ກອງປະຊຸມເຈົ້າໜ້າທີ່ອາວຸໂສ 5 ປະເທດ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ກ່ຽວກັບການຮ່ວມມືດ້ານແຮງງານ

(VOVWORLD) -ຕອນເຊົ້າວັນທີ 01 ສິງຫາ, ຢູ່ນະຄອນດ່ານັງ, ໄດ້ເປີດກອງປະຊຸມເຈົ້າໜ້າທີ່ອາວຸໂສ 5 ປະເທດ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ກ່ຽວກັບການຮ່ວມມືດ້ານແຮງງານ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສ 5 ປະເທດ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ກ່ຽວກັບການຮ່ວມມືດ້ານແຮງງານ - ảnh 1 (ກອງປະຊຸມເຈົ້າໜ້າທີ່ອາວຸໂສ 5 ປະເທດ)

ກ່າວຄຳປາໄສທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢວນເໝົ້າຢ້ຽບ, ໃຫ້ຮູ້ວ່າ: ຊຸມປີທີ່ຜ່ານມາ, ການຮ່ວມມືເປີດກວ້າງລະຫວ່າງ 5 ປະເທດ ບັນລຸເປົ້າໝາຍດ້ານການຄຸ້ມຄອງແຮງງານ. ດ້ວຍຈຸດພິເສດພູມສາດມີເສັ້ນຊາຍແດນຮ່ວມ, ການເຄື່ອນຍ້າຍແຮງງານຜ່ານຊາຍແດນ ແມ່ນໜຶ່ງໃນບັນດາບຸລິມະສິດໃຫຍ່ໃນການຮ່ວມມື 5 ປະເທດ, ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ການພັດທະນາເສດຖະກິດຂອງແຕ່ລະປະເທດ ຢ່າງແທດຈິງ.

        ໃນສະພາວະແຮງງານອົບພະຍົບ ລະຫວ່າງບັນດາປະເທດມີທ່າອ່ຽງເພີ່ມຂຶ້ນ, ການຮັບປະກັນຊີວິດສັງຄົມ ແລະ ການສ້າງກາລະໂອກາດໃຫ້ຊາວຜູ້ອອກແຮງງານໄດ້ມີຄວາມຮູ້, ທັກສະໂດຍຈຳເປັນໃນຂະບວນວິວັດການເຮັດວຽກ ແນໃສ່ເພື່ອຊ່ວຍໃຫ້ຊາວຜູ້ອອກແຮງງານມີວຽກເຮັດງານທຳທີ່ໝັ້ນຄົງ, ລາຍຮັບດີແມ່ນໜຶ່ງໃນບັນດາບັນຫາບຸລິມະສິດຂອງບັນດາປະເທດ. ເລີ່ມແຕ່ບຸລິມະສິດດັ່ງກ່າວ, ຫວຽດນາມ ໄດ້ເລືອກເອົາຫົວຂໍ້ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບການຮ່ວມມືດ້ານແຮງງານ 5 ປະເທດ ປີນີ້, ນັ້ນແມ່ນ “ຊຸກຍູ້ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ວຽກເຮັດງານທຳທີ່ໝັ້ນຄົງໃຫ້ແຮງງານອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ