ກໍ່ສ້າງຂົວມິດຕະພາບຫວຽດນາມ-ນິວຊີແລນຢູ່ນະຄອນ ໂຮ່ຈີມິນ

ກໍ່ສ້າງຂົວມິດຕະພາບຫວຽດນາມ-ນິວຊີແລນຢູ່ນະຄອນ ໂຮ່ຈີມິນ - ảnh 1
ທ່ານ ເລແທງລຽມ ຮອງປະທານຄະນະກຳມະການປະຊາຊົນນະຄອນ
ໂຮ່ຈີມິນ ແລະ ທ່ານ Steven Joyce
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 6/6, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ແລະ ກະຊວງ​ສຶກສາ​ມະຫາວິທະຍາ​ໄລ, ທັກ​ສະ ​ແລະ ວຽກ​ເຮັດ​ງານ​ທຳ, ພັດທະນາ​ເສດຖະກິດ, ວັດທະນະທຳ ​ແລະ ປະດິດ​ສ້າງ ນິວຊີ​ແລນ ​ໄດ້​ປະກາດ​ເລື່ອງ​ກໍ່ສ້າງ​ຂົວ​ມິດຕະພາບ ຫວຽດນາມ - ນິວຊີ​ແລນ. ນີ້​ແມ່ນ​ຂົວ​ສຳລັບ​ຄົນ​ຍ່າງ​ເພື່ອ​ຂ້າ​ຜ່ານ​ທາງ​ດ້ຽນບຽນ, ​ເຊື່ອມ​ຕໍ່​ສອງ​ພາກ​ທາງ ລະຫວ່າງ​ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຢີນະຄອນ ​ໂຮ່ຈີ​ມິນ ​ແລະ ມະຫາວິທະຍາ​ໄລ​ສາກົນ ຮົ່ງບ່າງ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ Steven Joyce ລັດຖະມົນຕີ​ກະຊວງ​ສຶກສາ​ມະຫາວິທະຍາ​ໄລ, ທັກ​ສະ ​ແລະ ວຽກ​ເຮັດ​ງານ​ທຳ, ພັດທະນາ​ເສດຖະກິດ, ວັດທະນະທຳ ​ແລະ ປະດິດ​ສ້າງ ນິວຊີ​ແລນ, ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ກິດຈະກຳ​ສັນຍາ​ລັກ​ທີ່​ສຳຄັນ​ໃນ​ການ​ພົວພັນ​ມິດຕະພາບ​ລະຫວ່າ​ງສອງ​ປະ​ເທດ, ທັງ​ຊ່ວຍ​ໃຫ້​ນັກ​ສຶກສາ​ມະຫາ​ວິທະຍາ​ໄລ​ສອງ​ແຫ່ງ ​ແລ​ະ ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ໄປມາ​ຢ່າງ​ສະດວກ ​ແລະ ປອດ​ໄພ.

ຂ່າວ/ບົດ​ອື່ນ