ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ ມາ​ເລ​ເຊຍ

(VOVWORLD) - ຕອນບ່າຍວັນທີ 24 ຕຸລາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato` Johari bin Abdul ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 22 – 25 ຕຸລາ. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ ມາ​ເລ​ເຊຍ - ảnh 1 ທ່ານເລຂາທິການໃຫຍ່ ໂຕເລິມ  ແລະ ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato` Johari bin Abdul (ພາບ: VOV)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສອງປະເທດເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສົມທົບກັນໃນບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ; ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຫຼາຍກວ່າອີກ, ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ USD ຕາມທິດດຸ່ນດ່ຽງໃນປີ 2025.

        ທ່ານປະທານສະພາຕ່ຳ ມາເລເຊຍ ກໍໄດ້ແບ່ງປັນກ່ຽວກັບຄວາມປະທັບໃຈອັນດີງາມກ່ຽວກັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ. ທ່ານປະທານສະພາຕ່ຳ ມາເລເຊຍ ໃຫ້ຮູ້ວ່າ ໃນຖານະເປັນປະທານ ອາຊຽນ ປີ 2025, ມາເລເຊຍ ຈະມານະພະຍາຍາມປະກອບສ່ວນສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາຢ່າງວັດທະນາຖາວອນ; ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອແນໃສ່ເພີ່ມທະວີທີ່ຕັ້ງບົດບາດຂອງ ອາຊຽນ ໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ