ກອງປະຊຸມຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ຊຸດທີ 11

ກອງປະຊຸມຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ຊຸດທີ 11 - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 19/01, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໄດ້​ຈັດກອງ​ປະຊຸມຄະນະ​ບໍລິຫານ​ງາ​ນຊຸດ​ທີ 11 ຄັ້ງທີ 5, ​ເພື່ອ​ແນ​ໃສ່​ຕີ​ລາຄາ​​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​​ແມ່ຍິງທົ່ວ​ປະ​ເທດ​ຄັ້ງ​ທີ 11 ກາງ​ສະ​ໄໝ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ສະຫຼຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ ຊຸດ​ທີ 11 ກ່ຽວ​ກັບ​ບາງ​ບັນ​ຫາ​ກ່ຽວຂ້ອງ​ເຖິງ​ແມ່ຍິງ ​ແລະ ​ເດັກ​ຍິງ; ປຶກສາ​ຫາລື​ມະຕິ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ບາງ​ບັນຫາ​ສັງຄົມ​ກ່ຽວຂ້ອງ​ເຖິງ​ແມ່ຍິງ ​ແລະ ​ເດັກ​ຍິງ. ປີ 2015, ໜ້າ​ທີ່​ຈຸດ​ສຸມ​ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ ແມ່ນ: ຍູ້​ແຮງ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ, ສຸມ​​ໃສ່​ໂຄສະນາ, ຂົນຂວາຍສະມາຊິກ​ສະຫະພັນ​ແມ່ຍິງ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນ​ດິນ​ແດນ, ຄວາມ​ສະຫງົບ​ປອດ​ໄພ​ຢູ່ເຂດ​ຊາຍ​ແດນ​ແຫ່ງ​ຊາດ​ຢ່າງ​ຕັ້ງ​ໜ້າ; ປ່ຽນ​ໃໝ່​ເນື້ອ​ໃນ, ມາດ​ຕະການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ ​ເພື່​ອ​ເຕົ້າ​ໂຮມ​ແມ່ຍິງ​ທຸກ​ຊັ້ນ​ຄົນ; ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ສ້າງ​ອຳນາດ​ການ​ປົກຄອງ…

        ກອງ​ປະ​ຊຸມ​ຈະ​ເຮັດ​ວຽກ​ຮອດ​ວັນ​ທີ 20/01.

ຂ່າວ/ບົດ​ອື່ນ