ກອງປະຊຸມຍ້ອງຍໍພະນັກງານກຳມະບານຍິງດີເດ່ັນ

ກອງປະຊຸມຍ້ອງຍໍພະນັກງານກຳມະບານຍິງດີເດ່ັນ  - ảnh 1
ກອງ​ປະຊຸມ​ຍ້ອງຍໍ​ພະນັກງານ​ກຳມະບານຍິງ​ດີ​ເດັ່ນ
ພາບ:internet


(vovworld)- ທີ່​ກອງ​ປະຊຸມ​ຍ້ອງຍໍ​ພະນັກງານ​ກຳມະບານຍິງ​ດີ​ເດ່ັນ ​ແລະ ມອບ​ລາງວັນ“​ແມ່ຍິງ​ມີ​ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ” ​ໂດຍ ສະຫະພັນ​​ໃຫຍ່​ແຮງ​ງານ​ຫວຽດນາມ ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 24/9 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມອບ​ໃບ​ຍ້ອງ​ຍໍ​ການ​ອອກແຮງ​ງານທີ່​ມີ​ຫົວຄິດ​ປະ​ດິດສ້າງ ​ໃຫ້​ແກ່ 5 ໝູ່​ຄະນະ ​ແລະ 20 ຄົນ ທີ່ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ເຄື​່ອນ​ໄຫວ​ຄົ້ນ​ຄ້ວາ, ໝູນ​ໃຊ້​ວິທະຍາສາດ​ເຕັກ​ໂລ​ໂລ​ຊີ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່. ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ແກ່​ພະນັກງານ​ກຳມະບານ​ຍິງ 100 ຄົນ ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະຕິບັດ, ປະກອບສ່ວນ​ສ້າງ​ອົງການ​ກຳມະບານ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ດັ້ງ​ງອກ​ຕູ​ງ ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ຍາມ​ໃດສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ  ກໍ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ພະນັກງານ​ຍິງ ​ແລະ ຖື​ວ່າ ນີ້​​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ສຳຄັນ​ຂອງ​ອົງການ​ກຳມະບານ.

 

ຂ່າວ/ບົດ​ອື່ນ