ກອງປະຊຸມຄັ້ງປະຖົມມະເລີກສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ ສະພາແຫ່ງຊາດຫວຽດນາມຊຸດທີ 14 |
(vovworld)- ພາຍຫຼັງເຮັດວຽກມາເປັນເວລາ 9 ວັນ, ຕອນບ່າຍວັນທີ 29/7, ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ອັດລົງຢູ່ຮ່າໂນ້ຍດ້ວຍຜົນສຳເລັດຢ່າງຈົບງາມ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ
“ ດ້ວນຈິດໃຈຄວາມຮັບຜິດຊອບ, ມີປະຊາທິປະໄຕ, ກົງໄປກົງມາ, ສະພາແຫ່ງຊາດຫວຽດນາມໄດ້ສຳເລັດໜ້າທີ່ຈຸດສຸມແມ່ນພິຈາລະນາ, ຕັດສິນຕໍ່ການຈັດຕັ້ງ, ບຸກຄະລາກອນຂັ້ນສູງຂອງລັດ, ຮັບປະກັນຖືກຕາມມາດຕະຖານ, ເງື່ອນໄຂ ແລະ ຖືກຕາມລະບຽບກົດໝາຍ. ສະພາແຫ່ງຊາດຫວັງວ່າ ບັນດາຜູ້ໄດ້ຮັບການເລືອກຕັ້ງ, ໃຫ້ສັດຕະຍາບັນ ສືບຕໍ່ມານະພະຍາຍາມ, ຍົກສູງຄວາມສາມາດ, ປະສິດທິຜົນຂອງທັງກົງຈັກແຫ່ງລັດ, ຕອບສະໜອງຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດນັບມື້ນັບດີກ່ວາ ”
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ ໃນສະພາບການໂລກມີການຜັນແປຢ່າງສັບສົນ, ສະພາບການຢູ່ພາຍໃນປະເທດມີການຜັນແປຢ່າງບໍ່ສະດວກ ຊຶ່ງໄດ້ສົ່ງຜົນກະທົບເຖິງໝາກຜົນການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມໃນໄລຍະທີ່ຈະມາເຖິງ. ທ່ານນາງ ຫງວຽນທິກິມເງິນ ຊີ້ແຈ້ງວ່າ
“ສະພາແຫ່ງຊາດຫວຽດນາມຊຸດທີ 14 ຄວນສືບຕໍ່ປັບປຸງ, ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ ເພື່ອເຮັດຫຼ້ອນໜ້າທີ່. ສະມາຊິກ ສະພາແຫ່ງຊາດແຕ່ລະທ່ານ ຄວນເສີມຂະຫຍາຍມູນເຊື້ອທີ່ສະຫງ່າງາມຂອງ ສະພາແຫ່ງຊາດຫວຽດນາມ, ເປັນເຈົ້າການຮັບຟັງຄຳເຫັນຂອງຜູ້ມີສິດເລືອກຕັ້ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງ ສະພາແຫ່ງຊາດ, ຮັບປະກັນຄຸນນະພາບເພື່ອໃຫ້ລັດຫວຽດນາມກາຍເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ”