ກໍ່ສ້າງຖັນແຖວຊາວໜຸ່ມຫວຽດນາມ ໃຫ້ມີຄຸນນະທາດ, ມີຄວາມມຸ່ງຫວັງ

(VOVWORLD) -ຕອນຄ່ຳວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະພັນຊາວໜຸ່ມຫວຽດນາມ ໄດ້ຈັດລາຍການສະເຫຼີມສະຫຼອງ 63 ປີແຫ່ງວັນມູນເຊື້ອສະພັນຊາວໜຸ່ມຫວຽດນາມ (15 ຕຸລາ 1956 – 15 ຕຸລາ 2019) ແລະ ພິທີມອບລາງວັນ “15 ເດືອນຕຸລາ” ປີ 2019.

ກໍ່ສ້າງຖັນແຖວຊາວໜຸ່ມຫວຽດນາມ ໃຫ້ມີຄຸນນະທາດ, ມີຄວາມມຸ່ງຫວັງ - ảnh 1 ພິທີມອບລາງວັນ “15 ເດືອນຕຸລາ” ປີ 2019

(ພາບ: TTXVN)

ທີ່ພິທີ, ມີພະນັກງານ 15 ຄົນຂອງສະຫະພັນທີ່ມີຜົນງານດີເດັ່ນຫຼາຍຢ່າງ, ປະກອບສ່ວນເຂົ້າໃນວຽກງານຂອງສະຫະພັນ ແລະ ຂະບວນການຊາວໜຸ່ມ ໄດ້ຮັບລາງວັນ “15 ເດືອນຕຸລາ”.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ຢືນຢັນວ່າ, ພັກ, ລັດຫວຽດນາມ ຍາມໃດກໍ່ຖືຊາວໜຸ່ມເປັນໃຈກາງໃນຍຸດທະສາດບຳລຸງສ້າງ, ເສີມຂະຫຍາຍປັດໃຈ ແລະ ແຫຼ່ງກຳລັງມະນຸດ, ຖືການເອົາໃຈໃສ່ພັດທະນາຊາວໜຸ່ມ ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນເພື່ອຮັບປະກັນສະຖຽນລະພາບ ແລະ ການພັດທະນາປະເທດຊາດຢ່າງໝັ້ນຄົງ. ທ່ານ ເຈືອງຮ່ວາບິ່ງ, ກ່າວວ່າ.

        “ສະຫະພັນຊາວໜຸ່ມຫວຽດນາມ ຄວນສືບຕໍ່ປ່ຽນແປງໃໝ່ດ້ານເນື້ອໃນ, ທິດທາງການເຄື່ອນໄຫວ. ກໍ່ສ້າງຖັນແຖວຊາວໜຸ່ມຫວຽດນາມ ໃຫ້ມີຄວາມຮັກຊາດ, ມີຄຸນນະທາດ, ເຊື່ອໝັ້ນຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ແມ່ນພົນລະເມືອງທີ່ດີ; ມີສະຕິລະບຽບວິໄນ, ດຳລົງຊີວິດໂດຍມີຄວາມຮັບຜິດຊອບ, ມີຈິດໃຈເມດຕາປານີ… ສ້າງອົງການຈັດຕັ້ງຊາວໜຸ່ມໃຫ້ໝັ້ນຄົງ, ເຂັ້ມແຂງຢ່າງແທ້ຈິງ, ເຕົ້າໂຮມຄວາມສາມັກຄີບັນດາເປົ້າໝາຍໄວໜຸ່ມຢ່າງກວ້າງຂວາງ, ປະຕິບັດບົດບາດຮ່ວມເດີນທາງພ້ອມກັບໄວໜຸ່ມໃຫ້ເປັນຢ່າງດີ”.

ຕອບກັບ

ຂ່າວ/ບົດ​ອື່ນ