ກອງປະຊຸມຮ່ວມມືປ້ອງກັນ,ຕ້ານອາດຊະຍາກຳຄັ້ງທີ4ລະຫວ່າງຫວຽດນາມ-ຈີນ
Ha Thang,ນັກຂ່າວVOVປະຈຳປັກກິ່ງ -  
ພົນເອກ ເຈີ່ນດ້າຍກວາງ ແລະ ທ່ານ ກົວຊິງກວນ
(vovworld) – ກອງປະຊຸມຮ່ວມມືປ້ອງກັນ,ຕ້ານອາດຊະຍາກຳຄັ້ງທີ 4 ລະຫວ່າງ ຫວຽດນາມ - ຈີນ ຖືກຈັດຕັ້ງໃນຕອນບ່າຍວັນທີ 27/10, ຢູ່ນະຄອນຫຼວງ ປັກກິງ, ປະເທດຈີນ, ພາຍໃຕ້ການເປັນປະທານຂອງທ່ານພົນເອກ ເຈີ່ນດ້າຍກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານ ກົວຊິງກວນ, ລັດຖະມົນຕີກະຊວງຕຳຫຼວດ ຈີນ. ກ່າວຄຳເຫັນທີ່ກອງປະຊຸມ, ລັດຖະມົນຕີທັງ 2 ທ່ານຢືນຢັນວ່າ, ການພັດທະນາການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດ ຈີນ ໃນໄລຍະຜ່ານມາໄດ້ປະກອບສ່ວນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ກອງປະຊຸມເປັນເອກະພາບກັນສືບຕໍ່ຜັນຂະຫຍາຍການຮ່ວມມືຮອບດ້ານ, ເລິກເຊິ່ງ, ກ້ວາງຂວາງໃນຂົງເຂດປະຕິບັດກົດໝາຍ, ສຸມໃສ່ປ້ອງກັນ, ສະກັດກັ້ນ ແລະ ຕໍ່ສູ້ຕ້ານອາດຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳກໍ່ການຮ້າຍ, ອາດຊະຍາກຳຄ້າຂາຍເຖື່ອນ, ຊື້ - ຂາຍ, ຂົນສົ່ງອາວຸດຜິດກົດໝາຍ, ວັດຖຸລະເບີດ… 2 ຝ່າຍສືບຕໍ່ສົມທົບກັນດຳເນີນບັ້ນຕໍ່ສູ້ຕາມລາອາດຊະຍາກອນຢູ່ເຂດຊາຍແດນ ຫວຽດນາມ - ຈີນ. ເພີ່ມທະວີການຮ່ວມມືບຳລຸງສ້າງ, ຝຶກອົບຮົມວິຊາຊີບ ແລະ ໜູນຊ່ວຍດ້ານພາຫະນະເຕັກນິກໃນບັນດາຂົງເຂດປ້ອງກັນ, ຕ້ານອາດຊະຍາກຳ, ວິຊາການດ້ານຄະດີອາຍາ, ຄຸ້ມຄອງການເຂົ້າ - ອອກເມືອງ… ຈັດຕັ້ງກອງປະຊຸມປ້ອງກັນ, ຕ້ານອາດຊະຍາກຳຄັ້ງທີ 5 ລະຫວ່າງກະຊວງຕຳຫຼວດ 2 ປະເທດໃນປີ 2016 ຢູ່ ຫວຽດນາມ.
Ha Thang,ນັກຂ່າວVOVປະຈຳປັກກິ່ງ