ຢູ​ແກຼນ ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ສະ​ໜອງ​ອາ​ວຸດ​ເພີ່ມ​ເຕີມ

(VOVWORLD) -  ວັນທີ 06 ກັນຍາ, ທ່ານປະທານາທິບໍດີ ຢູແກຼນ, Volodymyr Zelensky  ໄດ້ຮຽກຮ້້ອງໃຫ້ບັນດາປະເທດພັນທະມິດຝ່າຍຕາເວັນຕົກສະໜອງອາວຸດເພີ່ມເຕີມ ພ້ອມທັງຍົກເລີກຂໍ້ກຳນົດ Kiev ນຳໃຊ້ອາວຸດນຳວິຖີໄລຍະໄກໃນການປະທະກັນກັບ ລັດເຊຍ.



ຢູ​ແກຼນ ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ສະ​ໜອງ​ອາ​ວຸດ​ເພີ່ມ​ເຕີມ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin (ເບື້ອງຊ້າຍ) ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  (ພາບ:  Getty Images)

ທ່ານປະທານາທິບໍດີ Zelensky ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ໃນກອງປະຊຸມຂອງກຸ່ມຕິດຕໍ່ດ້ານປ້ອງກັນຊາດ ຢູແກຼນ, ລວມທັງປະມານ 50 ປະເທດ, ຢູ່ຖານທີ່ໝັ້ນປ້ອງກັນອາກາດ Ramstein ຂອງ ອາເມລິກາ ຢູ່ ເຢຍລະມັນ. ນີ້ແມ່ນຄັ້ງທຳອິດທີ່ທ່ານ Zelensky ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

        ໃນວັນດຽວກັນ, ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Boris Pistorius ໃຫ້ຮູ້ວ່າ ເຢຍລະມັນ ຈະສະໜອງອາວຸດໃຫ້ແກ່ຢູແກຼນ ຕື່ມອີກ.  

ຕອບກັບ

ຂ່າວ/ບົດ​ອື່ນ