ກອງປະຊຸມເຜີຍແຜ່ມະຕິ ສູນກາງຄັ້ງທີ 4 ຊຸດທີ 11

ກອງປະຊຸມເຜີຍແຜ່ມະຕິ ສູນກາງຄັ້ງທີ 4 ຊຸດທີ 11 - ảnh 1
ທ່ານ Dinh The Huynh, ກຳມະການ​ກົມ​ການ​ເມືອງ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ
( ພາບ: vietnamplus.vn
)

( vovworld ) – ຕອນ​ເຊົ້າ​ວັນ​ທີ 27/3, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ມະຕິ​ສູນ​ກາງພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ “ ບາ​ງບັນຫາ​ທີ່ຮີບດ່ວນ​​ໃນ​ການ​ກໍ່ສ້າງ​ພັກ​​ປະຈຸ​ບັນ ” ​ໃຫ້​ແກ່​ບັນດາ​ຜູ້​ແທນ​​ເຊິ່ງແມ່ນ​ການ​ນຳ​ສະມາຄົມ, ອົງການ​ການ​ເມືອງ, ສັງຄົມ, ວິຊາ​ຊີບ ​ຂັ້ນ​ສູນ​ກາງ, ຜູ້ຕາງໜ້າ​ວົງ​ການ​ນັກປັນຍາ​ຊົນ, ນັກ​ສິລະ​ປິນ​ພວມ​ປະຕິບັດ​ວຽກງານ​ຕ່າງໆຢູ່​ຂັ້ນ​ສູນ​ກາງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ Dinh The Huynh, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ໄດ້​ຢືນຢັນ​ວ່າ ມະຕິ​ຂອງກອງ​ປະຊຸມຄັ້ງ​ທີ 4 ຊຸດ​ທີ 11 ​ແມ່ນ​ມະ​ຕິ​​ສຳ​ຄັນ​ຍິ່ງ, ​ເຊິ່ງທົ່ວ​ພັກ, ທົ່ວ​ປວງ​ຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ​ໄ​ດ້ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສະໜັບສະໜູນຢ່າງ​ສູງ​ຈາກປະຊາຊົນ​ທຸກ​ຊັ້ນ​ວັນນະ. ທ່ານ Dinh The Huynh  ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ບັນດາອົງການການ​ເມືອງ, ສັງຄົມ​, ວິຊາ​ຊີບ, ຜູ້ຕາງໜ້າ​ວົງ​ກາ​ນນັກປັນຍາ​ຊົນ, ນັກ​ສິລະ​ປິນ ​ໃນ​ພາລະ​ກິດ​ພັດທະນາ​ລວມຂອງ​ປະ​ເທດ​ຊາດ ​ແລະ ສະ​ເໜີ​ໃຫ້​ບັນດາ​ຜູ້ຕາງໜ້າ​ຍົກ​ສູງ​ຈິດ​ໃຈ​ຮັບຜິດຊອບ​ຕໍ່​ພັກ, ຕໍ່​ປະຊາຊົນ, ຍາມ​ໃດ​ກໍ​ຮັກສາ​ຫຼັກ​ໝັ້ນ, ​ແນວ​ຄິດ​ຂອງ​ຕົນ​ຕໍ​່ໜ້າ​ແຫຼ່ງຂ່າວ, ສະຕິ​ຄວາມ​ຮັບ​ຮູ້, ທັດສະນະ, ບັນດາ​ການ​ກະທົບ​ຈາກດ້ານ​ຫຼັງຂອງ​ເສດຖະກິດ​ຕະຫຼາດ. ທ່ານ Dinh The Huynh ​ຊີ້​ແຈ້ງວ່າ.

“ ຄຽງຂ້າງ​ບັນດາ​​ແຫຼ່ງ​ຂ່າວ, ສະຕິ​ຄວາມ​ຮັບ​ຮູ້ ​ແລະ ບັນ​ດາທັດສະນະ​ອັນ​ຖືກຕ້ອງ, ກໍ​ຍັງ​ມີ​ຜົນ​ກະທົບຫຼາຍ​ຢ່າງ​ຈາກ​ດ້ານ​ຫຼັງຂອງ​ເສດຖະກິດ​ຕະຫຼາດ, ການ​ເປີດ​ປະຕູ​ເຊື່ອມ​ໂຍງສົ່ງ​ຜົນ​ສະທ້ອນ​ເຖິງສັງຄົມ​ຂອງ​ພວກ​ເຮົາ, ສົ່ງ​ຜົນ​ສະທ້ອນ​​ເຖິງພັກຂອງ​ພວກ​ເຮົາ. ຄົນ​ເຮົາມີ​ຄວາມ​​ເປັນ​ຫ່ວງກັງວົນວ່າ​ ພັກສາ​ມາດ​ຮັກສາ​ໄດ້ທາດ​ແທ້ການປະຕິວັດ​ຂອງ​ຕົນ​ໄດ້​ຫຼື​ບໍ່, ຈະ​ສຸດ​ຈິດ​ສຸດ​ໃຈ​ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ​ຫຼື​ບໍ່, ຫຼື​ຈະ​ປ່ຽນ​ແປງ​ໄປ. ຖັນ​ແຖວ​ພະນັກງານ​ສະມາຊິກ​ພັກ​ຈະ​ສາມາດຮັກສາ​ໄດ້​ເຈດ​ຈຳນົງ​ຕໍ່ສູ້, ກຽດ​ສັກ​ສີ​ຂອງ​ນັກກອມ​ມູນິດ​ຫຼື​ບໍ່. ນັ້ນ​ແມ່ນ​ບັນດາ​ສິ່ງ​ທີ່​ສະມາຊິກ​ພັກ​ ​ແລະ ປະ​ຊາ​ຊົນຫຼາຍ​ຄົນພວມຝາກ​ຄວາມ​ຫວັງ​ຕໍ່​ພັກ ”.
ຂ່າວ/ບົດ​ອື່ນ