ກອງ​ປະ​ຊຸມ​ເຊື່ອມ​ຊຶມ, ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 10 ຊຸດ​ທີ 13 ລະ​ດັບ​ທົ່ວ​ປະ​ເທດ

(VOVWORLD) - ຕອນເຊົ້າວັນທີ 20 ຕຸລາຢູ່ຮ່າໂນ້ຍກົມການເມືອງຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມເຊື່ອມຊຶມຜັນຂະຫຍາຍການປະຕິບັດມະຕິກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ຊຸດທີ 13 ໃນລະດັບທົ່ວປະເທດ
ກອງ​ປະ​ຊຸມ​ເຊື່ອມ​ຊຶມ, ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 10 ຊຸດ​ທີ 13 ລະ​ດັບ​ທົ່ວ​ປະ​ເທດ - ảnh 1ກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ຊຸດທີ 13 (ພາບ: TTXVN)

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ຊຸດທີ 13 ໃນລະດັບທົ່ວປະເທດ. ກອງປະຊຸມໄດ້ຈັດຂຶ້ນດ້ວຍຮູບແບບເຊິ່ງໜ້າ ສົມທົບກັບ ທາງໄກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.

  ນະທີ່ນີ້ ທ່ານສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາພະນັກງານ, ສະມາຊິກພັກ ສືບຕໍ່ເຊື່ອມຊຶມ, ໂຄສະນາຢ່າງກວ້າງຂວາງ ແລະ ລົງເລິກມະຕິກອງປະຊຸມສູນກາງພັກ ຄັ້ງທີ 10 ໃນຄະນະພັກທຸກຂັ້ນ, ໃນທົ່ວພັກ ແລະ ລະບົບການເມືອງໃຫ້ຫຼາຍກວ່າອີກ, ສຸມໃສ່ຊີ້ແຈ້ງ, ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນມີຄວາມເຂົ້າໃຈແຈ້ງກ່ຽວກັບບັນດາທັດສະນະຊີ້ນຳຫຼັກແຫຼ່ງຂອງມະຕິກອງປະຊຸມສູນກາງພັກ ຄັ້ງທີ 10, ສ້າງຄວາມເຫັນດີເຫັນພ້ອມ ແລະ ຄວາມເປັນເອກະພາບຢ່າງສູງໃນພັກ ແລະ ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ