ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ພ້ອມ​ກັບ BRICS ແລະ ປະ​ຊາ​ຄົມ​ສາ​ກົນ​ເພື່ອ​ສ້າງ​ໂລກ​ໃຫ້​ສວຍ​ງາມກວ່າ

(VOVWORLD) - ຕອນເຊົ້າວັນທີ 24 ຕຸລາ ຕາມເວລາທ້ອງຖິ່ນ, ຢູ່ Kazan, ສະຫະພັນ ລັດເຊຍ ໄດ້ດຳເນີນກອງປະຊຸມຄົບຄະນະບັນດາການນຳ BRICS ເປີດກວ້າງປີ 2024 ດ້ວຍຫົວຂໍ້ “BRICS ແລະ ຂົ້ວໂລກໃຕ້: ພ້ອມກັນສ້າງໂລກໃຫ້ສົດໃສກວ່າ”. ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ພ້ອມ​ກັບ BRICS ແລະ ປະ​ຊາ​ຄົມ​ສາ​ກົນ​ເພື່ອ​ສ້າງ​ໂລກ​ໃຫ້​ສວຍ​ງາມກວ່າ - ảnh 1ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ 

ເພື່ອພ້ອມກັນສ້າງໂລກໃຫ້ສົດໃສກວ່າ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເຊື່ອມຕໍ່ຍຸດທະສາດ 5 ປະການ. ທີໜຶ່ງແມ່ນ, ເຊື່ອມຕໍ່ແຫຼ່ງກຳລັງ. ທີສອງແມ່ນເຊື່ອມຕໍ່ພື້ນຖານໂຄງລ່າງຍຸດທະສາດ, ທັງດ້ານພື້ນຖານໂຄງລ່າງແຂງ ແລະ ອ່ອນ. ທີສາມແມ່ນເຊື່ອມຕໍ່ບັນດາລະບົບສະໜອງທົ່ວໂລກບົນພື້ນຖານໝູນໃຊ້ວິທະຍາສາດເຕັກໂນໂລຢີທັນສະໄໝ, ນະວັດຕະກຳ ເພື່ອສ້າງແຫຼ່ງກຳລັງໜູນໃໝ່ແກ່ການເຕີບໂຕເສດຖະກິດ, ເປີດກວ້າງພື້ນທີ່ພັດທະນາໃຫ້ແຕ່ລະປະເທດ. ພິເສດ, ແມ່ນການເຊື່ອມຕໍ່ລະຫວ່າງຄົນກັບຄົນ ຜ່ານວັດທະນະທຳ ແລະ ການເຊື່ອມຕໍ່ໃນການປະຕິຮູບບັນດາກົນໄກບໍລິຫານທົ່ວໂລກ.

        “ການເຊື່ອມຕໍ່ລະຫວ່າງຄົນກັບຄົນຜ່ານວັດທະນະທຳ, ຮ່ວມມືວັດທະນະທຳ, ການສຶກສາບຳລຸງສ້າງ, ການທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງ BRICS  ແລະ ບັນດາປະເທດທີ່ຕ້ອງໄດ້ຮັບການຊຸກຍູ້ຢ່າງແຮງກວ່າອີກ ເພື່ອສ້າງພື້ນທີ່ວັດທະນະທຳທີ່ເປັນ “ເອກະພາບໃນຄວາມຫຼາກຫຼາຍ”, ບ່ອນທີ່ມີບັນດາຄຸນຄ່າແຕກຕ່າງໄດ້ຮັບການເຄົາລົບ; ຈຸດຄ້າຍຄືກັນໄດ້ຮັບການທະວີຄູນ; ບ່ອນທີ່ຄວາມງາມແຫ່ງໄມຕີຈິດມິດຕະພາບ ແລະ ການຮ່ວມມືໄດ້ຮັບການເສີມສ້າງ. ການເຊື່ອມຕໍ່ໃນການປະຕິຮູບບັນດາກົນໄກບໍລິຫານທົ່ວໂລກຕາມທິດຮ່ວມສຳພັນ, ແບ່ງປັນ, ຫັນເປັນດີຈີຕອນ, ດຸ່ນດ່ຽງ, ຍຸຕິທຳ, ມີປະສິດທິຜົນ, ກວມລວມ, ຮອບດ້ານເພື່ອພັດທະນາຢ່າງວ່ອງໄວ, ຍືນຍົງ. ພວກເຮົາຕ້ອງເປັນເຈົ້າການ ແລະ ຈັດຕັ້ງຢ່າງມີປະສິດທິຜົນກວ່າ ໃນວິວັດທະນາການກຳນົດບັນດາກົດລະບຽບ, ມາດຖານທົ່ວໂລກ, ໂດຍສະເພາະແມ່ນໃນບັນດາຂົງເຂດໃໝ່...”

                                     

   

ຕອບກັບ

ຂ່າວ/ບົດ​ອື່ນ