ກອງປະຊຸມສຳມະນາ “ກຳນົດລະບົບການເງິນທົ່ວໂລກ ແລະ ຍຸດທະສາດຂອງ ຫວຽດນາມ ຄືນໃໝ່”

(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ, ນັກວາງແຜນນະໂຍບາຍໃຫ້ຂໍ້ສັງເກດວ່າ, ໃນສະພາບການປະຈຸບັນ, ຫວຽດນາມ ສືບຕໍ່ກຳນົດວ່າ ຕ້ອງຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ ເພື່ອກຳນົດດ້ານການເງິນ.
ກອງປະຊຸມສຳມະນາ “ກຳນົດລະບົບການເງິນທົ່ວໂລກ ແລະ ຍຸດທະສາດຂອງ ຫວຽດນາມ ຄືນໃໝ່” - ảnh 1ທີ່ກອງປະຊຸມສຳມະນາ
(ພາບ: saigondautu.com.vn)

ຕອນເຊົ້າວັນທີ 10 ມິຖຸນາ, ມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ, ໜ່ວຍໃຫ້ຄຳປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ ແລະ ໜັງສືພິມ ໄຊງ່ອນຢາຍຟອງ - ລົງທຶນການເງິນ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ “ກຳນົດລະບົບການເງິນທົ່ວໂລກ ແລະ ຍຸດທະສາດຂອງ ຫວຽດນາມ ຄືນໃໝ່” ຄັ້ງທີ 2.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ, ນັກວາງແຜນນະໂຍບາຍໃຫ້ຂໍ້ສັງເກດວ່າ, ໃນສະພາບການປະຈຸບັນ, ຫວຽດນາມ ສືບຕໍ່ກຳນົດວ່າ ຕ້ອງຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ ເພື່ອກຳນົດດ້ານການເງິນ. ໃນນັ້ນ, ເສດຖະກິດຂອງລັດ ແລະ ເສດຖະກິດລວມໝູ່ ຈະຊ່ວຍຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ການອ່ອນຕົວ; ເສດຖະກິດຂອງລັດຕ້ອງນຳໜ້າເປີດທາງໃນບັນດາຂົງເຂດສຳຄັນຢ່າງມີໄຫວພິບ, ເປັນເຈົ້າການ; ກຳນົດ 5 ມາດຕະຖານຂອງບັນດາຂະແໜງຜະລິດບຸກທະລຸ; ຕີລາຄາວິທີການລະດົມທຶນຢ່າງມີປະສິດທິຜົນ, ແກ້ໄຂວຽກເຮັດງານທຳ ແລະ ບຳລຸງສ້າງວິຊາຊີບ…

ຕອບກັບ

ຂ່າວ/ບົດ​ອື່ນ