ກອງປະຊຸມສຳມະນາວິທະຍາສາດ ຫວຽດນາມ-ລາວກ່ຽວກັບບັ້ນຮົບ ພາກເໜືອລາວປົດປ່ອຍຊຳເໜືອ
ກວກແຄງ-ນັກຂ່າວ VOV ປະຈຳລາວ -  
(ພາບປະກອບ:dangquyetthang.wordpress.com)
(vovworld) – ວັນທີ 4/5, ຢູ່ເຂດປູຊະນີຍະສະຖານປະຫວັດສາດເມືອງວຽງໄຊ ແຂວງຫົວພັນ, ກະຊວງປ້ອງກັນປະເທດລາວ, ອຳນາດການປົກຄອງແຂວງຫົວພັນ ແລະ ຄະນະປະຕິບັດງານສະຖາບັນປະຫວັດສາດການທະຫານຫວຽດນາມ ສົມທົບກັນຈັດກອງປະຊຸມສຳມະນາວິທະຍາສາດຫວຽດນາມ-ລາວ ກ່ຽວກັບບັ້ນຮົບພາກເໜືອລາວ ປົດປ່ອຍຊຳເໜືອ. ບົດປະກອບຄວາມເຫັນກ່ວາ 20 ບົດໄດ້ຍົກອອກຄວາມສຳຄັນຂອງສຳພັນທະມິດສູ້ຮົບຫວຽດນາມ-ລາວ ໂດຍພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ບັ້ນຮົບພາກເໜືອລາວ ປີ 1953 ໄດ້ເຮັດໃຫ້ກຳລັງຂອງສັດຕູຖືກອ່ອນເພຍລົງ, ປົດປ່ອຍເຂດດິນອັນກ້ວາງໃຫ່ຍທາງພາກເໜືອລາວ, ກໍ່ສ້າງ ແລະ ເປີດກ້ວາງຖານທີ່ໝັ້ນປະຕິວັດ, ສ້າງແນວຫຼັງແຫ່ງການຕໍ່ຕ້ານໝັ້ນຄົງ, ນຳການປະຕິວັດລາວ ເຕີບໃຫ່ຍເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາກ້າວຂຶ້ນ, ຍາດໄດ້ໄຊຊະນະທີ່ໃຫ່ຍຫຼວງຂອງລາວ ແລະ ຫວຽດນາມ ໃນປີ 1975.
ກອງປະຊຸມສຳມະນາໄດ້ຖອດຖອນບັນດາບົດຮຽນສຳຄັນດ້ານວິທະຍາສາດປະວັດສາດການທະຫານ, ຢັ້ງຢືນການສົມທົບລະຫວ່າງພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນສອງປະເທດ ແມ່ນສັນຍາລັກຢ່າງມີຊີວີດຊີວາກ່ຽວກັບສຳພັນທະມິດສູ້ຮົບຫວຽດນາມ-ລາວ ແລະ ນ້ຳໃຈສາມັກຄີພິເສດ; ຕ້ອງເສີມຂະຫຍາຍຈິດໃຈດັ່ງກ່າວເພື່ອປັບປຸງ ແລະ ສ້າງນ້ຳໃຈສາມັກຄີພິເສດຫວຽດນາມ-ລາວ ເຂົ້າສູ່ລວງເລິກ ແລະ ມີຄວາມໝາຍແທດຈິງ, ສ້າງສາສອງປະເທດນັນມື້ນັບໝັ້ນຄົງເຂັ້ມແຂງໃນທຸກດ້ານ.
ກວກແຄງ-ນັກຂ່າວ VOV ປະຈຳລາວ