ກອງປະຊຸມລະຫວ່າງຂະແໜງກຳປູເຈຍແລະບັນດາວິສາຫະກິດຢາງພາລາຫວຽດນາມ

ກອງປະຊຸມລະຫວ່າງຂະແໜງກຳປູເຈຍແລະບັນດາວິສາຫະກິດຢາງພາລາຫວຽດນາມ - ảnh 1
(ກອງປະຊຸມລະຫວ່າງຂະແໜງກຳປູເຈຍ
ແລະບັນດາວິສາຫະກິດຢາງພາລາຫວຽດນາມ)

(vovworld) - ​​ ​ຕອນ​ເຊົ້າ​ວັນ​ທີ 02/08, ຢູ່​ຫ້ອງວ່າ​ການ​ສະ​ພາ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ໄດ້​​ດຳ​​ເນີນກອງ​ປະ​ຊຸມຄັ້ງ​ທີ 2 ລະ​ຫວ່າງ​ກະ​ຊວງກະ​ສິ​ກຳ - ປ່າ​ໄມ້ - ການ​ປະ​ມົງ, ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ແລະ ອຳ​ນາດ​ການ​ປົກ​ຄອງ​ບາງ​ທ້ອງ​ຖິ່ນ​ຂອງ​ກຳ​ປູ​ເຈຍ ກັບ​ບັນ​ດາ​ບໍ​ລິ​ສັດ​ຢາງ​ພາ​ລາ​ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ປູກ​ຕົ້ນ​ຢາງ​ພາ​ລາ​ຢູ່​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ. ທີ່ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ສະ​ຖານ​ທູ​ດ​ຫວຽດ​ນາມ, ກ​ຸ່ມ​ບໍ​ລິ​ສັດ​ອຸ​ດ​ສາ​ຫະ​ກຳ​ຢາງ​ພາ​ລາ ແລະ ບາງວິ​ສາ​ຫະ​ກິດ​ຢາງ​ພາ​ລາ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ການ​ສະ​ໜັບ​ສະ​ໜູນການ​ໜູນ​ຊ່ວຍຫຼາຍ​ດ້ານ​ຂອງ​ລັດ​ຖະ​ບານ​ກຳ​ປູ​ເຈຍ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຈາກ​ສູນ​ກາງ ລົງ​ຮອດ​ທ້ອງ​ຖິ່ນ ແລະ ປະ​ຊາ​ຊົນ​ໃນ​ເຂດ ແລະ ອ້ອມ​ຂ້າງ​ເຂດ​ມີ​ໂຄງ​ການ​ຂອງ​ບໍ​ລິ​ສັດ​ຫວຽດ​ນາມ. ກໍ່​ທີ່ກອງ​ປ​ະ​ຊຸມ, ຜູ້​ຕາງ​ໜ້າ​ບັນ​ດາ​ບໍ​ລິ​ສັດຢາງ​ພາ​ລາ​ຫວຽດ​ນາມ ໄດ້​ຍົກ​ອອກ​ບາງ​ຂໍ້​ສະ​ເໜີ​ກັບ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽ​ວ​ຂ້ອງ​ຂອງ​ກຳ​ປູ​ເຈ​ຍ, ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ພາ​ສີ, ອາ​ກອນ ໃນ​ການ​ສ້າງ​ເງື່ອນ​ໄຂ​ເພື່ອ​ຮັກ​ສາ ແລະ ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ປູກ​ຕົ້ນ​ຢາ​ງ​ພາ​ລາ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ຂາ​ອອກ, ຂາ​ເຂົ້າ; ຄົ້ນ​ຄວ້າ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາ​ກ​ຢາງ​ພາ​ລາພາຍ​ຫຼັງ​ປຸງ​ແຕ່ງ; ພິ​ເສດ​ແມ່ນ​ລະ​ດັບ​ພາ​ສີ​ສົ່ງ​ອອກ​ໃຫ້​ເໝາະ​ສົມ​ກັບ​ບັນ​ດາ​ຂໍ້​ກຳ​ນົດ ແລະ ທຳ​ນຽມ​ສາ​ກົນ.

ຂ່າວ/ບົດ​ອື່ນ