ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີດ້ານນິວເຄຼຍທົ່ວປະເທດຄັ້ງທີ 12

(VOVWORLD) - ວັນທີ 2 ສິງຫາ, ທີ່ນະຄອນ ຍາຈາງ, ສະມາຄົມພະລັງງານປະລະມານູ ຫວຽດນາມ, ສະຖາບັນພະລັງງານປະລະມານູ ຫວຽດນາມ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຄ໋ງຮ່ວາ ສົມທົບກັນຈັດຕັ້ງພິທີເປີດກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີນິວເຄຼຍທົ່ວປະເທດຄັ້ງທີ 12
ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີດ້ານນິວເຄຼຍທົ່ວປະເທດຄັ້ງທີ 12 - ảnh 1 ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີດ້ານນິວເຄຼຍທົ່ວປະເທດຄັ້ງທີ 12

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານ ຟ້າມກົງຕາກ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ: ຂົງເຂດພະລັງງານນິວເຄຼຍຂອງ ຫວຽດນາມ ໃນຊຸມປີຜ່ານມາ ພວມພັດທະນາ ແລະ ບັນລຸໄດ້ໝາກຜົນຫລາຍຢ່າງທີ່ເປັນໜ້າຮັບຮູ້.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງນັກວິທະຍາສາດ ແລະ ນັກຊ່ຽວຊານແຖວໜ້າ ມາຈາກບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ໂຮງໝໍ ແລະ ອົງການຈັດຕັ້ງຕ່າງໆ ທີ່ມີຊື່ສຽງໃນຂົງເຂດພະລັງງານປະລະມານູຂອງ ຫວຽດນາມ ແລະ ສາກົນ, ແນະນຳບັນດາໝາກຜົນແຫ່ງການຄົ້ນຄວ້ານິວເຄຼຍໃໝ່ສຸດ ກໍ່ຄືບັນດາບົດຮຽນ ເພື່ອພັດທະນາບັນດາເຕັກໂນໂລຊີນິວເຄຼຍ, ຄວາມປອດໄພປະກາຍລັງສີ; ຄຸ້ມຄອງສິ່ງເສດເຫຼືອກຳມັນຕະພາບລັງສີ; ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ…

ຕອບກັບ

ຂ່າວ/ບົດ​ອື່ນ