ກອງປະຊຸມປະຈຳປີຄັ້ງທີ 42 ຂອງຄະນະກຳມະການ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ

(VOVWORLD) -   ກອງປະຊຸມໄດ້ປຶກສາຫາລືບັນດາເນື້ອໃນ: ອັບເດດຄວາມຄືບໜ້າໃນການປະຕິບັດສັນຍາ ອາຊຽນ ວ່າດ້ວຍການຄຸ້ມຄອງໄພທຳມະຊາດ ແລະ ຮັບມືດ່ວນ (AADMER) ໄລຍະ 2021 – 2025
ກອງປະຊຸມປະຈຳປີຄັ້ງທີ 42 ຂອງຄະນະກຳມະການ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ:hanoimoi.com.vn)

ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ຈັດກອງປະຊຸມປະຈຳປີຄັ້ງທີ 42 ຂອງຄະນະກຳມະການ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບການຄຸ້ມຄອງໄພທຳມະຊາດ (ACDM) ແລະ ບັນດາກອງປະຊຸມກ່ຽວຂ້ອງ. ນີ້ແມ່ນເຫດການນອນໃນຂອບເຂດປີ ຫວຽດນາມ ປະຕິບັດໜ້າທີ່ເປັນປະທານ ໃນການຮ່ວມມື ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ ປີ 2023.

        ກອງປະຊຸມໄດ້ປຶກສາຫາລືບັນດາເນື້ອໃນ: ອັບເດດຄວາມຄືບໜ້າໃນການປະຕິບັດສັນຍາ ອາຊຽນ ວ່າດ້ວຍການຄຸ້ມຄອງໄພທຳມະຊາດ ແລະ ຮັບມືດ່ວນ (AADMER) ໄລຍະ 2021 – 2025; ສຳຫຼວດກວດກາຄວາມຄືບໜ້າໃນການກໍ່ສ້າງ ແລະ ຜັນຂະຫຍາຍປະຕິບັດບັນດາເອກະສານ, ກົນໄກ, ການເຄື່ອນໄຫວກ່ຽວກັບການຮ່ວມມືໃນການຄຸ້ມຄອງໄພທຳມະຊາດ, ຄື: ຍຸດທະສາດພາກພື້ນ ອາຊຽນ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ (2023 – 2024), ຂໍ້ລິເລີ່ມຂອງຊາວໜຸ່ມ ອາຊຽນ ກ່ຽວກັບພາກພື້ນຕ້ານໄພທຳມະຊາດ, ໂຄສະນາກ່ຽວກັບຄວາມສ່ຽງຈາກໄພທຳມະຊາດ ອາຊຽນ…

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນຮ່ວາງຮຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ຫວຽດນາມ, ເນັ້ນໜັກວ່າ:

        “ຫວຽນດາມ ໄດ້ດຳເນີນການຕີລາຄາກາງສະໄໝປະຕິບັດຂອບເຄື່ອນໄຫວ SENDAI ກ່ຽວກັບການຫລຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ. ໃນນັ້ນ, AADMER ໄດ້ເຕື້ອງເຖິງແມ່ນຂອບນິຕິກຳເໝາະສົມກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າສະແດງຄວາມຂອບໃຈຮອງປະທານ ACDM  ບຣຸໄນ, ຄະນະເລຂາ ອາຊຽນ ໄດ້ໜູນຊ່ວຍຢ່າງສຸດໃຈເພື່ອໃຫ້ກອງປະຊຸມສຳຄັນນີ້ໄດ້ດຳເນີນໃນຮອບເວລາອາທິດໜຶ່ງ. ຂ້າພະເຈົ້າກໍ່ເຊື່ອໝັ້ນຕໍ່ ຄວາມສາມັກຄີຢ່າງແຮງຂອງ ລວມໝູ່ ACDM”.

ຕອບກັບ

ຂ່າວ/ບົດ​ອື່ນ