ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມປະ​ຈຳ​ເດືອນ ສິງ​ຫາ ຂອງ​ລັດ​ຖະ​ບານ

(VOVWORLD) -       ຕອນເຊົ້າວັນທີ 07 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນສິງຫາ ຂອງລັດຖະບານ ເພື່ອປຶກສາຫາລື, ປະກອບຄຳເຫັນຕີລາຄາກ່ຽວກັບຫຼາຍເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງສະພາບການເສດຖະກິດ - ສັງຄົມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມປະ​ຈຳ​ເດືອນ ສິງ​ຫາ ຂອງ​ລັດ​ຖະ​ບານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ໄດ້ສ້າງຕັ້ງກອງບັນຊາການແນວໜ້າຢູ່ ຫາຍຟ່ອງ ເພື່ອຊີ້ນຳວຽກງານປ້ອງກັນ, ຕ້ານພາຍຸ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ຊີ້ນຳໂດຍກົງວຽກງານປ້ອງກັນ, ຕ້ານພາຍຸ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸດັ່ງກ່າວ.

        ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສະພາບການສະພາບການເສດຖະກິດ - ສັງຄົມເດືອນ ສິງຫາ ຜ່ານມາ ສືບຕໍ່ມີທ່າອ່ຽງຕັ້ງໜ້າ ແລະ ດີກວ່າເດືອນ ກໍລະກົດ, ສະເລ່ຍ 8 ເດືອນ ແມ່ນດີກວ່າໄລຍະດຽວກັນໃນບັນດາຂົງເຂດ. ເພື່ອສືບຕໍ່ຊີ້ນຳ, ບໍລິຫານ ແລະ ຈັດຕັ້ງປະຕິບັດໃນໄລຍະຈະມາເຖິງໃຫ້ບັນລຸໝາກຜົນສູງກວ່າ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

        “ນະໂຍບາຍເງິນຕາໃນປັດຈຸບັນ ດຳເນີນໄປຢ່າງສັບສົນທີ່ສຸດ. ດັ່ງນັ້ນ, ໃນວິວັດການບໍລິຫານ ຕ້ອງມີຄວາມລະມັດລະວັງທີ່ສຸດ ແລະ ແກ້ໄຂໄດ້ບັນຫາ ແຕ່ກໍຕ້ອງຄິດເຖິງສະພາບການໃນໄລຍະຍາວ”.

        ໃນກອງປະຊຸມ, ບັນດາສະມາຊິກລັດຖະບານ ໄດ້ປຶກສາຫາລື, ປະກອບຄຳເຫັນຕີລາຄາກ່ຽວກັບສະພາບການເສດຖະກິດ - ສັງຄົມເດືອນ ສິງຫາ ແລະ 8 ເດືອນຕົ້ນປີນີ້; ສະພາບການຈັດແບ່ງ, ການປ່ອຍເງິນລົງທຶນພາກລັດ; ສະພາບການຜັນຂະຫຍາຍ 3 ໂຄງການເປົ້າໝາຍແຫ່ງຊາດ; ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2025.        

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ