ອາ​ເມ​ລິ​ກາ ກະ​ກຽມ​ບ້ວງ​ເງິນ​ອຸ​ປະ​ຖຳ​ອາ​ວຸດ​ທີ່​ມີ​ມູນ​ຄ່າ 375 ລ້ານ USD ໃຫ້​ແກ່ ຢູ​ແກຼນ

(VOVWORLD) - ອາເມລິກາ ພວມກະກຽມບ້ວງເງິນອຸປະຖຳດ້ານການທະຫານ ທີ່ມີມູນຄ່າ 375 ລ້ານ USD ໃຫ້ແກ່ ຢູແກຼນ.
ອາ​ເມ​ລິ​ກາ ກະ​ກຽມ​ບ້ວງ​ເງິນ​ອຸ​ປະ​ຖຳ​ອາ​ວຸດ​ທີ່​ມີ​ມູນ​ຄ່າ 375 ລ້ານ USD ໃຫ້​ແກ່ ຢູ​ແກຼນ - ảnh 1

 (ພາບ: AFP/TTXVN)

    ວັນທີ 20 ກັນຍາ, ເຈົ້າໜ້າທີ່ ອາເມລິກາ 2 ທ່ານ ໄດ້ເຜີຍໃຫ້ຮູ້ວ່າ ປະເທດນີ້ພວມກະກຽມບ້ວງເງິນອຸປະຖຳດ້ານການທະຫານ ທີ່ມີມູນຄ່າ 375 ລ້ານ USD ໃຫ້ແກ່ ຢູແກຼນ, ອັນໄດ້ທຳລາຍທ່າອ່ຽງແກ່ຍາວໃນຫຼາຍເດືອນຜ່ານມາ ແມ່ນອຸປະຖຳບ້ວງເງິນນ້ອຍກ່ວາໃຫ້ແກ່ ກີແອບ ເພື່ອຮັບໃຊ້ບັນດານການເຄື່ອນໄຫວການທະຫານຕ້ານ ລັດເຊຍ. ຕາມບັນດາເຈົ້າໜ້າທີ່ດັ່ງກ່າວ, ບ້ວງເງິນນີ້ຄາດວ່າຈະໄດ້ປະກາດໃນອາທິດໜ້າ, ລວມມີກຳປັ່ນລາດຕຼ່າ ເວັນ, ລູກປືນເພີ່ມເຕີມໃຫ້ລະບົບລູກຈະຫຼວດເຄື່ອນທີ່ສູງ (HIMARS), ລູກປືນໃຫ່ຍ 155 mm ແລະ 105 mm, ເຄື່ອງອາໄຫຼ່ປ່ຽນແທນ ພ້ອມກັບອາວຸດປະເພດຕ່າງໆ. ປະເພດອາວຸດ ແລະ ຂອບຂະໜາດບ້ວງເງິນອຸປະຖຳນີ້ອາດຈະປ່ຽນແປງໃນຊຸມວັນທີ່ຈະມາເຖິງ, ກ່ອນທີ່ທ່ານປະທານາທິບໍດີເຊັ່ນອະນຸມັດ.

ຕອບກັບ

ຂ່າວ/ບົດ​ອື່ນ