ກອງປະຊຸມສຳມະນາພາກພື້ນກ່ຽວກັບການຮ່ວມມືເພື່ອຄວາມໝັ້ນຄົງແຫລ່ງນຳ້

ກອງປະຊຸມສຳມະນາພາກພື້ນກ່ຽວກັບການຮ່ວມມືເພື່ອຄວາມໝັ້ນຄົງແຫລ່ງນຳ້ - ảnh 1
ຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:internet

(vovworld)- ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ​ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 2/4 ຢູ່ ນະຄອນ ​ໂຮ່ຈິ​ມີນ ​​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 200 ທ່ານ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ຖື​ວ່າ: ບັນດາ​ປະ​ເທດ​ໃນ​ລຸ່ມ​ແມ່​ນຳ້ຂອງ ຄວນ​ມີ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຂງ​ແຮງ​ກວ່າ ກ່ຽວ​ກັບ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ກຳນົດ​ບັນດາ​ຂົງ​ເຂດ​ບຸລິມະສິດ​ເພື່ອ​ປະຕິບັດ ພ້ອມ​ທັງ​ມີ​ຍຸດ​ທະ​ສາດ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ ອາກາດ​ຢ່າງ​ມີ​ປະສິດທິ​ຜົນ.ທ່ານ ຫງວຽນທາຍລາຍ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມເນັ້ນຫນັກວ່າ:

“ສຳລັບ​ຫວຽດນາມ ພ້ອມ​ກັບ​ການ​ພັດທະນາ​ປະຊາກອນ ​ແລະ ​ເສດຖະກິດ​ຢ່າງ​ວ່ອງ​ໄວ, ບັນຫາ​ຄຸ້ມ​ຄອງ​ແຫ​ລ່ງນຳ້ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ແມ່ນ​ສຳຄັນ​ທີ່​ສຸດ. ​ເພື່ອ​ຕອບ​ສະຫນອງ​ແຫ​ລ່ງນຳ້ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ຮຽກຮ້ອງ​ຕ້ອງ​ມີ​ການ​ຮ່ວມ​ມື​ຂອງ​ທົ່ວ​ພາກ​ພື້ນ.”

 

ຂ່າວ/ບົດ​ອື່ນ