ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ47ຈະຫັນAECໃຫ້ປະກົດຜົນເປັນຈິງຢ່າງເປັນທາງການ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ47ຈະຫັນAECໃຫ້ປະກົດຜົນເປັນຈິງຢ່າງເປັນທາງການ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:http://nguyentandung.org

(vovworld)- ​ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ​ຄັ້ງ​ທີ 47 ຈະ​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 22-25/8 ຢູ່ ​ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ​ ປະ​ເທດ ມາ​ເລ​ເຊຍ, ແມ່ນ​ບາດ​ກ້າວ​ສຸດ​ທ້າຍ​ກ່ອນ​ທີ່​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC) ໄດ້​ຮັບ​ການ​ສ້າງ​ຕັ້ງໃນ​ທ້າຍ​ປີ 2015. ກອງ​ປະ​ຊຸມ​ຈະ​ປຶກ​ສາ​ຫາ​ລື​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຂອງ AEC, ວິ​ໄສ​ທັດ​ເສດ​ຖະ​ກິດ ອາ​ຊຽນ 2015-2025, ແຜນ​ການ​ດຳ​ເນີນ​ງານ​ຍຸດ​ທະ​ສາດ​ໃຫ້ 10 ປີ​ຕໍ່​ໄປ ແລະ ການ​ພັດ​ທະ​ນາ​ຂອງ​ແຜນ​ການ​ສັງ​ລວມ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ​ໄລ​ຍະ 2016-2025, ພິ​ເສດ ແມ່ນ​ສຳ​ເລັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ເຫັນ​ດີ​ໃນ​ແຜນ​ການ​ລະ​ອຽດ​ຂອງ AEC 2015. ເລື່ອງ ສ້າງ​ຕັ້ງ AEC ແມ່ນ​ຕະ​ຫລາດ​ຫນຶ່ງ​ດຽວ, ເປັນ​ເອ​ກະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຈະ​​ເຮັດ​ໃຫ້ GDP ຂອງ ອາ​ຊຽນ​ເພີ່ມ​ຂຶ້ນ 4.700 ຕື້ USD ໃນ​ປີ 2020 ເມື່ອ​ທຽບ​ໃສ່ລະ​ດັບ 2.700 ຕື້ USD ປະ​ຈຸ​ບັນ.

ຂ່າວ/ບົດ​ອື່ນ