ພາຍຸ Yagi ພັດຖະຫຼົ່ມນະຄອນ ຫາຍຟ່ອງ ແລະ ແຂວງກວາງນີງ ດ້ວຍແຮງລົມລະດັບ 13

(VOVWORLD) -ຕອນທຽງວັນທີ 7 ກັນຍາ ພາຍຸ Yagi ໄດ້ພັດເຂົ້າເຂດກວາງນິງ, ນະຄອນ ຫາຍຟ່ອງ, ພາໃຫ້ເກີດຝົນຕົກໜັກ, ລົມແຮງລະດັບ 11-12,  ແລະ ແຮງລົມສູນກາງພາຍຸລະດັບ13, ຄວາມໄວລົມ ສູງສຸດປະມານ 133 ກິໂລແມັດ ຕໍ່ຊົ່ວໂມງ
ພາຍຸ Yagi ພັດຖະຫຼົ່ມນະຄອນ ຫາຍຟ່ອງ ແລະ ແຂວງກວາງນີງ ດ້ວຍແຮງລົມລະດັບ 13  - ảnh 1ພາຍຸ Yagi ໄດ້ພັດຖະຫຼົ່ມນະຄອນ ຫາຍຟ່ອງ ແລະ ແຂວງກວາງນີງ 

     ນັບແຕ່ຕອນເຊົ້າວັນທີ 7 ກັນຍານີ້, ຢູ່ຫຼາຍທ້ອງຖິ່ນຂອງແຂວງ ກວາງນິງ ແລະ ນະຄອນຫາຍຟ່ອງ, ເຊັ່ນ: ເກາະໂກໂຕ, ເວີນດົນ, ແບກລອງວີ, ໂດເຊີນ (ຫາຍຟອງ) ໄດ້ເກີດຝົນຕົກ, ລົມແຮງ, ເຮັດໃຫ້ຕົ້ນໄມ້ຫັກຫຼາຍຕົ້ນ, ປ້າຍໂຄສະນາ, ແລະ ຫລັງຄາສັງກະສີຂອງເຮືອນຫຼາຍຫຼັງຖືກລົມ ພັດໄປຕາມຖະໜົນ. ເຮືອບາງລຳຂອງຊາວປະມົງ ເວີນດົນ (ກວາງນິງ) ຖືກນ້ຳມ້ວຍອອກໄປສູ່ທະເລ.

ຕອນເຊົ້າວັນທີ 7 ກັນຍານີ້, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ໄປສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ເພື່ອກວດກາສະພາບຕົວຈິງຂອງລົມພາຍຸ Yagi. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ສະໜອງຂໍ້ມູນໂດຍຫຍໍ້, ຖືກຕ້ອງ ແລະ ວ່ອງໄວ ເມື່ອພະຍຸພັດເຂົ້າດິນຕໍ່ແຜ່ນ; ໃຫ້ຄໍາແນະນໍາ ແລະ ຄາດຄະເນກໍລະນີລະອຽດຢູ່ທ້ອງຖິ່ນ, ຈາກນັ້ນຈຶ່ງມີແຜນການແກ້ໄຂຢ່າງທັນເວລາ.

       ທ່ານຮອງລັດຖະມົນຕີກະຊວງກະສີກຳ ແລະ ພັດທະນາຊົນນະບົດ ຫງວຽນຮ່ວາງຮຽບ ໃຫ້ຮູ້ວ່າ: ບັນດາອ່າງເກັບນ້ຳຢູ່ພາກເໜືອພ້ອມແລ້ວຮັບມືກັບສະພາບ ນ້ຳຖ້ວມ. ລະບົບຄັນຄູ່ທະເລ ແລະ ຄັນຄູ່ແຄມແມ່ນ້ຳ ອາດຈະລົ້ນເມື່ອມີຄື້ນຟອງໃຫຍ່ ຫລື ນ້ຳແກ່ງຖ້ວມ ແລະ ບັນດາທ້ອງຖິ່ນກໍມີແຜນການຮັບມື. ທ່ານ ຢ້ວານທ້າຍດຶກ, ຫົວໜ້າກົມກູ້ໄພ-ກູ້ຊີບ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ກະຊວງປ້ອງກັນປະເທດໄດ້ຈັດສົ່ງກຳລັງທະຫານເກືອບ 100.000 ຄົນ ພ້ອມກັບຍານພາຫະນະພິເສດນັບຮ້ອຍຄັນ, ພ້ອມແລ້ວຮັບມືກັບລົມພາຍຸ Yagi ໃນທຸກສະພາບການ.

ຕອບກັບ

ຂ່າວ/ບົດ​ອື່ນ