ກຸ່ມ G7 ຈະຈັດ ກອງປະຊຸມຢູ່ບຣຸກແຊນ ແທນໃຫ້ກອງປະຊຸມ ສຸດຍອດ ຈີ 8 ຢູ່ໂຊຈີ
ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov
(ພາບ: AFP/TTXVN)
(vovworld)- ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (ຈີ 7) ໄດ້ຊົມເຊີຍການສະໜັບສະໜູນຂອງລັດເຊຍ ທີ່ມີຕໍ່ຂໍ້ຕົກລົງສົ່ງຄະນະຜູ້ແທນຂອງອົງການປ້ອງກັນຄວາມສະຫງົບ ແລະ ການຮ່ວມມື ເອີລົບ (OSCE) ມາຕິດຕາມກວດກາສະພາບການຢູ່ ຢູແກຼນ, ພ້ອມທັງຮຽກຮ້ອງໃຫ້ແກ້ໄຂວິກິດການຢູ່ ຢູແກຼນ ຜ່ານານເຈລະຈາ. ຕາມຖະແຫຼງການຮ່ວມຂອງກອງປະຊຸມບໍ່ເປັນທາງການເມື່ອວັນທີ 24/3 ຂອງ ກຸ່ມ ຈີ 7 ໂດຍ ອາເມລິກາ ເປັນເຈົ້າພາບຈັດຕັ້ງຢູ່ນອກກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍຄັ້ງທີ 3 ຢູ່ ລາໄຮ (ປະເທດໂຮນລັງ), ຈີ 7 ພ້ອມກັບຄະນະກຳມະການ ເອີລົບ ແລະ ສະພາ ເອີລົບ ຍົກອອກຄຳຮຽກຮ້ອງສຳລັບ ລັດເຊຍ ທີ່ກ່ຽວຂ້ອງເຖິງມາດຕະການແກ້ໄຂວິກິດການການເມືອງຢູ່ ຢູແກຼນ, ກໍ່ຄືຍົກອອກບາດກ້າວຕໍ່ໄປໃຫ້ແກ່ ຈີ 7 ເພື່ອແນໃສ່ໜູນຊ່ວຍປະເທດ ເອີລົບ ຕາເວັນອອກນີ້. ນອກຈາກເລື່ອງຢັ້ງຢືນບໍ່ຮັບຮອງຜົນຂອງການລົງປະຊາມະຕິກ່ຽວກັບການໂອນເຂົ້າ ສະຫະພັນ ລັດເຊຍ ຂອງແຫຼມ Crimea (ທີ່ເຄີຍສັງກັດ ຢູແກຼນ), ນາບຂູ່ເພີ່ມທະວີການບັນດາມາດຕະການລົງໂທດເສດຖະກິດກັບ ລັດເຊຍແລ້ວ, ຈີ 7 ຍັງຖະແຫຼງຢຸດຕິການເຂົ້າຮ່ວມກຸ່ມ ຈີ 8 (ເຊິ່ງລວມມີ ຈີ 7 ແລະ ລັດເຊຍ) ຍ້ອນບໍ່ມີລະບຽບການປັດເຂ່ຍປະເທດນີ້ອອກຈາກກຸ່ມ.