ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້​ອງ​ກັນ​ຊາດ ພາ​ກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ມື​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາ​ມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ

(VOVWORLD) -ທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ຖືວ່າ ຜົນກະທົບຫຍໍ້ທໍ້ຂອງບັນດາການຮຽກສິດອຳນາດອະທິປະໄຕແບບຜິດກົດໝາຍ ຢູ່ບາງເຂດທະເລຂອງໂລກໄດ້ສະແດງໃຫ້ເຫັນຄວາມຈຳເປັນໃນການຮັບປະກັນສັນຕິພາບຢູ່ພາກພື້ນ ມະຫາສະມຸດອິນເດຍ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້​ອງ​ກັນ​ຊາດ ພາ​ກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ມື​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາ​ມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ - ảnh 1ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ຂອງພາກພື້ນ ມະຫາສະມຸດອິນເດຍ (ພາບ: indianexpress.com)

ທີ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ຂອງພາກພື້ນ ມະຫາສະມຸດອິນເດຍ (IOR Conclave) ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 26 ປະເທດ ເຊິ່ງໄດ້ຈັດຂຶ້ນໃນວັນທີ 4 ກຸມພາຕາມຮູບການທາງອອນລາຍ, ທ່ານ M. Herindra ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ ການສ້າງຕັ້ງການພົວພັນຮ່ວມມືຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າປະກອບສ່ວນ ເຂົ້າໃນສະຖຽນລະພາບ, ຄວາມໝັ້ນຄົງຂອງພາກພື້ນ ຜ່ານການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງແມ່ນສຳຄັນທີ່ສຸດ ແລະ ເວທີປາໄສລັດຖະມົນຕີກະຊວງປ້ອງກັນປະເທດ IOR Conclave ແມ່ນເວທີປາໄສຍຸດທະສາດເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນພາກພື້ນ. ພິເສດ, ທ່ານ  M. Herindra ໄດ້ເນັ້ນໜັກວ່າ ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ພື້ນຖານເສດຖະກິດ ຂອງບັນດາປະເທດໃນພາກພື້ນ. ດັ່ງນັ້ນ, ເລື່ອງເພີ່ມທະວີ ສະຫວັດດີການຂອງບັນດາປະເທດໃນພາກພື້ນ ແມ່ນອີງໃສ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນນີ້ຫຼາຍທີ່ສຸດ.

        ໃນຂະນະນັ້ນ, ທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ຖືວ່າ ຜົນກະທົບຫຍໍ້ທໍ້ຂອງບັນດາການຮຽກສິດອຳນາດອະທິປະໄຕແບບຜິດກົດໝາຍ ຢູ່ບາງເຂດທະເລຂອງໂລກໄດ້ສະແດງໃຫ້ເຫັນຄວາມຈຳເປັນໃນການຮັບປະກັນສັນຕິພາບຢູ່ພາກພື້ນ ມະຫາສະມຸດອິນເດຍ. ທ່ານກໍ່ສະແດງຄວາມສະໜັບສະໜູນຕໍ່ການສຳຜັດກັບເຂດທະເລຢ່າງຕໍ່ເນື່ອງ ກໍ່ຄືປະຕິບັດ ຢ່າງຖືກຕ້ອງຕາມກົດໝາຍສາກົນ ເພື່ອຄວາມສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ