ກອງປະຊຸມຄະນະປະທານແນວໂຮມປະເທດຊາດຫວຽດນາມ ຊຸດທີ 7
(ພາບປະກອບ)
(vovworld) - ກອງປະຊຸມຄັ້ງທີ 11 ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ (ຊຸດທີ 7) ຖືກດຳເນີນໄປໃນຕອນເຊົ້າວັນທີ 04/07, ຢູ່ຮ່າໂນ້ຍ. ໜຶ່ງໃນບັນດາເນື້ອໃນສຳຄັນຂອງກອງປະຊຸມ ແມ່ນປຶກສາຫາລືວຽກງານກະກຽມຈັດຕັ້ງກອງປະຊຸມໃຫຍ່ແນວໂຮມປະເທດຊາດທຸກຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 8. ຕາມບົດລາຍງານຂອງຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລ້ວ, ແຕ່ນີ້ຮອດທ້າຍປີ 2013 ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສະມາຊິກສຸມໃສ່ຫັນບັນດາຮູບການເຕົ້າໂຮມເປັນຫຼາຍຮູບຫຼາຍແບບ, ປັບປຸງເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ພ້ອມທັງຜັນຂະຫຍາຍວຽກງານຈັດຕັ້ງກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 8. ຕາມທ່ານນາງຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ບຸຍທິແທງ ແລ້ວ, ໃນເດືອນ 07/2013, ຄະນະປະຈຳຈະຈັດຕັ້ງກອງປະຊຸມຝືກອົບຮົມບັນດາເນື້ອໃນທີ່ກ່ຽວຂ້ອງໃຫ້ແກ່ພະນັກງານຫຼັກແຫຼ່ງແນວໂຮມປະເທດຊາດ ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ຢູ່ 3 ພາກ. ບົນພື້ນຖານນັ້ນ, ຜັນຂະຫຍາຍການຝືກອົບຮົມເຖິງແນວໂຮມຂັ້ນຮາກຖານໃນທົ່ວປເທດ. ພ້ອມທັງສົມທົບກັບບັນດາອົງການສະມາຊິກ, ອົງການ, ຫົວໜ່ວຍຈັດຕັ້ງການເຄື່ອນໄຫວໂຄສະນາ; ປຸກລະດົມຂະບວນການແຂ່ງຂັນພິເສດ ສ້າງຜົນງານເພື່ອຄຳນັບຊົມເຊີຍກອງປະຊຸມໃຫຍ່.