(vovworld) - ຕອນເຊົ້າວັນທີ 29/8, ຢູ່ ຮ່າໂນ້ຍ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສົມທົບກັບສູນພັດທະນາຄົນພິການ ອາຊີ - ປາຊີຟິກ (APCD) ແລະ ກອງທຶນອະນຸຊົນສະຫະປະຊາຊາດ (UNICEF) ຈັດຕັ້ງກອງປະຊຸມສຳມະນາ ອາຊຽນ ກ່ຽວກັບການຊຸກຍູ້ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບສິດທິຄົນພິການ (CRPD) ມຸ່ງໄປເຖິງການເພີ່ມທະວີບົດບາດ ແລະ ການເຂົ້າຮ່ວມຂອງຄົນພິການໃນປະຊາຄົມ ອາຊຽນ. ກອງປະຊຸມສຳມະນາໄດ້ປຶກສາຫາລືບັນດາເນື້ອໃນ: ສົນທິສັນຍາວ່າດ້ວຍສິດທິຄົນພິການ ແລະ ບັນດາການເຄື່ອນໄຫວສາກົນ, ພາກພື້ນ, ບັນດາການເຄື່ອນໄຫວຂອງປະເທດສະມາຊິກ ອາຊຽນໃນການຊຸກຍູ້ສົນທິສັນຍາຂອງຄົນພິການ, ຜົນງານ, ສິ່ງທ້າທາຍ ແລະ ບັນດາຂໍ້ສະເໜີແນະ, ບົດຮຽນຂອງປະເທດຕ່າງໆມຸ່ງໄປເຖິງການໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍຄົນພິການ, ຖະແຫຼງການຂອງ ຫວຽດນາມ ກ່ຽວກັບວິວັດການໃຫ້ສັດຕະຍາບັນສິດທິຄົນພິການ, ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສູນພັດທະນາຄົນພິການ ອາຊີ - ປາຊີຟິກ ແລະ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ.
ທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນຈ້ອງດາມ ຊີ້ແຈງວ່າ: ປະຈຸບັນ, ຫວຽດນາມ ມີຄົນພິການປະມານ 6,7 ລ້ານຄົນ, ກວມ 7,8% ຈຳນວນປະຊາກອນ. ຫວຽດນາມ ໄດ້ ແລະ ພວມປະຕິບັດການເຄື່ອນໄຫວຕ່າງໆຢ່າງຕັ້ງໜ້າ ເພື່ອແນໃສ່ເພີ່ມທະວີການເຂົ້າຮ່ວມຂອງຄົນພິການ ແລະ ປະຕິບັດຈຸດໝາຍພັດທະນາສະຫັດສະຫວັດໃຫ້ແກ່ຄົນພິການ, ສ້າງວິວັດການເຂົ້າຮ່ວມສົນທິສັນຍາກ່ຽວກັບສິດທິຄົນພິການ.