ສື່ມວນ​ຊົນ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສ​າ​ຫະ​ກິດ​ເພື່ອ​ເປົ​້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) - ສະພາບແວດລ້ອມການສື່ສານ, ສື່ມວນຊົນແມ່ນສ່ວນໜຶ່ງຂອງສະພາບແວດລ້ອມດຳເນີນທຸລະກິດລວມຢູ່ ຫວຽດນາມ. ດັ່ງນັ້ນ, ການຍົກສູງຄຸນນະພາບ, ປະສິດທິຜົນຂໍ້ມູນຂ່າວສານ, ການຖະແຫຼງຂ່າວຂອງສື່ມວນຊົນກ່ຽວກັບເສດຖະກິດ, ວິສາຫະກິດ, ນັກທຸລະກິດແມ່ນມີຄວາມສຳຄັນຍິ່ງ.
ສື່ມວນ​ຊົນ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສ​າ​ຫະ​ກິດ​ເພື່ອ​ເປົ​້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1 ງເວທີປາໄສ “ສື່ມວນຊົນ ແລະ ວິສາຫະກິດຮ່ວມເດີນທາງເພື່ອປະເທດ ຫວຽດນາມ ວັດທະນາຖາວອນ, ຜາສຸກ” ຄັ້ງທີ 2 (ພາບ: VOV5)

“ຍົກສູງຄຸນນະພາບຂໍ້ມູນຂ່າວສານກ່ຽວກັບເສດຖະກິດ ແລະ ວິສາຫະກິດໃນສື່ມວນຊົນ” ແມ່ນຫົວຂໍ້ຂອງເວທີປາໄສ “ສື່ມວນຊົນ ແລະ ວິສາຫະກິດຮ່ວມເດີນທາງເພື່ອປະເທດ ຫວຽດນາມ ວັດທະນາຖາວອນ, ຜາສຸກ” ຄັ້ງທີ 2, ໄດ້ດຳເນີນໃນຕອນເຊົ້າວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ. ເຫດການດັ່ງກ່າວ ໂດຍສະຫະພັນການຄ້າ ແລະ ອຸສາຫະກຳ ຫວຽດນາມ (VCCI) ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແລະ ສະມາຄົມນັກຂ່າວ ຫວຽດນາມ ຈັດຂຶ້ນ.

        ກ່າວຄຳເຫັນໄຂເວທີປາໄສ, ທ່ານປະທານ VCCI ຟານເຕິນກົງ, ໃຫ້ຮູ້ວ່າ ສະພາບແວດລ້ອມການສື່ສານ, ສື່ມວນຊົນແມ່ນສ່ວນໜຶ່ງຂອງສະພາບແວດລ້ອມດຳເນີນທຸລະກິດລວມຢູ່ ຫວຽດນາມ. ດັ່ງນັ້ນ, ການຍົກສູງຄຸນນະພາບ, ປະສິດທິຜົນຂໍ້ມູນຂ່າວສານ, ການຖະແຫຼງຂ່າວຂອງສື່ມວນຊົນກ່ຽວກັບເສດຖະກິດ, ວິສາຫະກິດ, ນັກທຸລະກິດແມ່ນມີຄວາມສຳຄັນຍິ່ງ.

        “ເພື່ອປະຕິບັດໄຊຊະນະບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030, ວິໄສທັດຮອດປີ 2045, VCCI ເຫັນວ່າ ຕ້ອງປຸກລຸກນ້ຳໃຈດຳເນີນທຸລະກິດໃນສັງຄົມ ແລະ ໃນວົງຄະນະຍາດນັກທຸລະກິດ, ວິສາຫະກິດ, ປະກອບສ່ວນນຳ ຫວຽດນາມ ກ້າວເຂົ້າສູ່ “ສັງກາດໃໝ່ - ສັງກາດບຸກບືນຂອງຊາດ ຫວຽດນາມ”. ດັ່ງນັ້ນ, ບົດບາດຂອງສື່ມວນຊົນ, ການສື່ສານໃນການສົ່ງແຫຼ່ງບັນດານໃຈ, ປຸກລຸກນ້ຳໃຈດຳເນີນທຸລະກິດແມ່ນສຳຄັນຍິ່ງ.”

        ໃນເວທີປາໄສ, ບັນດາຜູ້ແທນໄດ້ພ້ອມກັນແລກປ່ຽນກ່ຽວກັບບນັດາບັນຫາທີ່ກ່ຽວຂ້ອງເຖິງການຍົກສູງຄຸນນະພາບ, ປະສິດທິຜົນຂໍ້ມູນດ້ານເສດຖະກິດ, ວິສາຫະກິດໃນສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ