ກອງປະຊຸມຄັ້ງທີ 1 ຄະນະກຳມະການປະສົມ ດ້ານການຄ້າ ຫວຽດນາມ - ໄທ

ກອງປະຊຸມຄັ້ງທີ 1 ຄະນະກຳມະການປະສົມ ດ້ານການຄ້າ ຫວຽດນາມ - ໄທ - ảnh 1
ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າຫວຽດນາມ
ແລະ ລັດຖະມົນຕີກະຊວງ​ການ​ຄ້າ​ໄທ
( ພາບ: moit.gov.vn )


(vovworld) – ​    ​ໃນ​ລະຫວ່າງ​ວັນ​ທີ 12 – 13/7, ຢູ່​ຮ່າ​ໂນ້ຍ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລະ ກະຊວງ​ການ​ຄ້າ​ໄທ ​ໄດ້​ຈັດ​ຕັ້ງ​ກອງປະຊຸມຄັ້ງ​ທີ 1 ຄະນະ​ກຳມະການ​ປະສົມ​ດ້ານ​ການ​ຄ້າ​ລະຫວ່າງ​ຫວຽດນາມ - ​ໄທ. ທີ່​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້​ພ້ອມ​ກັນຕີ​ລາຄາສະພາບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ,​ ການ​ຄ້າ​ສອງ​ຝ່າຍ ​ແລະ ປຶກສາ​ຫາລື​ມາດ​ຕະການ​ຕ່າງໆ​​ ເພື່ອເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບເຂດ​ສອງ​ຝ່າຍ, ບັນດາ​ຂອບເຂດ​ຮ່ວມ​ມື​ອະນຸພາກ​ພື້ນ ອາ​ຊຽນ, ອາ​ຊຽນ ​ແລະ ບັນດາ​ເວທີ​ປາ​ໄສ​ເສດຖະກິດ​ສ​ຳຄັນ​ອື່ນ​ອີກ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ຍົກ​ອອກ​ຈຸດໝາຍການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ໄລຍະ 2012 – 2015 ​ໃຫ້ບັນລຸ​​ປະມານ 20%. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ Vu Huy Hoang ​ໄດ້​ນຳສະ​ເໜີ​ບາງ​ມາດ​ຕະການ​ແກ້​ໄຂ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ອີກໃຫ້​ແກ່​ການ​ພັດທະນາ​ສາຍ​ພົວພັນ​ເສດຖະກິດ​ການ​ຄ້າ, ການ​ລົງທຶນ​ສອງ​ຝ່າຍ​. ທ່ານ​ລັດຖະມົນຕີ Vu Huy Hoang ​ເວົ້າ​ວ່າ.

“ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ສອງ​ຝ່າຍ​ສືບ​ຕໍ່​ແລກປ່ຽນບັນດາຄະນະ​ຜູ້​ແທນ​​ຄົ້ນຄ້ວາ​​ຂັ້ນຕ່າງ​ໆ ​ເພື່ອພ້ອມ​ກັນ​ແລກປ່ຽນ, ຖອດ​ຖອນ​ບົດຮຽນ​ໃນ​ຂົງ​ເຂດ​ສົ່ງ​ເສີມ​ການ​ຄ້າ, ຄຸ້ມ​ຄອງ​ຕະຫຼາດ, ຄຸ້ມ​ຄອງ​ບໍລິຫານການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ເຂດ​ຊາຍ​​ແດນ… ກ່ຽວ​ກັບ​ຂົງ​ເຂດ​ການ​ລົງທຶນ, ສົ່ງ​ເສີມ​ວິ​ສາ​ຫະກິດ​ໄທ ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ, ​ໃຫ້​ບຸລິມະສິດ​ດ້ານອຸດສາຫະກຳ​ສຳຮອງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຜະລິດ​​ເຄື່ອງອາ​ໄຫຼ່, ​ສິ້ນ​ສ່ວນ​ລົດ​ໂອ​ໂຕ, ​​​ເຄື່ອນເອ​ເລກ​ໂຕ​ນິກຢູ່​ຫວຽດນາມ. ມີ​ຂົງ​ເຂດ​ອື່ນ​ອີກ​ແມ່ນ​ຍູ້​ແຮງ​ການ​ສຳ​ຫຼວດຂຸດ​ຄົ້ນນ້ຳມັນ​ອາຍ​ແກັດ, ພະລັງງານ​ໄຟຟ້າ, ສະ​ເໜີ​​ຝ່າຍ​ໄທ ສົ່ງເສີມວິ​ສາ​ຫະກິດ​ເຂົ້າຮ່ວມ​ການຄົ້ນຄວ້າ, ລົງທຶນ​ກໍ່ສ້າງໂຮງງານ​​ໄຟ​ຟ້າ​ຢູ່​ຫວຽດນາມ, ​ເຂົ້າ​ຮ່ວມຂົງ​ເຂດ​ອຸດສາຫະກຳ​ການປຸ່ງ​ແຕ່ງ, ຜະລິດ​ຕະພັນກະ​ເສດ, ​ເຄື່ອງປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຫວັງຢາກ​ຮ່ວມ​ມື​ກັບ​ໄທ.”

ຂ່າວ/ບົດ​ອື່ນ