ກອງປະຊຸມສຳມະນາການພົວພັນກັບສື່ມວນຊົນໃນ ການເຄື່ອນໄຫວຂອງສະ ພາແຫ່ງຊາດ

ກອງປະຊຸມສຳມະນາການພົວພັນກັບສື່ມວນຊົນໃນ ການເຄື່ອນໄຫວຂອງສະ ພາແຫ່ງຊາດ - ảnh 1
ຄະນະປະທານກອງປະຊຸມສຳມະນາ
(ພາບ: qdnd.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 13/3, ຢູ່​ແຂວງ​ກວາງ​ນິນ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໄດ້​ສົມທົບ​ກັບ​ຫ້ອງ​ວ່າການ​ລັດຖະສະພາ​ແດນ​ມາກ​ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ “ການ​ພົວພັນ​ກັບ​ສື່​ມວນ​ຊົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ”, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ສຳ​ພັດ​ກັບ​ສື່​ມວນ​ຊົນ​ຂອງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ ​ແລະ ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ວຽກ​ງານ​ໂຄສະນາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​​ເຖິງ​ໝູ່​ປະຊາຊົນ. ຕາມ​ທ່ານ ຫງວຽນ​ສີ​ຢູງ, ຮອງ​ຫົວ​ໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ແລ້ວ​, ການ​ເຄື່ອນ​ໄຫວ​ຂອງສື່​ມວນ​ຊົນ​​ກ່ຽວ​ກັບ​ສະພາ​ແຫ່ງ​ຊາດ​ ນັບ​ມື້​ນັບ​ມີ​ບົດບາດ​ສຳຄັນ​​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ສື່ສານ​ 2 ສົ້ນ ​ແລະ ການ​ຕິດ​ພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ເວົ້າ​ວ່າ:

“ບັນດາ​ພາຫະນະ​ສື່​ມວນ​ຊົນ​ເວົ້າ​ລວມ​ໄດ້​ສວມບົດບາດ​ສຳຄັນ​ທີ່​ສຸດ​​ໃນການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ກໍ​ຄື​ການ​ເຄື່ອນ​ໄຫວ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ. ດັ່ງ​ນັ້ນ, ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຂາ​ດບໍ່​ໄດ້​ນັ້ນ​ແມ່ນ, ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ຕ້ອງ​ສຳ​ພັດ​ກັບ​ບັນດາ​ພາຫະນະ​ສື່​ມວນ​ຊົນ ​ແລະ ຕ້ອງ​ເຮັດ​​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຮູ້​ຈັກ​ໄດ້​ວ່າ​ເຮົາ​ແມ່ນ​ໃຜ, ທັດສະນະ​ຂອງ​ເຮົາ​ແມ່ນຄື​ແນວ​​ໃດ, ຄຸນ​ນະ​ທາດ, ຄຸນສົມບັດ​ຂອງ​​ເຮົາຄື​ແນວ​ໃດ. ​ແຕ່​ວ່າ, ສື່​ມວນ​ຊົນ​ທີ່​ມີ​ຕໍ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ່​ແມ່ນ​ການ​ທ້າ​ທາຍ​ອັນ​​ໃຫຍ່​ຫຼວງ, ນັ້ນແມ່ນ​ຕ້ອງຮັກສາ​ການ​ພົວພັນ​ກັບ​ສື່​ມວນ​ຊົນ​ຄື​ແນວ​ໃດ​​ໃຫ້ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ການ​ໜູນ​ຊ່ວຍ​ກັນ​ໃນ​ວຽກ​ງານ​”

 

 

 

 

ຂ່າວ/ບົດ​ອື່ນ