ຫວູຮູຍຮ່ວາງ, ລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 5
ພາບ:moit.gov.vn
|
(vovworld)- ວັນທີ 9/12, ທ່ານ ຫວູຮູຍຮ່ວາງ, ລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ນຳຫນ້າຄະນະປະຕິບັດງານຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ 5 ຄະນະກຳມະການປະສົມຫວຽດນາມ-ສເກົາຫລີ ກ່ຽວກັບການຮ່ວມມືໄຟຟ້ານິວເຄຼຍ, ອຸດສາຫະກຳ, ພະລັງງານ ແລະ ການຄ້າຢູ່ ນະຄອນຫລວງ ເຊີອູນ ປະເທດ ສເກົາຫລີ. ກອງປະຊຸມໄດ້ປະກອບສ່ວນຫັນບັນດາຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນບັນດາຂົງເຂດເສດຖະກິດ, ການຄ້າ, ອຸດສາຫະກຳ ແລະ ພະລັງງານໃຫ້ປະກົດຜົນເປັນຈິງ. ໝາກຜົນກອງປະຊຸມກໍແມ່ນພື້ນຖານສຳຄັນເພື່ອລາຍງານຕໍ່ການນຳຂັ້ນສູງສອງປະເທດ ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ ສເກົາຫລີ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫລີມສະຫລອງ 25 ປີແຫ່ງການພົວພັນຄູ່ເຈລະຈາ ອາຊຽນ - ສເກົາຫລີ (1898-2014) ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແຕ່ວັນທີ 10-12/12.