(vovworld) - ຕອນເຊົ້າວັນທີ 23 ສິງຫາ, ຢູ່ນະຄອນໂຮ່ຈິມິນ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ສົມທົບກັບກົມກວດກາລະບຽບການບໍລິຫານ, ກະຊວງຍຸຕິທຳ ຈັດຕັ້ງກອງປະຊຸມສຳມະນາມາດຕະການແກ້ໄຂລະບຽບການບໍລິຫານໃນການປະຕິບັດໂຄງການລົງທຶນ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຍົກອອກຫຼາຍຂໍ້ສະເໜີຄື: ຕ້ອງດຳເນີນການກວດກາ, ຫັນບັນດາຂໍ້ກຳນົດກ່ຽວກັບລະບຽບການບໍລິຫານໃນການປະຕິບັດໂຄງການລົງທຶນເປັນງ່າຍດາຍ, ມາດຖານກໍ່ສ້າງຊຸດລະບຽບການບໍລິຫານ ຕາມຂັ້ນຕອນລົງທຶນຂອງວິສາຫະກິດ, ສົມທົບກັນລະຫວ່າງບັນດາກະຊວງ, ຂະແໜງການກ່ຽວກັບການປະຕິຮັບລະບຽບການບໍລິຫານໃນການປະຕິບັດໂຄງການລົງທຶນຢ່າງຄົບຊຸດ... ທ່ານ ຟ້າມຢາຕຸກ, ຮອງປະທານ VCCI, ຮອງປະທານສະພາເປັນທີ່ປຶກສາການປະຕິຮູບລະບຽບການບໍລິຫານ, ໃຫ້ຮູ້ວ່າ.
“ຜ່ານຄຳເຫັນປະກອບຂອງບັນດາຜູ້ຊ່ຽວຊານບັນດາວິສາຫະກິດ ພວກຂ້າພະເຈົ້າຈະມີບົດລາຍງານສັງລວມຂອງສະພາ ເພື່ອລາຍງານຕໍ່ນາຍົກລັດຖະມົນຕີ ອອກມະຕິກ່ຽວກັບການປະຕິຮູບລະບຽບການບໍລິຫານໃນຂົງເຂດລົງທຶນ ມຸ່ງໄປເຖິງການປັບປຸງກົດໝາຍ ຂອງດຳລັດ ແລະ ບັນດາກົດໝາຍທີ່ກ່ຽວຂ້ອງ ເພື່ອໃຫ້ພວກເຮົາມີຊຸດລະບຽບການເປັນພື້ນຖານ, ກະຈາງແຈ້ງ, ປະຕິບັດງາຍ ປະກອບສ່ວນຍົກສູງຜະສິດທິຜົນຂອງບັນດາໂຄງການລົງທຶນ ກໍຄືບັນດາວິສາຫະກິດ”.