ກອງປະຊຸມສົ່ງເສີມການຮ່ວມມືເສດຖະກິດ,ການຄ້າ,ການລົງທຶນການທ່ອງທ່ຽວຫວຽດນາມ-ຈີນ

ກອງປະຊຸມສົ່ງເສີມການຮ່ວມມືເສດຖະກິດ,ການຄ້າ,ການລົງທຶນການທ່ອງທ່ຽວຫວຽດນາມ-ຈີນ - ảnh 1
ຜ​ູ້​ຕາງ​ໜ້າ​ສະ​ຖານ​ທູດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) –  ​ໃນ​ຂອບ​ເຂດ​ງານ​ຕະຫຼາດ​ນັ​ດ​ສາ​ກົນ​ການ​ຄ້າ​ສິນ​ຄ້າຫູ​ໜານ- ອາ​ຊຽນ ໃນ​ປີ 2016, ວັນ​ທີ 19/10, ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ຈີນ ໄດ້​ສົມ​ທົບ​ກັບ​ພະ​ແນກ​ການ​ຄ້າ​ແຂວງ ຫູ​ໜານ ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຮ່ວມ​ມື​​ດ້ານເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ຫວຽດ​ນາມ - ຈີນ. ໃນປີ 2015, ຍອດ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ຈີນ ບັນ​ລຸ​ກ່​ວາ 66 ຕື້ USD. ຈີນ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ ໃນ 12 ປີ​ຢ່າງ​ລຽນ​ຕິດ ແລະ ຫວຽດ​ນາມ ໄດ້​ບື່ນ​ຕົວ​ຂຶ້ນ​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ໃນ​ກ​ຸ່ມ ອາ​ຊຽນ ຂອງ ຈີນ. ການ​ຮ່ວມ​ມື​​ດ້ານການ​ທ່ອງ​ທ່ຽວ, ການ​ສຶກ​ສາບ​ຳ​ລຸງ​ສ້າງ, ວັດ​ທະ​ນະ​ທຳ, ສິ​ລະ​ປະ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ທັງ​ຢູ່​​​ໃນລະ​ດັບ​ຊາດ ແລະ ຂັ້ນ​ທ້ອງ​ຖິ່ນ​ລ້ວນ​ແຕ່ພັດ​ທະ​ນາ​​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ. ຈີນ ນຳ​ໜ້າ​ກ່ຽວ​ກັບ​ປະ​ລິ​ມານ​ແຂກ​ທ່ອງ​ທ່ຽວ ມາ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ກົງ​ກັນ​ຂ້າມ, ຈີນ ກາຍ​ເປັນ​ສະ​ຖານ​ທີ່​ດູດ​ດື່ມ​ທີ່​ສຸດ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ ຫວຽດ​ນາມ.

        ຜູ້​ຕາງ​ໜ້າ​ການ​ນຳ​ສະ​ຖານ​ທູດ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ່​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເວົ້າ​ລວ​ມ ແລະ ວິ​ສາ​ຫະ​ກິດ ຈີນ ເວົ້າ​ສະ​ເພາະ​ພັດ​ທະ​ນາ​ດຳ​ເນີນ​ທຸ​ລະ​ກິດ, ລົງ​ທຶນ​ຢູ່ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ