ພາບ​ໃນ​ທົ່ວ​ປວງ​ຊົນ - ảnh 1ກອງປະຊຸມປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ ກົດໝາຍວ່າດ້ວຍປະກັນສຸຂະພາບ

ກ່ຽວກັບການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍປະກັນສຸຂະພາບ ເພື່ອແນໃສ່ພັດທະນາປະກັນສຸຂະພາບໃນທົ່ວປວງຊົນໃຫ້ສອດຄ່ອງກັບເງື່ອນໄຂເສດຖະກິດ - ສັງຄົມຂອງປະເທດຊາດ; ສອດຄ່ອງກັບບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງເຖິງປະກັນສຸຂະພາບ ເຊິ່ງ ຫວຽດນາມເປັນສະມາຊິກ. ພ້ອມດຽວກັນນັ້ນ, ຮັບປະກັນການຊ່ວຍເຫຼືອສັງຄົມ, ສິດ, ຜົນປະໂຫຍດຂອງຜູ້ເຂົ້າຮ່ວມປະກັນສຸຂະພາບ, ຮາກຖານກວດ, ປິ່ນປົວພະຍາດ, ນຳໃຊ້ກອງທຶນປະກັນສຸຂະພາບຢ່າງມີປະສິດທິຜົນ.

        ກ່ຽວກັບຮ່າງກົດໝາຍຖານຂໍ້ມູນ, ທ່ານນາງ ຟຸກບິ່ງນີເອ ກຣັມ, ສະມາຊິກສະພາແຫ່ງຊາດແຂວງ ດັກລັກ ຖືວ່າ:

        “ການສ້າງຮ່າງກົດໝາຍວ່າດ້ວຍຖານຂໍ້ມູນແມ່ນຈຳເປັນທີ່ສຸດ, ພິເສດ ໃນໄລຍະຫັນເປັນດີຈີຕອນໃນປັດຈຸບັນ. ການສ້າງສູນຖານຂໍ້ມູນແຫ່ງຊາດກ່ຽວກັບການຄຸ້ມຄອງລວມສູນ, ແບ່ງປັນຖານຂໍ້ມູນຢ່າງຄົບຊຸດກ່ຽວກັບພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານ, ປະຢັດແຫຼ່ງກຳລັງ, ລົງທຶນໃຫ້ແກ່ການຫັນເປັນດີຈີຕອນຢ່າງມີຈຸດສຸມແມ່ນສິ່ງທີ່ຈຳເປັນ”.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 24 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ).


 

ຕອບກັບ

ຂ່າວ/ບົດ​ອື່ນ