ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການສ້າງໂຄງປະກອບກະສິກຳ, ພັດທະນາ, ເຊື່ອມຕໍ່ກັບຕົວເມືອງຄືນໃໝ່

(VOVWORLD) -  ຕອນເຊົ້າວັນທີ 04 ຕຸລາ, ຄະນະກຳມະການປະຊາຊົນແຂວງ ທ໊າຍງວຽນ ໄດ້ຈັດຕັ້ງກອງປະຊຸມສະຫລຸບ 10 ປີແຫ່ງການປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ແຂວງ ທ໊າຍງວຽນ ໄລຍະປີ 2010 – 2020. 
ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການສ້າງໂຄງປະກອບກະສິກຳ, ພັດທະນາ, ເຊື່ອມຕໍ່ກັບຕົວເມືອງຄືນໃໝ່ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານໃນໂຄງການກໍ່ສ້າງຊົນນະບົດໃໝ່ຂອງແຂວງທີ່ບັນລຸໄດ້ໃນຊຸມປີຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນໝາກຜົນແຫ່ງການກໍ່ສ້າງຊົນນະບົດໃໝ່ຂອງທົ່ວປະເທດ. ເພື່ອສືບຕໍ່ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ໄລຍະປີ 2021 – 2030 ໃຫ້ສຳເລັດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກໍ່ໃສ່ໃຈວ່າ ແຂວງ ທ໊າຍງວຽນ ຄວນຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງລະບົບຄະນະຊີ້ນຳ, ຫ້ອງການປະສານງານຊົນນະບົດໃໝ່ທຸກຂັ້ນ, ກົງຈັກຊ່ວຍວຽກຕ້ອງຮັບຜິດຊອບສະເພາະ, ເປັນມືອາຊີບ, ໃຫ້ບຸລິມະສິດແຫຼ່ງກຳລັງໃຫ້ຊົນນະບົດໃໝ່, ພັດທະນາອຸດສາຫະກຳ ເພື່ອລົງທຶນໃຫ້ກະສິກຳ, ຊົນນະບົດ.

ຕອບກັບ

ຂ່າວ/ບົດ​ອື່ນ