ກອງປະຊຸມຂັ້ນສູງ ອາຊຽນຄັ້ງທີ່ 21 ຈະຊຸກຍູ້ວິວັດທະນາການ ເຊື່ອງໂຍງພາກພື້ນ

ກອງປະຊຸມຂັ້ນສູງ ອາຊຽນຄັ້ງທີ່ 21 ຈະຊຸກຍູ້ວິວັດທະນາການ ເຊື່ອງໂຍງພາກພື້ນ - ảnh 1
ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen (ພາບ: internet)


(vovworld)- ກອງປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ່ 21 ​ໃກ້​ຈະ​ມາ​ເຖິງ​ນີ້​ຈະ​ຊຸກຍູ້​ວິວັດທະນາ​ການ​ເຊື່ອມໂຍງ​ຂອງອາ​ຊຽນ, ພ້ອມ​ທັງ​ເພີ່ມ​ທະວີ​ບົດບາດ​ເປັນ​ໃຈກາງ​ຂອງ​ອົງການ​ນີ້​ໃນ​ໂຄງ​ສ້າງ​ສັງຄົມ ​ແລະ ​ເສດຖະກິດ​ໃນ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທີ່​ວາລ​ະໄຂກອງ​ປະຊຸມ​ຫົວ​ເລື່ອງອາ​ຊຽນ​ທີ່​ດຳ​ເນີນ​ຢູ່​ພະ​ນົມ​ເປັນ​ປະ​ເທດ​ກຳປູ​ເຈຍ​ເມື່ອ​ວັນ​ທີ 30/10, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ຖື​ວ່າອາ​ຊຽນ​ໄດ້​ບັນລຸ​ບັນດາ​ຜົນງານ​ທີ່​ຍິ່ງ​ໃຫຍ່​ນັບ​ແຕ່​ເວລາ​ໄດ່ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1967, ປະຈຸ​ບັນ, ອາ​ຊຽນບໍ່​ພຽງ​ແຕ່​ເປັນ​ທີ່​ຮູ້ຈັກ​ແມ່ນ​ພາກ​ພື້ນສັນຕິພາບ, ສະຖຽນ​ລະ​ພາບ, ມີ​ການ​ເຕີບ​ໂຕ​ໄວ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນກຸ່ມ​ເສດຖະກິດ ​ແລະ ການ​ເມືອງທີ່​ມີ​ລັກສະນະ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນ, ມີ​ບົດບາດ​ສຳຄັນ​ຢູ່​ອາຊີ ກໍ​ຄື​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ຂາດ​ບໍ່​ໄດ້​ສຳລັບ​ຫຼາຍ​ປະ​ເທດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ໃນ​ໂລກ. ຕາມ​ແຜນການ, ກອງປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ່ 21 ຈະສຸມ​ໃສ່​ປຶກສາ​ຫາລືບັນຫາ​ສ້າງ​ປະຊາ​ຄົມ​ເສດຖະກິດ​ ອາ​ຊຽນ, ບັນດາ​ການ​ນຳ​ຈະ ປຶກສາ​ຫາລືບັນດາບັນຫາທີ່​ສຳຄັນ​ຄື ພັດທະນາ​ບັນດາ​ບໍລິສັດ​ຂະໜາດ​ກາງ ​ແລະ ນ້ອຍ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ສິ່ງ​ແວດ​ລ້ອມ, ການ​ຄ້າ, ການ​ລົງທຶນ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ພັດທະນາແບບຍືນຍົງ.

ຂ່າວ/ບົດ​ອື່ນ